ທ່ານ​ວາງຢີ້: ຫວັງ​ວ່າ​ຄູ່​ຮ່ວມ​ມື​ຂອງ​ພວກ​ເຮົາ​ຈະ​ປະຕິບັດ​ຕາມ​ຄຳ​ໝັ້ນ​ສັນຍາ
2018-06-02 16:30:35  cri 
ວັນ​ທີ 1 ມິຖຸນາ​ນີ້, ທ່ານ​ວາງ​ຢີ້ ທີ່​ປຶກສາ​ຫາ​ແຫ່ງ​ລັດ ທັງ​ເປັນລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ກ່າວ​ຢູ່​ບຣຸກ​ແຊ​ນວ່າ: ຫວັງ​ວ່າ​ຄູ່​ຮ່ວມ​ມື​ຂອງ​ພວກ​ເຮົາຈະ​ປະຕິບັດ​ຕາມ​ຄຳ​ໝັ້ນ​ສັນຍາ​ຂອງ​ຕົນ.
​​ໃນ​ເວລາຕອບ​ຄຳຖາ​ມຂອງ​ນັກ​ຂ່າວ​ຮ່ວມກັບ​ທ່ານນາງ ​​ແຟ​ເດີຣິກາ ​ໂມ​ເກຣີນີ ຜູ້ຕາງໜ້າ​ລະດັບ​ສູງ​ນະ​ໂຍບາຍ​ການຕ່າງປະ​ເທດ ​ແລະ​ຄວາມ​ໝັ້ນຄົງ​ສະຫະພາບ​ເອີ​ຣົບ, ທ່ານວາງຢີ້​​ໄດ້​ກ່າວ​ວ່າ: ດ້ານ​ບັນຫາຂໍ້​ຂັດ​ແຍ້ງ​ດ້ານເສດຖະກິດ-ການ​ຄ້າ​ຈີນ-ອາ​ເມ​ລິ​ກາ, ຫຼັກໝັ້ນ​ຂອງ​ຈີນ​​ແມ່ນ​ບໍ່​ພຽ​ງ​ແຕ່ ​ເພື່ອ​ຮັກສາ​ຜົນ​ປະ​ໂຫຍ​ດທີ່ຊອບ​ທຳຂອງ​ຕົນ​ເທົ່າ​ນັ້ນ, ຍັງ​ເພື່ອ​ຮັກສາກະຕິ​ກາ​ສາກົນ ​ແລະ​ລະ​ບົບກາ​ນຄ້າ​ຫຼາຍ​ຝ່າຍອີກ​ດ້ວຍ. ຈີນ​ຍິນ​ດີ​ຖື​ເອົາ​ນ້ຳ​ໃຈ​ເຄົາລົບ​ນັບຖື​ເຊັ່ງ​ກັນ ​ແລະ​ກັນ, ມີ​ຄວາມ​ສະ​ເໝີ​ພາບ ​ແລະ​ໃຫ້​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ປຶກສາ​ຫາລື​ຢ່າງ​ເລິກ​ເຊິ່ງ ​ແລະ​ລະອຽດ​ກວ່າ​ເກົ່າກັບ​​ອາ​ເມ​ລິ​ກາ​ກ່ຽວ​ກັບ​ຈະຈັດ​ຕັ້ງ​ປະຕິບັດຄວາມ​ເຫັນ​ເປັນ​ເອກະ​ພາບ​ກັນ​ທີ່​ບັນລຸ​ໄດ້​ໃນ​ເມື່ອກ່ອນ​ເປັນ​ແນວ​ໃດ, ຈີນມີ​ຄວາມ​ຫວັງ ​ແລະ​ຄວາມເຊື່​ອໝັ້ນ​ວ່າ​ຈະສາມາດ​ບັນລຸ​ໝາກຜົນ​​ແຫ່ງການ​ຮ່ວມ​ມື​ ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ໄດ້​ໃນ​ສຸດ​ທ້າຍ. ຈີນ​ແມ່ນ​ປະ​ເທດ​ທີ່​ມີ​ຄວາມ​ຮັບຜິດຊອບ, ​ແລະ​ຍາມ​ໃດ​ກໍ​ປະຕິບັດ​ຕາມຄຳ​ໝັ້ນ​ສັນຍາ​ຂອງ​ຕົນ​ໃນ​ການ​ໄປ​ມາ​ຫາ​ສູ່​ກັນລະຫວ່າງ​ຊາດ, ສະ​ນັ້ນ, ຈີນ​ຫວັງ​ວ່າ​ຄູ່​ຮ່ວມ​ມື​ຂອງ​ພວກ​ເຮົາ​ກໍ​ຈະ​ເຮັດ​ໄດ້ເຊັ່ນ​ດຽວ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ