ຈີນ-ອາ​ເມ​ລິ​ກາ​ຜັນ​ຂະ​ຫຍາຍ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ທີ່​ບັນ​ລຸ​ໄວ້​ຢູ່​ວໍ​ຊິງ​ຕັນ ຂໍ​ກະ​ແຈ​ຂໍ​ກະ​ແຈ​ແມ່ນ​ຢູ່​ນຳ​ຄຳ​ວ່າ: ກ້າວ​ໄປ​ໜ້າ​ຕາມ​ທິດ​ດຽວ​ກັນ
2018-06-03 15:36:29  cri 
ວັນ​ທີ 2-3 ມິ​ຖຸ​ນານີ້,​ຢູ່​ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ, ທ່ານ​ຫຼິວ​ເຮີ້ ກຳ​ມະ​ການ​ກົມ​ການ​ເມືອ​ງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ຮອງ​ນາ​ຍົກ​ລັ​ດ​ຖະ​ມົນ​ຕີ​ຈີນ, ຜູ້​ນຳ​ຝ່າຍ​ຈີນ​ຂອງ​ການ​ສົນ​ທະ​ນາ​ເສດ​ຖະ​ກິດ​ຮອບ​ດ້ານ​ຈີນ-ອາ​ເມ​ລິ​ກາໄດ້​ນຳ​ພາ​ທິມ​ງານ​ຈີນ​ປຶກ​ສາ​ຫາ​ລື​ກັບ​ທິມ​ງານ​ອາ​ເມ​ລິ​ກາ​ທີ່​ນຳ​ໂດຍ​ທ່ານ​ວິວ​ເບີ ໂຣ​ສ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ອາ​ເມ​ລິ​ກາ​ກ່ຽວ​ກັບ​ບັນ​ຫາ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ. ອີງ​ຕາມ​ຖະ​ແຫຼງ​ການ​ທີ່​ຈີນ​ປະ​ກາດ​, ສອງ​ຝ່າຍ​ໄດ້​ແລກ​ປ່ຽນ​ກັນ​ເປັນ​ຢ່າງ​ດີ​ໃນ​ດ້ານ​ກະ​ສິ​ກຳ, ພະ​ລັງ​ງານ​ແລະ​ຂົງ​ເຂດ​ອື່ນໆ ເພື່ອ​ຜັນ​ຂະ​ຫຍາຍ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ທີ່​ສອງ​ປະ​ເທດ​ບັນ​ລຸ​ຢູ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ​ໃນ​ຜ່ານ​ມາ, ແລະ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ລະ​ອຽດ​ທີ່​ດີ, ເຊິ່ງ​ຂໍ້​ລະ​ອຽດ​ທີ່​ກ່ຽວ​ຂ້ອງ​ຍັງ​ຕ້ອງ​ໃຫ້​ສອງ​ຝ່າຍ​ຕົກ​ລົງ​ກັນ​ຕື່ມ​ອີກ. ທ່ານ​ໂຣ​ສ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ອາ​ເມ​ລິ​ກາ​ກ່າວ​ຕໍ່​ພາຍນອກວ່າ, ການ​ເຈ​ລະ​ຈາ​ກັບ​ຈີນ​ນັບ​ມາ​ຮອດ​ປະ​ຈຸ​ບັນ ແມ່ນ​ເຕັມ​ໄປ​ດ້ວຍ​ມິດ​ຕະ​ພາບ​ແລະ​ກົງ​ໄປ​ກົງ​ມາ, ເຊິ່ງ​ການ​ເຈ​ລະ​ຈາ​ໄດ້​ກ່ຽວ​ພັນ​ກັບ​ປະ​ເພດ​ສິນ​ຄ້າ​ຂາ​ອອກ​ຈຳ​ນວນ​ໜຶ່ງ​ທີ່​ເປັນ​ຂໍ້​ລະ​ອຽດ.

ໃນ​ຖະ​ແຫຼງ​ການ​ທີ່​ຈີນ​ປະ​ກາດ​ມີ 3 ຄຳ​ສັບ​ທີ່​ສຳ​ຄັນ​ຄື: "ຜັນ​ຂະ​ຫຍາຍ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ", "ແລກ​ປ່ຽນ​ກັນ​ເປັນ​ຢ່າງ​ດີ" ແລະ "ຄວາມ​ຄືບ​ໜ້າ​ລະ​ອຽດ​ທີ່​ດີ" ເຊິ່ງ​ຄຳ​ວ່າ "ຜັນ​ຂະ​ຫຍາຍ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ"​ແມ່ນ​ຈຸດ​ປະ​ສົງ​ຂອງ​ການ​ເຈ​ລະ​ຈາ​ຄັ້ງ​ນີ້, "ແລກ​ປ່ຽນ​ກັນ​ເປັນ​ຢ່າງ​ດີ"ແມ່ນ​ວິ​ທີ​ຂອງ​ການ​ເຈ​ລະ​ຈາ, ສ່ວນ​ຄຳ​ວ່າ "ຄວາມ​ຄືບ​ໜ້າ​ລະ​ອຽດ​ທີ່​ດີ"ກໍ່​ແມ່ນ​ໝາກ​ຜົນ​ຂອງ​ການ​ເຈ​ລະ​ຈາ, ສາມ​ດ້ານນີ້​ພົວ​ພັນ​ກັນ​ຢ່າງ​ແໜ້ນ​ແຟ້ນ, ຂາດ​ດ້ານ​ໜຶ່ງ​ກໍ​ບໍ່​ໄດ້. ສັງ​ເກດ​ຈາກ​ຂ່າວ​ທີ່​ປະ​ກາດ​ຕໍ່​ພາຍນອກ​ແລ້ວ​ເຫັນ​ວ່າ, ຈຸດ​ໜັກ​ຂອງ​ການ​ເຈ​ລະ​ຈາ​ຄັ້ງ​ນີ້​ແມ່ນ​ຢູ່​ສອງ​ດ້ານ​ຄື ກະ​ສິ​ກຳ ແລະ​ພະ​ລັງ​ງານ, ໄດ້​ຮັບ​ຄວາມ​ຄືບ​ໜ້າ​ທີ່​ດີ​ໃນ​ສອງ​ດ້ານນີ້​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຂອງ​ທັງ​ສອງ​ຝ່າຍ.

ການ​ນຸ່ງ​ຖື ອາ​ຫານ​ການ​ກິນ ການ​ເດີນ​ທາງ​ແລະ​ພັກ​ເຊົ່າ ແມ່ນ​ບັນ​ຫາ​ທີ່​ແທດ​ເໝາະ​ກັບ​ປະ​ຊາ​ຊົນ​ທີ່​ສຸດ. ປັດ​ຈຸ​ບັນ ຈີນ​ໄດ້​ປະ​ກອບ​ເປັນ​ກຸ່ມ​ຄົນ​ທີ່​ມີ​ລາຍ​ໄດ້​ຜ້ານ​ກາງ​ທີ່​ມີ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ໃນ​ທົ່ວ​ໂລກ, ຄວາມ​ຂັດ​ແຍ້ງ​ກັນ​ໃນ​ສັງ​ຄົມ​ຕົ້ນ​ຕໍ່​ແມ່ນ​ເກີດ​ຂຶ້ນຢູ່​ລະ​ຫວ່າງ​ຄວາມ​ຕ້ອງ​ການ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ​ງາມ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຂອງ​ປະ​ຊາ​ຊົນ ກັບ​ການ​ພັດ​ທະ​ນາ​ທີ່​ບໍ່​ກ້ຳ​ເກິ່ງ​ກັນ​ແລະ​ບໍ່​ເຕັມ​ສ່ວນ. ຈີນ​ເພີ່ມ​ກ່ານ​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ທີ່​ຄຸນ​ນະ​ພາບ​ດີ​ແລະ​ພະ​ລັງ​ງານ​ສະ​ອາດ​ເຊັ່ນ​ອາຍ​ແກ​ສ​ທຳ​ມະ​ຊາດ​ຈາກ​ອາ​ເມ​ລິ​ກາ, ແມ່ນ​ເພື່ອ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ປະ​ຊາ​ຊົນ​ທີ່​ສະ​ແຫວງ​ຫາ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ, ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ພັດ​ທະ​ນາ​ດ້ວຍ​ຄຸນ​ນະ​ພາບ​ສູງ.

ໃນ​ດ້ານ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​, ໃນ​ຫຼາຍ​ປີ​ມານີ້, ໝາກ​ກ້ຽງ, ໝາກ​ຖົ່ວ​ເຫຼືອງ, ໝາກໄມ້​ແຫ້ງ, ເຫຼົ້າ​ແວງ, ຊິ້ນ​ງົວ ແລະ​ຜະ​ລິດ​ຕະ​ພັນ​ອື່ນໆ ໄດ້​ຕອບ​ສະ​ໜອງ​ ​ຜູ້​ບໍ​ລິ​ໂພກ​ຈີນ​ທີ່ມີຄວາມ​ຕ້ອງ​ການ​ຕໍ່​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ທີ່​ມີ​ຄຸນ​ນະ​ພາບ​ດີ. ຈີນ​ເພີ່ມ​ການ​ນຳ​ເຂົ້າ​ຈາກ​ອາ​ເມ​ລິ​ກາ, ບໍ່​ພຽງ​ແຕ່​ສາ​ມາດ​ເຮັດ​ໃຫ້​ຜູ້​ບໍ​ລິ​ໂພກ​ຈະ​ໄດ້​ຊື​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ທີ່​ຄຸນ​ນະ​ພາບ​ດີ​ແລະ​ລາ​ຄາ​ຖືກທໍ່​ນັ້ນ, ຍັງ​ຈະ​ກະ​ຕຸກ​ໃຫ້​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ຈີນ​ດຳ​ເນີນ​ການ​ປະ​ຕິ​ຮູບ​ໃໝ່​ໃນ​ທ່າມ​ກາງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ. ພ້ອມ​ກັນ​ນັ້ນ, ຊາວ​ກະ​ສິ​ກອນ​ອາ​ເມ​ລິ​ກາ​ກໍ​ຈະ​ມີ​ລາຍ​ຮັບ​ເພີ່ມ​ຂຶ້ນ​ຈາກ​ການ​ໄດ້​ຮັບ​ຕະ​ຫຼາດ​ສົ່ງ​ອອກ​ທີ່​ໝັ້ນ​ທ່ຽງ.

ໃນ​ດ້ານ​ພະ​ລັງ​ງານ, ເສດ​ຖະ​ກິດ​ຈີ​ນ​ພັດ​ທະ​ນາ​ຢ່າງວ່ອງ​ໄວ ແລະ​ຄວາມ​ຕ້ອງ​ການ​ບໍ​ລິ​ໂພກ​ພະ​ລັງ​ງານ​ຂອ​ງ​ປະ​ຊາ​ຊົນ​ເກືອບ 1 ຕື້ 400 ລ້ານ​ຄົນ ເຮັດ​ໃຫ້​ຄວາມ​ຂັດ​ແຍ້ງ​ກັນ​ດ້ານ​ການ​ສະ​ໜອງ​ແລະ​ຄວາມ​ຕ້ອງ​ການ​ນັບ​ມື້​ນັບ​ພົ້ນ​ເດັ່ນ​ອອກ. ທ້າຍ​ປີ​ກາຍນີ້ ການ​ຂາດ​ເຂີນ​ອາຍ​ແກ​ສ​ທຳ​ມະ​ຊາດ​ທີ່​ເກີດ​ຂຶ້ນ​ຢູ່​ຫຼາຍ​ແຂວງ​ຂອງ​ຈີນ​ເຮັດ​ໃຫ້​ປະ​ຊາ​ຊົນ​ຈີນ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ຄວາມ​ສາ​ມາດ​ການ​ຜະ​ລິດ​ພະ​ລັງ​ງານ​ຂອງ​ຕົນ​ເອງ​ຍາກ​ທີ່​ຈະ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ປະ​ຊາ​ຊົນ​ຈີນ​ອີກ​ແລ້ວ. ພ້ອມ​ກັນ​ນັ້ນ, ປະ​ຊາ​ຊົນ​ຈີນ​ກໍ່​ມີ​ຄວາມ​ຄອງ​ຄອຍ​ໃນ​ການ​ປັບ​ປຸງ​ຄຸນ​ນະ​ພາບ​ອາ​ກາດ​ໃນ​ດີ​ຂຶ້ນ, ລັດ​ຖະ​ບານ​ກໍ່​ໄດ້​ຕັດ​ສິນ​ໃຈ​ແລະ​ວາງ​ມາດ​ຕະ​ການ​ຕ່າງໆ​ເພື່ອ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ໃຫ້​ດີ, ເຊິ່ງ​ທັງ​ໝົດ​ເຫຼົ່າ​ນີ້​ລ້ວນ​ແຕ່​ຕ້ອງ​ການ​ເພີ່ມ​ການ​ນຳ​ເຂົ້າ​ພະ​ລັງ​ງານ​ທີ່​ສະ​ອາດ, ແລະ​ປະ​ກອບ​ເປັນ​ຊ່ອງ​ທາງ​ນຳ​ເຂົ້າ​ພະ​ລັງ​ງານ​ແລະ​ໂຄງ​ປະ​ກອບ​ພະ​ລັງ​ງານ​ທີ່​ຫັນ​ເປັນ​ຫຼາຍ​ເຄົ້າ. ອີກ​ດ້ານ​ໜຶ່ງ ນີ້​ກໍ່​ຈະ​ຊ່ວຍ​ອາ​ເມ​ລິ​ກາ​ຫຼຸດ​ຈຳ​ນວນ​ຂຸມ​ການ​ເງິນ​ໃຫ້​ໜ້ອຍ​ລົງ ເຊິ່ງ​ເປັນ​ການ​ໃຫ້​ທັງ​ສອງ​ຝ່າຍ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ.

ແຕ່​ໃນ​ຂະ​ນະ​ດຽວ​ກັນ​ນີ້ ເໝືອນ​ດັ່ງ​ການ​ລະ​ບຸ​ໄວ້​ໃນ​ຖະ​ແຫຼງ​ການ​ຂອງ​ຝ່າຍ​ຈີນ, ໝາກ​ຜົນ​ທີ່​ຈີນ-ອ​າ​ເມ​ລິ​ກາ​ບັນ​ລຸ​ນັ້ນ, ຄວນ​ແຕ່​ແມ່ນ​ຢູ່​ບົນ​ພື້ນ​ຖານ​ທີ່​ສອງ​ຝ່າຍ​ກ້າວ​ໜ້າ​ໄປ​ຕາມ​ທິດ​ດຽວ​ກັນ, ແລະ​ບໍ່​ກໍ່​ສົງ​ຄາມ​ການ​ຄ້າ, ຖ້າ​ວ່າ​ອາ​ເມ​ລິ​ກາ​ວາງ​ນະ​ໂຍ​ບາຍ​ລົງ​ໂທດ​ການ​ຄ້າ​ເຊັ່ນ ການ​ເພີ່ມ​ການ​ເກັບ​ພາ​ສີ​ເປັນ​ຕົ້ນ, ໝາກ​ຜົນ​ດ້າ​ເນ​ສດ​ຖະ​ກິດ​ການ​ຄ້າ​ທີ່​ສອງ​ຝ່າຍ​ບັນ​ລຸ​ໂດຍ​ຜ່ານ​ການ​ເຈ​ລະ​ຈາ​ນັ້ນ​ກໍ່​ຈະ​ບັງ​ເກີດ​ຜົນ​ບໍ່​ໄດ້ ເຊິ່ງນີ້​ຄືທ່າ​ທີ​ແລະ​ພື້ນ​ຖານ​ຂອງ​ຝ່າຍ​ຈີນ, ແລະ​ກໍ່​ແມ່ນ​ຂໍ​ກະ​ແຈ​ທີ່​ຮັບ​ປະ​ກັນ​ໃຫ້​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ລະ​ຫວ່າງ​ຈີນ-ອາ​ເມ​ລິ​ກາ​ທີ່​ບັນ​ລຸ​ໄວ້​ຢູ່​ວໍ​ຊິງ​ຕັນ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ.

ການ​ສະ​ແດງ​ທ່າ​ທີ​ຄື​ແນວນີ້​ແມ່ນ​ມີ​ເຫດ​ມີ​ຜົນ​ຢ່າງ​ເດັ່ນ​ຊັດ ນັ້ນ​ກໍ່​ຄື: ໃນ​ບໍ່​ເທົ່າ​ໃດ​ມື້​ກ່ອນ​ທ່ານ​ໂຣ​ສ​ໄປ​ຢ້ຽມ​ຢາມ​ຢູ່​ຈີນ​ໃນ​ຄັ້ງ​ນີ້, ອາ​ເມ​ລິ​ກາ​ປ່ຽນ​ໜ້າ​ຢ່າງ​ກະ​ທັນ​ຫັນ ໂດຍ​ປະ​ກາດ​ວ່າ​ຈະ​ຈັດ​ລາຍ​ຊື່​​ຜະ​ລິດ​ຕະ​ພັນ​ເຕັກ​ນິກ​ອຸດ​ສາ​ຫະ​ກຳ​ສຳ​ຄັນ​ທີ່​ຈີນ​ສົ່ງ​ອອກ​ຂາຍ​ອາ​ເມ​ລິ​ກາທີ່​ມີ​ມູນ​ຄ່າ 50 ຕື້​ໂດ​ລາ​ສະ​ຫະ​ລັດ​​ທັງເພີ່ມ​ເກັບ​ພາ​ສີ​ 25% ກ່ອນວັນ​ທີ 15 ມິ​ຖຸ​ນາ. ຍັງ​ມີ​ສື່ມວນ​ຊົນ​ລາຍ​ງານ​ວ່າ, ຖ້າ​ວ່າ​ໜ່ວຍ​ງານ​ອາ​ເມ​ລິ​ກາ​ທີ່​ເດີນ​ທາງ​ໄປ​ຈີນ​ກ່ອນ​ນັ້ນ​ບໍ່​ສາ​ມາດ​ປຶກ​ສາ​ກັບ​ຝ່າຍ​ຈີນ​ເປັນ​ຢ່າງ​ດີ, ທ່ານ​ໂຣ​ສ​ກໍ່​ຈະ​ບໍ່​ໄປ​ຈີນ​ອີກ​ແລ້ວ. ແຕ່​ຜົນ​ສຸດ​ທ້າຍ​ແມ່ນ​ທ່ານ​ໂຣ​ສ​ໄປ​ຮອດ​ຈີນ​ກ່ອນ​ແຜນ, ທັງ​ມີ "ຄວາມ​ຍິນ​ດີ​ທີ່​ສຸດ"ໃນ​ການ​ເຈ​ລະ​ຈາ​ກັບ​ຈີນ, ທັງ​ໝົດ​ເຫຼົ່າ​ນີ້​ໄດ້​ສ້າງ​ຄວາມ​ຕື່ນ​ຕົກ​ໃຈ​ໃຫ້​ແກ່​ພາຍນອກ, ແລະ​ສະ​ແດງ​ໃຫ້​ເຫັນ​ວ່າ, ປຶກ​ສາ​ກັນ​ໄປ ສູ້​ກັນ​ໄປ ໄດ້​ກາ​ເຍ​ປັນ​ສະ​ພາບ​ປົກ​ກະ​ຕິ​ອັນ​ໃໝ່​ໃນ​ການ​ປຶກ​ສາ​ຫາ​ລື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ-ອາ​ເມ​ລິ​ກາ.

ທ່ານ​ໂຣ​ສ​ ລັດ​ຖະ​ມົນ​ຕີ​ກະ​ຊວງ​ກາ​ນ​ຄ້າ​ອາ​ເມ​ລິ​ກາ​ກ່າວ​ວ່າ ການ​ເຈ​ລະ​ຈາ​ກັບ​ຈີນ​ຄັ້ງ​ນີ້​ແມ່ນ​ເຕັມ​ໄປ​ດ້ວຍ​ມິດ​ຕະ​ພາບ​ແລະ​ກົງ​ໄປ​ກົງ​ມາ. ແຕ່​ຍ້ອນ​ວ່າ​ຍັງ​ມີ​ຂໍ້​ປີກ​ຍ່ອຍ​ຕ້ອງ​ການ​ທັງ​ສອງ​ຝ່າຍ​ຕົກ​ລົງ​ກັນ​ຕື່ມ​ອີກ, ທິມ​ງານ​ອາ​ເມ​ລິ​ກາ​ຍັງ​ຊິ​ແຈ້ງ​ຜົນ​ຂອງ​ການ​ເຈ​ລະ​ຈາ​ຄັ້ງ​ນີ້​ໃຫ້​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ໂດ​ນັດ ທ​ລຳ, ຕໍ່​ໄປຈະ​ເກີດ​ເຫດ​ຫຍັງ​ຂຶ້ນ ຍັງ​ບໍ່ຈະ​ແຈ້ງ​ເທື່ອ. ຕໍ່​ເລື່ອງນີ້, ຈີນ​ມີ​ທ່າ​ທີ​ໃຈ​ເຢັນ, ມີ​ຄວາມ​ອົດ​ທັນ​ດ້ານ​ຍຸດ​ທະ​ສາດ ແລະ​ທຳ​ການ​ກະ​ກຽມ​ເປັນ​ຢ່າງ​ດີ​ແລ້ວ​ເພື່ອ​ຮັບ​ມື​ກັບ​ທຸກ​ກໍ​ລະ​ນີ​ທີ່​ອາດ​ຈະ​ເກີດ​ຂຶ້ນ.

ດັ່ງ​ທີ່​ເພິ່ນ​ກ່າວ​ໄວ້​ວ່າ: ຂໍ​ພຽງ​ແຕ່ຍຶດ​ຖື​ຫຼັກ​ໝັ້ນ​ຂອງ​ຕົນ​ເອງ​ໂດຍ​ບໍ່​ປ່ຽນ​ແປງ, ແລ້ວ​ທີ່​ສະ​ຖາ​ນະ​ການ​ຈະ​ປ່ຽນ​ໄປ​ທາງ​ໃດ. ​ການ​ປະ​ຕິ​ຮູບ​ແລະ​ໄຂ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ​ມີ​ເປົ້າ​ໝາຍ​ທີ​ຈະ​ແຈ້ງ​ແລະ​ຄັກ​ແນ່, ໄດ້​ດຳ​ເນີນ​ໄປ​ດ້ວຍ​ຈັງ​ຫວະ​ທີ່​ໜັ​ກ​ແໜ້ນ ແລະ​ສົມ​ເຫດ​ສົມ​ຜົນ. ບໍ່​ວ່າ​ແມ່ນ​ການ​ເພີ່ມ​ການ​ນຳ​ເຂົ້າ ຍັງ​ຜ່ອນ​ຄາຍມ​ດາ​ຕະ​ຖານ​ເຂົ້າ​ຕະ​ຫຼາດ, ລ້ວນ​ແຕ່​ເປັນ​ການ​ຕົກ​ລົງ​ຈາກ​ສະ​ພາບ​ຕົວ​ຈິງ​ທີ່​ເພື່ອ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຕໍ່​ຊີ​ວິດ​ການ​ເປັນ​ຢູ່​ອັນ​ດີ​ງາມ​ຂອງ​ປະ​ຊາ​ຊົນ ແລະ​ບັນ​ລຸ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ດ້ວຍ​ຄຸນ​ນະ​ພາບ​ສູງ, ຖື​ເປັນ​ການ​ຕັດ​ສິນ​ດ້ານ​ຍຸດ​ທະ​ສາດ​ທີ່​ກຳ​ນົດ​ໄວ້ ໂດຍ​ຈະ​ບໍ່​ຜັນ​ປ່ຽນ​ກັນ​ຍ້ອນ​ແຮງ​ກົດ​ດັນ​ຈາກ​ພາຍນອກ.

ອີງ​ຕາມ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ທີ່​ບັນ​ລຸ​ຢູ່​ວໍ​ຊິງ​ຕັນ, ຕໍ​ໄປ ຈີນ-ອາ​ເມ​ລິ​ກາ​ຍັງ​ຈະ​ປຶກ​ສາ​ຫາ​ລື​ກັນ​ກ່ຽວ​ກັບ​ບັນ​ຫາ​ທີ່​ວ່າ​ຈະ​ຜັນ​ຂະ​ຫຍາຍ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ຜະ​ລິດ, ຜະ​ລິດ​ຕະ​ພັນ​ເຕັກ​ນິກ​ສູງ, ຜະ​ລິດ​ຕະ​ພັນ​ຂະ​ແໜງ​ການ​ບໍ​ລິ​ການ​ອື່ນ​ຂົງ​ເຂດ​ອື່ນໆ. ຄວາມ​ພະ​ຍາ​ຍາມ​ທີ່​ຈີນ​ທຳ​ອອກ​ນັ້ນ​ລ້ວນ​ແຕ່​ແມ່ນ​ເພື່ອ​ປົກ​ປັກ​ຮັກ​ສາ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ​ຈາກ​ລະ​ດັບ​ໃຫຍ່​ທີ່​ສຸດ. ສຳ​ລັບ​ລັດ​ຖະ​ບານ​ອາ​ເມ​ລິ​ກາແລ້ວ ຈະ​ແມ່ນ​ຄິດ​ເພື່ອ​ປະ​ຊາ​ຊົນ​ແທ້​ຫຼື​ບໍ ການ​ທີ່​ກ້າວ​ໄປ​ໜ້າ​ກັບ​ຈີນ​ຕາມ​ທິດ​ດຽວ​ກັນ ກໍ່​ເປັນ​ການ​ທົດ​ລອງ​ທີ່​ດີ​ທີ່​ສຸດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ