ທ່ານ​ທ​ຣຳ​ກ່າວ​ວ່າ​ການ​ພົບ​ປະ​ລະ​ຫວ່າງ​ຜູ້​ນຳ​ອາ​ເມ​ລິ​ກາ​ແລະ​ສ​ປ​ປ ເກົາ​ຫຼີ​ຈະ​ຈັດ​ຂຶ້ນ​ຕາມ​ເວ​ລາ​ກຳ​ນົດ
2018-06-02 15:26:38  cri 
ທ່ານ​ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ກ່າວ​ໃນ​ວັນ​ທີ 1 ມິ​ຖຸ​ນາ​ນີ້​ວ່າ, ການ​ພົບ​ປະ​ ລະ​ຫວ່າງ​ຕົນ​ແລະ​ທ່ານ​ກິມ​ເຈິງ​ອຸນ ຜູ້​ນຳ​ສູງ​ສຸດ ສ​ປ​ປ ເກົາ​ຫຼີຈະ​ຈັດ​ຂຶ້ນ​ຢູ່​ສິງ​ກະ​ໂປ​ໃນ​ວັນ​ທີ 12 ມິ​ຖຸ​ນາ​ນີ້​ຕາມ​ເວ​ລາ​ກຳ​ນົດ.

ພາຍ​ຫຼັງ​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທ່ານກິມ​ຢົງ​ໂຊ ຮອ​ງ​ປະ​ທານຄະ​ນະ​ກຳ​ມະ​ການ​​ສູນ​ກາງພັກ​ແຮງ​ງານ ເກົາ​ຫຼີຢູ່​ທຳ​ນຽບ​ຂາວ​ໃນ​ວັນ​ທີ 1 ມິ​ຖຸ​ນາ​ນີ້, ທ່ານ​ທ​ຣຳ​ກ່າວ​ຕໍ່​ສື່ມວນ​ຊົນ​ວ່າ, ການ​ຕິດ​ຕໍ່​ພົວ​ພັນ​ກັບ ສ​ປ​ປ ເກົາ​ຫຼີແມ່ນ "ຂະ​ບວນ​ການ​ອັນ​ໜຶ່ງ". ສອງ​ຝ່າຍ​ພວມ​ສ້າ​ງ​ສາຍ​ພົວ​ພັນ, ນີ້​ແມ່ນ​ທ່າ​ອຽງ​ຢ່າງ​ຕັ້ງ​ໜ້າ. ທ່ານ​ທ​ຣຳ​ໄດ້​ສະ​ແດງ​ຄວາ​ມ​ຊົມ​ເຊີຍ​ຕໍ່​ຈີນ​ເສີມ​ຂະ​ຫຍາຍ​ບົດ​ບາດໃນ​ດ້ານ​ການ​ຊຸກ​ຍູ້​ການ​ເຈ​ລະ​ຈາ​ລະ​ຫວ່າງ​ອາ​ເມ​ລິ​ກາ​ແລະ​ສ​ປ​ປ ເກົາ​ຫຼີ, ແລະ​ກ່າວ​ຄວາມ​ເຊື່ອ​ໝັ້ນ​ວ່າ ສ​ປ​ປ ເກົາ​ຫຼີ​ມີ​ຄວາມ​ຍິນ​ດີ​ຊຸກ​ຍູ້​​ໃຫ້ແຫຼມ​ເກົາ​ຫຼີ​ປອດ​ອາ​ວຸດ​ນິ​ວ​ເຄຼຍ, ພ້ອມ​ກັນ​ນັ້ນ​ທ່ານ​ເຊື່ອ​ວ່າ​ອາ​ເມ​ລິ​ກາ​ແລະ​ ສ​ປ​ປ ​ເກົາ​ຫຼີ​ຈະໄດ້​ຮັບ​ໝາກ​ຜົນ​ຢ່າງ​ຕັ້ງ​ໜ້າ​ໃນ​ທີ່​ສຸດ​ໂດຍ​ຜ່ານ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັນ.
 
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ