ວິ​ຊາ​ການ​ຈີນ​ບັນ​ຍາຍ​ແຜນ​ການ​ຂອ​ງ​ຈີນ​ກ່ຽວ​ກັບ​ການ​ເຮັດ​ໃຫ້​ອາ​ຊີ​ປາ​ຊີ​ຟິກ​ມີ​ຄວາມ​ສະ​ຫງົບ​ແລະ​ສະ​ຖຽນ​ລະ​ພາບ​ເປັນ​ເວ​ລາ​ດົນ​ນານ​ໃນ​ກອງ​ປະ​ຊຸມ​ສົນ​ທະ​ນາ​ແຊງກຼີ​ລາ
2018-06-03 13:17:24  cri 
ໃນ​ກອ​ງ​ປະ​ຊຸມ​ສົນ​ທະ​ນາແຊງກຼີ​ລາ​ຄັ້ງ​ທີ 17 ທີ່​ພວມ​ດຳ​ເນີນ​ຢູ່​ສິງ​ກະ​ໂປ, ວິ​ຊາ​ການ​ຂອງ​ຈີນ​ໄດ້​ຕັ້ງ​ຫ​ນ້າ​ບັນ​ຍາຍ​ແຜນ​ການ​ຂອງ​ຈີນ​ກ່ຽວ​ກັບ​ການ​ໃຫ້​ພາກ​ພື້ນ​ອາ​ຊີ​ປາ​ຊິກ​ຟິກ​ບັນ​ລຸ​ຄວາມ​ສະ​ຫງົບ​ແລະ​ສະ​ຖຽນ​ລະ​ພາບ​ເປັນ​ເວ​ລາ​ດົນ​ນານ, ແລະ​ປະ​ກອບ​ສ່ວນ​ຂອງ​ຕົນ​ເຂົ້າ​ໃນ​ການ​ພະ​ຍາຍມ​ບັນ​ລຸ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ​ເປັນ​ເວ​ລາ​ຍາວ​ນານ.

ໃນ​ເວ​ລາ​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ​ໃນ​ກອງ​ປະ​ຊຸມ​ທີ່​ດຳ​ເນີນ​ໃນ​ວັນ​ທີ 2 ມິ​ຖຸ​ນານີ້, ທ່ານ​ເຫີ​ເລີຍ ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ຈີນ ຮອງ​ຫົວ​ໜ້າ​ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ການ​ທະ​ຫານ​ຈີນ​ຊີ້​ອອກວ່າ, ​ການ​ເກີດບັນ​ຫາ​ຄວາມ​ໝັ້ນ​ຄົງ​ຢ່າງ​ຫຼວງ​ຫຼາຍ​​ຢູ່​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ​ສ່ວນ​ຫຼາຍແມ່ນ​ຍ້ອນ​ການ​ພັດ​ທະ​ນາ, ທາງ​ອອກກໍ​ແຍກ​ອອກ​ຈາກ​ການ​ພັດ​ທະ​ນາ​ບໍ່​ໄດ້​ເຊັ່ນ​ກັນ. ຈີນ​ໄດ້​ອອກ​ແຮງ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຮ່ວມ​ກັນ, ສຸມ​ໃສ່​ການ​ແກ້​ໄຂ​ບັນ​ຫາ​ຄວາມ​ໝັ້ນ​ຄົງ​ຈາກ​ດ້ານ​ກົກ​ຮາກ, ເຊິ່ງ​ຂໍ້​ລິ​ເລີ່ມ ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ​ທີ່​ສະ​ເໜີ​ໂດຍ​ຈີນ​ບໍ່​ພຽງ​ແຕ່​ໄດ້​ນຳ​ເອົາ​ໂອ​ກາດ​ພັດ​ທະ​ນາ​ດ້ານ​ເສດ​ຖະ​ກິດ​ມາໃຫ້​ປະ​ເທດ​ຕ່າງໆ​ໃນ​ໂລກ​ທໍ່​ນັ້ນ, ຍັງ​ໄດ້​ສະ​ໜອງ​ແນວ​ຄວາມ​ຄິດ​ແລະ​ແຜນ​ການ​ໃຫ້​ບັນ​ດາ​ປະ​ເທດ​ໃນ​ການ​ແກ້​ໄຂ​ບັນ​ຫາ​ຄວາມ​ໝັ້ນ​ຄົງ.

ທ່ານ​ໂຈ່ວ​ໂປ ຫົວ​ໜ້າ​ສູນ​ການ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນ​ຄົງ​ຂອງ​ຫ້ອງ​ການ​ຮ່ວມ​ມື​ທາງ​ການ​ທະ​ຫານ​ສາ​ກົນ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ກ່າວ​ວ່າ, ຈີນ​ຮູ້​ຢ່າງ​ເລິກ​ເຊິ່ງ​ວ່າ​ການ​ພັດ​ທະ​ນາ​ໂດຍ​ສັນ​ຕິ​ຂອງ​ຕົນ​ເອງ​ມີ​ສ່ວນ​ກ່ຽວພັນກັບ​ອະ​ນາ​ຄົດ​ຂອງ​ອາ​ຊີ​ປາ​ຊີ​ຟິກ​ຢ່າງ​ແໜ້ນ​ແຟ້ນ, ແລະ​ມີ​ຄຳ​ເຫັນ​ວ່າ​ຕ້ອງ​ດຳ​ເນີນ​ການ​ສົນ​ທະ​ນາ​ແລະ​ຮ່ວມ​ມື​ກັນ​ດ້ານ​ຄວາມ​ໝັ້ນ​ຄົງ​ລະ​ຫວ່າງສອງ​ຝ່າຍ​ແລະ​ຫຼາຍ​ຝ່າຍ, ເພື່ອ​ຊຸກ​ຍູ້​ໃຫ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ແລະ​ການ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນ​ຄົງ​ພັດ​ທະ​ນາ​ໄປ​ພ້ອມ​ກັນ. ໂຄງ​ຄວາມ​ຄິດ​ຂອງ​ຈີນ​ກ່ຽວ​ກັບ​ຂອບ​ຄວາມ​​ໝັ້ນຄົງ​ອາ​ຊີ​ປາ​ຊີ​ຟິກ​ແມ່ນ​ເປັນ​ການ​ເພີ່ມ​ເຕີມ​ແລະ​ບູ​ລະ​ນະ​ຕໍ່ກົນ​ໄກ​ທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນ ເຊິ່ງ​ແກນ​ກາງ​ແມ່ນ​ການ​ຮ່ວມ​ມື ຫາກ​ບໍ່​ແມ່ນ​ການ​ເປັນ​ປໍ​ລະ​ປັກ​ກັນ. ທ່ານ​ກ່າວ​ວ່າ, ການ​ພົວ​ພັນ​ຈີນ-ອາ​ເມ​ລິ​ກາ​ມີ​ຄວາມ​ໝັ້ນ​ຄົງ, ພາກ​ພື້ນ​ອາ​ຊີ​ອາ​ຊີ​ຟິກ​ຈິ່ງ​ມີ​ສະ​ຖຽນ​ລະ​ພາບ​ໄດ້. ເມື່ອ​ທຽບ​ກັບ​ຂົງ​ເຂດ​ຄວາມ​ໝັ້​ນ​ຄົງ​ເກົ່າ​ແລ້ວ, ບັນ​ດາ​ປະ​ເທດ​ທີ່​ຢູ່​ພາກ​ພື້ນ​ແຫ່ງນີ້​ຈະ​ມີ​ຄວາມ​ຮັບ​ຮູ້​ເປັນ​ເອ​ກະ​ພາບ​ກັນ​ຫຼາຍ​ກ່ຽວ​ກັບ​ການ​ແກ້​ໄຂ​ບັນ​ຫາ​ຄວາມ​ໝັ້​ນ​ຄົງ​ທີ່​ເກີດ​ໃໝ່, ແລະ​ກໍ່​ຈະ​ມີ​ພຶດ​ຕິ​ກຳ​ຫຼາຍກວ່າ, ​ສະ​ນັ້ນຫວັງ​ວ່າບັນ​ດາ​ປະ​ເທດ​ອາ​ຊຽນ​ ແລະ​ປະ​ເທດ​ທີ່​ຢູ່ນອກ​ພາກ​ພື້ນ​ແຫ່ງນີ້​ຫຼາຍກວ່າ​ເກົ່າ​ຈົ່ງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັນ, ຮ່ວມ​ກັນ​ຮັບ​ມື​ກັບ​ການ​ທ້າ​ທາຍ​ຕໍ່​ຄວາມ​ໝັ້ນ​ຄົງ​ທີ່​ບໍ່​ແມ່ນ​ດັ້ງ​ເດີມ​ໃນ​ທຸກ​ຮູບ​ການ​ທີ່​ເກີດ​ຂຶ້ນ​ຢູ່​ພາກ​ພື້ນ​ແຫ່ງນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ