ນ້ຳ​ໃຈ​ຊຽງ​ໄຮ້​ນຳ​ພາ​ການ​ພັດ​ທະ​ນາ​ຂອງ​ເຂດ​ການ​ຮ່ວມ​ມື​ຊຽງ​ໄຮ້
2018-06-03 13:25:55  cri 
ຫວ່າງມໍ່ໆ​ນີ້ ທ່ານ​ຣາ​ຈີ​ໂມ​ຟ ຜູ້​ຕາງ​ໜ້າ​​ພິ​ເສດ​ກ່ຽວ​ກັບ​ວຽກ​ງານ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້ຂອງປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ຂ່າວ​ສານ​ຊິນ​ຮ​ວາ​ຈີນ ໂດຍ​ກ່າວ​ວ່າ, ຣັດ​ເຊຍ ຈີນ​ແລະ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ສາ​ມາດ​ປະ​ສານ​ສົມ​ທົບ​ກັນ ຮ່ວມ​ມື​ກັນ​ໃນ​ທຸກ​ຂົງ​ເຂດ​ແມ່ນ​ຍ້ອນ​ວ່າ​ນັບ​ແຕ່​ໄດ້​ສ້າງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ເປັນ​ຕົ້ນ​ມາ, ປະ​ເທດ​ສະ​ມາ​ຊິກ​ຕ່າງໆ​ລ້ວນ​ແຕ່​ແມ່ນ​ສຸມ​ໃສ່​ການ​ສ້າງ​ເຂດ​ການ​ຮ່ວມ​ມື​ຊຽງ​ໄຮ້​ໃຫ້​ເປັນ​ເຂດ​ໜຶ່ງ​ທີ່​ນຳ​ພາ​ໂດຍ ນ້ຳ​ໃຈ​ຊຽງ​ໄຮ້​ທີ່​ຕ່າງ​ໄວ້​ເນື້ອ​ເຊື່ອງ​ໃຈ​ກັນ, ສ້າງ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ, ສະ​ເໝີ​ພາບ​ກັນ, ປຶກ​ສາ​ຫລື​ກັນ, ເຄົາ​ລົບ​ອາ​ລະ​ຍະ​ທຳ​ທີ່​ມີ​ຄວາມ​ຫຼາກ​ຫຼາຍ, ແລະ​ສະ​ແຫວງ​ຫາ​ການ​ພັດ​ທະ​ນາ​ຮ່ວມ​ກັນ.

ທ່ານ​ຮາ​ຈີ​ໂມ​ຟ​ກ່າວ​ວ່າ,ພາຍ​ຫລັງ​ໄດ້​ຮັບ​ໜ້າ​ທີ່​ເປັນ​ປະ​ເທດ​ປະ​ທານ​ໝູນ​ວຽນ​ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ເມື່ອ​ປີ​ກາຍ​ເປັນ​ຕົ້ນ​ມາ, ຈີນ​ໄດ້​ວາງ​ແຜນ​ການ​ພັດ​ທະ​ນາ​ອັນ​ອຸ​ດົມ​ສົມ​ບ​ລຸນ​ເພື່ອ​ອົງ​ການ​ດັ່ງ​ກ່າວ, ແລະ​ໄດ້​ອອກ​ແຮງ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ໃນ​ອົງ​ການ, ພ້ອມ​ກັນ​ນັ້ນ​ຍັງ​ໄດ້​ໃຊ້​ມາດ​ຕະ​ການ​ຫຼາຍ​ຢ່າງ​ເພື່ອ​ຊຸກ​ຍູ້​ໃຫ້​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ພັດ​ທະ​ນາ​ເຂົ້າ​ສູ່​ໄລ​ຍະ​ໃໝ່.

ທ່ານ​ຍັງ​ກ່າວ​ວ່າ, ຣັດ​ເຊຍ​ແລະ​ຈີນ​ຍຶດ​ຖື​ນ້ຳ​ໃຈ​ຊຽງ​ໄຮ້, ທຳ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັນ, ເຮັດ​ໃຫ້​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ມີ​ຄວາມ​ໝັ້ນ​ໃຈ​ອັນ​ເຕັມ​ປ່ຽມ ແລະ​ມີ​ຫຼັກ​ໝັ້ນ​ອັນ​ໜັກ​ແໜ້ນ​ໃນ​ເວ​ລາ​ແກ້​ໄຂ​ບັນ​ຫາ​ພ​າກ​ພື້ນ​ແລະ​ວຽກ​ງານ​ທົ່ວ​ໂລກ, ອັນ​ໄດ້​ເຮັດ​ໃຫ້​ອົງ​ການນີ້​ໄດ້​ຮັບ​ອິ​ທິ​ພົນ​ທີ່​ສົມ​ຄູ່​ກັນ​ໃນ​ສາ​ກົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ