ອົງການ​​ຮ່ວມ​ມື​ຊຽງ​​ໄຮ​ໄດ້ຈັດ​ກອງ​ປະຊຸມ​ສຸດ​ຍອດ​ສື່​ມວນ​ຊົນ​​ຄັ້ງ​ທຳ​ອິດ
2018-06-02 16:27:44  cri 
ວັນ​ທີ 1 ມິ​ຖຸນາ​ນີ້, ກອງ​ປະຊຸມ​ສຸດ​ຍອດ​ສື່​ມວນ​ຊົນ​ຄັ້ງ​ທຳ​ອິດ​ຂອງ​ອົງການ​ຮ່ວມ​ມື​ຊຽງ​ໄຮ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ, ​ຜູ້ຮ່ວມປະຊຸມ​ໄດ້​ປຶກສາ​ຫາລື​​ໂດຍ​ປິ່ນ​ອ້ອມຫົວ​ຂໍ້ "ສົ່ງ​ເສີມນ້ຳ​ໃຈ​ຊຽງ​ໄຮ ​ເປີດ​ຍຸກ​ໃໝ່​​ແຫ່ງການ​ຮ່ວມ​ມື​ຂອງສື່ມວນ​ຊົນ" ​ແລະ​ສະ​ແດງ​ໃຫ້​ເຫັນ​ວ່າ ຈະຖືກ​ອງປະຊຸມ​ສຸດ​ຍອດ​ເທື່ອ​ນີ້​ເປັນ​ຈຸດ​ເລີ່​ມຕົ້ນ ​ເພື່ອ​ສືບ​ຖອດ ​ແລະ​ສົ່ງ​ເສີມ​ນ້ຳ​ໃຈ​ຊຽງ​ໄຮ, ລົງ​ເລິກ​ການ​ຮ່ວມ​ມື ​ແລະ​ການແລກປ່ຽນ​ຂອງສື່​ມວນ​ຊົນ, ປະກອບສ່ວນ​ໃໝ່​ເຂົ້າ​ໃນ​ການ​ສ້າງ​ອົງການ​ຮ່ວມ​ມື​ຊຽງ​ໄຮ​ທີ່​ມີ​ຄວາມ​ໝັ້ນຄົງ ສະຖຍນລະ​ພາບ, ພັດທະນາ​​ ​ແລະຈະ​ເລີ​ນຮຸ່ງ​ເຮືອງ.
ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ທຳ​ອິດ​ໄດ້​ຈັດ​ຂຶ້ນ​ໂດຍ​ຫ້ອງ​ການຖະ​ແຫຼ​ງ​ຂ່າວລັດຖະບານ​ຈີນ ​ເຊິ່ງມີ​ເຈົ້າ​ໜ້າ​ທີ່ພາກສ່ວນ​ຖະ​ແຫຼ​ງຂ່າວ, ທູຕານຸທູດ​ປະ​ຈຳ​ຈີນ, ຜູ້​ຮັບຜິດຊອບ​ສື່ມວນ​ຊົນຕົ້ນຕໍ ​ແລະ​ຜູ້​ແທນ​ພາກສ່ວນ​ທີ່​ກ່ຽວຂ້ອງຈາກ​ບັນດາ​ປະ​ເທດ ສະມາຊິກ​ອົງການ​ຮ່ວມ​ມື​ຊຽງ​ໄຮ​ຈຳນວນ​ຫຼາຍ​ກວ່າ 260 ຄົນ​ໄດ້​ເຂົ້າ​ຮ່ວມ. ສື່​ມວນ​ຊົນ​ພາຍ​ໃນ ​ແລະ​ຕ່າງປະ​ເທດ​ຫຼາຍ​ກວ່າ 110 ​ແຫ່ງ​ໄດ້​ຮ່ວມ​ກັນ​ອອກ "ຂໍ້​ລິ​ເລີ່​ມກ່ຽວ​ກັບການ​​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ​ການ​​ແລກປ່ຽນ​ຂອງສື່​ມວນ​ຊົນຂອງ​ກອງ​ປະຊຸມ​ສຸດ​ຍອດ​ສື່​ມວນ​ຊົນ​ຄັ້ງ​ທຳ​ອິດ​ອົງການ​ການ​ຮ່ວມ​ມື​ຊຽງ​​ໄຮ". ຫ້ອງການຖະ​ແຫຼ​ງ​ຂ່າວລັດຖະບານ​ຈີນ ​ແລະ​ພາກສ່ວນ​ວຽກ​ງານ​ຖະ​ແຫຼ​ງຂ່າວ​ຂອງບາງປະ​ເທດສະມາຊິກ​ໄດ້​ເຊັນ​ບົດບັນທຶກການຮ່ວມມືສື່ມວນຊົນ 3 ສະບັບ, ສື່ມວນຊົນພາຍໃນ ແລະຕ່າງປະເທດໄດ້ເຊັນສັນຍາການຮ່ວມມືແລກປ່ຽນ 15 ສະບັບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ