ຈັດກອງ​ປະຊຸມ​ສົນທະນາ​ແຊງກຣີລາຄັ້ງທີ 17
2018-06-02 15:28:20  cri 
ກອງ​ປະ​ຊຸມ​ສົນ​ທະ​ນາ​ແຊງກ​ຣີລາ​ຄັ້ງ​ທີ 17 ທີ່​ຈະ​ດຳ​ເນີນ​ເປັນ​ເວ​ລາ 3 ວັນ​ໄດ້​ໄຂ​ຂຶ້ນ​ຢູ່​ສິງ​ກະ​ໂປ​ໃນ​ວັນ​ທີ 1 ມິ​ຖຸ​ນາ​ນີ້, ມີ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ຈາກ 17 ປະ​ເທດ​, ນາຍ​ທະ​ຫານ​​ຊັ້ນ​ສູງ​ແລະ​ນັກ​ວິ​ຊາ​ການຈາກ 40 ປະ​ເທດ ​ 600 ກວ່າ​ທ່ານ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ.

ໃນ​ໄລ​ຍະ​ປະ​ຊຸມ, ຜູ້​ແທນ​ປະ​ເທດ​ຕ່າງໆ​ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຫົວ​ຂໍ້​ຕ່າງໆ​ເຊັ່ນ: ​ການ​ຜ່ອນ​ຄາຍວິ​ກິດ​ການ​ນິວ​ເຄຼຍ​ແຫຼມ​ເກົາ​ຫຼີ​ທີ່​ເຂດ​ອາ​ຊີ​ປາ​ຊີ​ຟິກ​ຜະ​ເຊີນ​ໜ້າ, ລະ​ບຽບ​​ຄວາມ​ໝັ້ນ​ຄົງ​ອາ​ຊີ​ທີ່​ພວມ​ປ່ຽນ​ແປງ, ລັດ​ທິ​ກໍ່​ການ​ຮ້າຍ​ແລະ​ການ​ຕໍ່​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ, ການ​ຮ່ວມ​ມື​ຄວາມໝັ້ນ​ຄົງ​ຂອງ​ພາກ​ພື້ນ​ແລະ​ອື່ນໆ, ແລະ​ໄດ້​ຈັດ​ການ​ພົບ​ປະ​ກັນ​ສອງ​ຝ່າຍ​ແລະ​ຫຼາຍ​ຝ່າຍ​ດ້ວຍ​ຫຼາຍ​ຮູບ​ການ.

ທ່ານ​​ເຮີເລ ຮອງ​​ຫົວ​ໜ້າ​ສະ​ຖາ​ບັນ​ວິ​ທະ​ຍາ​​ສາດ​ການ​ທະ​ຫານກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນພ້ອມ​ດ້ວຍ​ຄະ​ນະ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ. ຄະ​ນະ​ຜູ້​ແທນ​ຈີນ​ຈະ​ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ຫົວ​ຂໍ້ "ຜົນ​ກະ​ທົບ​ຍຸດ​ທະ​ສາດ​ຂອງ​ການ​ພັດ​ທະ​ນາ​ກຳ​ລັງ​ການ​ທະ​ຫານ​ຢູ່​ເຂດ​ອາ​ຊີ​ປາ​ຊີ​ຟິກ", ຕົ້​ນ​ຕໍ​ນະ​ໂຄ​ສະ​ນາ​ທັດ​ສະ​ນະ​ສຳ​ຄັ​ຂອງ​ຈີນ​ກ່ຽວ​ກັບ​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ​, ສ້າ​ງ​ການ​ພົວ​ພັນ​ສາ​ກົນ​ແບບ​ໃໝ່​ແລະ​ອື່ນໆ. ຈີນ​ຍັງ​ຈະ​ແລກ​ປ່ຽນ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງ​ກັບ​ພາກ​ສ່ວນ​ປ້ອງ​ກັນ​ປະ​ເທດ​ນາຍ​ທະ​ຫານ​​ແລະ​ນັກ​ວິ​ຊາ​ການຂອງ​ປະ​ເທດ​ຕ່າງໆ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ກ່ຽວ​ກັບ​ຂົງ​ເຂດ​ປ້ອງ​ກັນ​ຄວາມ​ໝັ້ນ​ຄົງ​ແລະ​ອື່ນໆ, ເພື່ອບັນ​ລະ​ຍາຍ​ຈຸດ​ຢືນ​ແລະ​ທັດ​ສະ​ນະ​ຂອງ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ