ຍອດ​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ຈີນ​ແລະ 16 ປະ​ເທດ​ເອີ​ລົບ​ກາງ​ແລະ​ຕາ​ເວັນ​ອອກໃນ​ປີ 2017 ໄດ້​ເພີ່ມ​ຂຶ້ນ 15,9%
2018-06-02 15:27:43  cri 
ກ​ະ​ຊວງ​ການ​ຄ້າ​ຈີນ​ເປີດ​ເຜີຍ​ໃນ​ວັນ​ທີ 1 ມິ​ຖຸ​ນາ​ນີ້​ວ່າ, ຍອດ​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ຈີນ​ແລະ 16 ປະ​ເທດ​ເອີ​ລົບ​ກາງ​ແລະ​ຕາ​ເວັນ​ອອກ​ໃນ​ປີ 2017 ບັບ​ລຸ​ເຖິງ 67 ຕື້ 980 ລ້ານ​ໂດ​ລາ​ສະ​ຫະ​ລັດ, ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2016 ເພີ່ມ​ຂຶ້ນ 15,9%.

ໃນກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຂອງກອງ​ປະ​ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ​ຈີນ-ປະ​ເທດ​ເອີ​ລົບ​ກາງ​ແລະ​ຕາ​ເວັນ​ອອກ​ເພື່ອ​ຊຸກ​ຍູ້​ເສດ​ຖະ​ກິດ​ການ​ຄ້າ​ຄັ້ງ​ທີ​ 3 ແລະ​ງານ​ວາງ​​ສະ​ແດງສິນ​ຄ້າ​ການ​ລົງ​ທຶນ​ຈີນ-ປະ​ເທດ​ເອີ​ລົບ​ກາງ​ແລະ​ຕາ​ເວັນ​ອອກ​ຄັ້ງ​ທີ 4 ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 1 ​ມິ​ຖຸ​ນາ​ນີ້, ທ່ານ​ຢີ​ຢວນ​ຖັງ ຮອງ​ຫົວ​ໜ້າ​ກົມ​ເອີ​ລົບ​ກະ​ຊວງ​ການ​ຄ້າ​ຈີນກ່າວ​ວ່າ, ການ​ຄ້າ​ສອງ​ຝ່າຍ​ລະ​ຫວ່າງ​ຈີນ​ແລະ 16 ປະ​ເທດ​ເອີ​ລົບ​ກາງ​ແລະ​ຕາ​ເວັນ​ອອກ​ລ້ວນ​ແຕ່​ໄດ້​ຮັກ​ສາ​ທ່າ​ອຽງ​ເຕີບ​ໂຕ​ທີ່​ດີ, ການ​ລົງ​ທຶນ​ເຊິ່ງ​ກັນ​ແລະ​ກັນ​ຂອງ​ສອງ​ຝ່າຍ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸ​ດ​ຢັ້ງ, ແລະ​ຂົງ​ເຂດ​ການ​ລົງ​ທຶນ​ກໍ​ໄດ້​ນັບ​ມື້​ນັບ​ຫຼາຍ​ຂຶ້ນ.

ທ່ານ​ຢີ​ຢວນ​ຖັງ ກ່າວ​ຕື່ມ​ວ່າ, ກະ​ຊວງ​ການ​ຄ້າ​ຈີນ​ຈະ​ຈັດ​ກອງ​ປະ​ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ​ຈີນ-ປະ​ເທດ​ເອີ​ລົບ​ກາງ​ແລະ​ຕາ​ເວັນ​ອອກ​ເພື່ອ​ຊຸກ​ຍູ້​ເສດ​ຖະ​ກິດ​ການ​ຄ້າ​ຄັ້ງ​ທີ​ 3 ​ຢູ່​ນະ​ຄອນ​ນິງ​ໂປ່ ສ​ປ ຈີນແຕ່​ວັນ​ທີ 6-7 ມິ​ຖຸ​ນາ​ນີ້, ແລະ​ຈະ​ຮ່ວມ​ກັບ​ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ແຂວງ​ເຈີ້​ຈ່ຽງ​ຈັດງານ​​ວາງສະ​ແດງ​ສິນ​ຄ້າ​ການ​ລົງ​ທຶນ​ຈີນ-ປະ​ເທດ​ເອີ​ລົບ​ກາງ​ແລະ​ຕາ​ເວັນ​ອອກ​ຄັ້ງ​ທີ 4 ແຕ່​ວັນ​ທີ 8-11ມິ​ຖຸ​ນາ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ