ຈຸດ​ສຸມ​ຂອງ​ການ​ເຈ​ລະ​ຈາ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ຈີນ-ອາ​ເມ​ລິ​ກາ: ຈັງ​ຫວະ​ຂອງ​ຈີນ ແລະ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ
2018-06-03 17:54:24  cri 
ວັນ​ທີ 2-3 ພຶດ​ສະ​ພານີ້ ​ຢູ່​ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ, ຈີນ​ແລະ​ອາ​ເມ​ລິ​ກາ​ໄດ້​ຮັບ​ໝາກ​ຜົນ​ຈຳ​ນວ​ໜຶ່ງ​ໃນ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ບັນ​ຫາ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງສອງ​ປະ​ເທດ. ໜັງ​ສື​ພິມເສດ​ຖະ​ກິດ​ລາຍ​ວັນ​ແລະ ໜັງ​ສື​ພິມ​ໂກຼ​ໂປ​ແທມ​ສ໊ຂອງ​ຈີນ​ຕ່າງ​ໄດ້​ພິມ​ບົດ​ວິ​ຈານ ຊີ້​ອອກວ່າ, ການ​ປະ​ຕິ​ຮູບ ໄຂ​ປະ​ຕູ​ສູ່​ພາຍນອກ​ ແລະ​ການ​ເປີດກວ້າງ​ຄວາມ​ຕ້ອງ​ການ​ພາຍ​ໃນ​ແມ່ນ​ຍຸດ​ທະ​ສາດ​ແຫງ​ຊາດ​ຈີນ, ເຊິ່ງ​ຈັງ​ຫວະ​ຂອງ​ຈີນ​ນີ້​ຈະ​ບໍ່​ມີ​ການ​ປ່ຽ​ນ​ແປງ, ສອງ​ຝ່າຍ​ຄວນ​ພະ​ຍາ​ຍາມ​ສ້າງ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ​ໃຫ້​ຫຼາຍ​ຂຶ້ນ, ແຕ່​ອາ​ເມ​ລິ​ກາ​ບໍ່​ຄວນ​ມີ​ແນວ​ຄິດ​ທີ່​ບໍ່​ແທດ​ເໝາະ​ກັບ​ສະ​ພາບ​ຕົວ​ຈິງ.

ບົດ​ວິ​ຈານ​ຂອງ​ໜັງ​ສື​ພິມ​ເສດ​ຖະ​ກິດ​ລາຍ​ວັນ​ກ່າວ​ວ່າ, ຈັງ​ຫວະ​ການ​ປະ​ຕິ​ຮູບ​ແລະ​ໄຂ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ​ຈະ​ບໍ່​ປ່ຽນ​ແປງ ຍ້ອນ​ສາ​ເຫດ 3 ຂໍ້​ດັ່ງ​ນີ້​ຄື ຂໍ້​ທີ 1 ຈັງ​ຫວະ​ຂອງ​ຈີນ​ທີ່​ລົງ​ເລິກ​ການ​ປະ​ຕິ​ຮູບ​ແລະ​ໄຂ​ປະ​ຕູ​ສູ່​ພາຍນອກ​ທາດ​ແທ້​ແມ່ນ​ການ​ເລືອກ​ເອົາ​ທີ່​ຕ້ອງ​ເປັນ​ໄປ​ທີ່​ເໝາະ​ສົມ​ກັບ​ສະ​ພາບ​ຕົວ​ຈິງ​ຂອງ​ຕົນ​ໃນ​ດ້ານ​ການ​ພັ​ດທະ​ນາ. ປັດ​ຈຸ​ບັນ, ສິນ​ຄ້າ​ນຳ​ເຂົາ​ໄດ້​ກາຍ​ເປັນ​ການ​ເພີ່ມ​ເຕີມ​ທີ່​ສຳ​ຄັນ​ໃຫ້​ແກ່​ຕະ​ຫຼາດ​ຂອງ​ຈີນ, ຜູ້​ບໍ​ລິ​ໂພກ​ມີ​ຄວາມ​ຕ້ອງ​ການ​ຢ່າງ​ຫຼວງ​ຫຼາຍ​ຕໍ່​ສິນ​ຄ້າ​ນຳ​ເຂົ້າ. ຂໍ້​ທີ 2, ຈັງ​ຫວະ​ຂອງ​ຈີນ​ທີ່​ລົງ​ເລິກ​ການ​ປະ​ຕິ​ຮູບ​ແລະ​ໄຂ​ປະ​ຕູ​ສູ່​ພາຍນອກ​ແມ່ນ​ເປັນ​ການ​ສະ​ແດງ​ໃຫ້​ເຫັນ​ເຖິງ​ທັດ​ສະ​ນະ​ພັດ​ທະ​ນາ​ທີ່​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ທີ່​ຈີນ​ຍຶດ​ຖື​ຕະ​ຫຼອດ​ມາ, ມາດ​ຕະ​ການ​ເປີດກວ້າງ​ການ​ນຳ​ເຂົາ​ຂອງ​ຈີນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຈິງ​ໃຈ​ຂອງ​ລັດ​ຖະ​ບານ​ຈີນ​ທີ່​ເປັນ​ເຈົ້າ​ການ​ເປີດ​ຕະ​ຫຼາດ​ຈີນ​ໄປ​ສູ່​ທົ່ວ​ໂລກ, ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຈີນ​ທີ່​ເປັນ​ປະ​ເທດ​ໃຫຍ່​ທີ່​ຕັ້ງ​ໜ້າ​ຊຸກ​ຍູ້​ຂະ​ບວນ​ການ​ໂລ​ກາ​ພິ​ວັດ​ດ້ານ​ເສດ​ຖະ​ກິດ.

ບົດ​ວິ​ຈານ​ຂອງ​ໜັ​ສື​ພິມ​ໂກຼ​ໂປ​ແທມ​ສ໊ຂອງ​ຈີນ​ຊີ້​ອອກວ່າ, ນັບ​ແຕ່​ຈີນ-ອາ​ເມ​ລິ​ກາ​ດຳ​ເນີນ​ການ​ເຈ​ລະ​ຈາ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ມາ, ສອງ​ຝ່າຍ​ມີ​ການ​ເຈ​ລະ​ຈາ​ທັງ​ມີ​ການ​ຕ້ານ​ຢັນ​ກັນ, ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຈຳ​ນວນ​ໜຶ່ງ, ອັນ​ໄດ້​ສ້າງ​ຊ່ອງ​ຫວ່າງ​ທີ່​ມະ​ຫາ​ສານ​ໃຫ້​ແກ່​ສອງ​ປະ​ເທດ​ໃນ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໄຫຍດ,ເຮັດ​ໃຫ້​ວົງ​ການ​ເສດ​ຖ​ກິດ​ຂອງ​ທັງ​ສອງ​ຝ່າຍ​ລ້ວນ​ແຕ່​ເຫັນ​ໄດ້​ວ່າ​ກຳ​ລັງ​ຈໍ່​ຕົວ​ເປັນ​ຜົນ​ປະ​ໂຫຍດ​ທີ່​ໃຫຍ່​ໂຕ. ຖ້າ​ວ່າ​ໄດ້​ຜັນ​ຂະ​ຫຍາຍ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ຂອງວໍ​ຊິງ​ຕັນ​ໄດ້​ດີ, ກໍ່​ຈະ​ມີ​ຜົນ​ດີ​ຕໍ່​ສອງ​ປະ​ເທດ ແລະ​ປະ​ຊາ​ຊົນ​ສອງ​ປະ​ເທດ, ບັນ​ລຸ​ການ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ​ຢ່າງ​ແທ້​ຈິງ.

ບົດ​ວິ​ຈານ​ຊີ້​ອອກວ່າ, ​ຄວາມ​ສັບ​ສົນ​ຂອງການ​ເຈ​ລະ​ຈາ​ຄັ້ງ​ນີ້ກໍ່​ສະ​ແດງ​ໃຫ້​ເຫັນ​ວ່າ, ຍັງ​ອາດ​ຈະ​ເກີດ​ກໍ​ລະ​ນີ​ທີ່​ອາ​ເມ​ລິ​ກາ​ປ່ຽນ​ໃຈ​ແລ້ວ​ພາ​ໃຫ້​ການ​ພົວ​ພັນ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ບໍ່​ສາ​ມາດ​ຂະ​ຫຍາຍ​ຕົວ​ໄປ​ຢ່າງ​ໝັ້ນ​ທ່ຽງ, ອາ​ເມ​ລິ​ກາ​ຍັງ​ມີ​ຄວາມ​ຫວັ່ນ​ໄຫວ ແລະ​ບໍ່​ແນ່ນອນ​ຕໍ່​ນະ​ຍ​ໂບາຍ​ຂອງ​ຕົນ​ເອງ, ບາງ​ຄົນ​ຢູ່​ອາ​ເມ​ລິ​ກາ​ຍັງ​ຢາກ​ຊອກ​ຫາ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ຕົນ​ເອງ​ໂດຍ​ຢຸ່ນອກ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ, ທັງ​ຕ້ອງ​ການ​ຜົນ​ປະ​ໂຫຍດ​ຮ່ວມ, ທັງ​ຢາກ​ໄດ້​ຜົນ​ປະ​ໂຫຍດ​ແຕ່​ຝ່າຍ​ດຽວ​ອີກ. ນີ້​ແມ່ນ​ເປັນ​ໄປ​ບໍ່​ໄດ້. ທະ​ແນມ​ວ່າ​ອາ​ເມ​ລິ​ກາ​ຟື້ນ​ຟູ​ການ​ເຄື່ອນ​ໄຫວ​ກໍ່​ສົງ​ຄາມ​ການ​ຄ້າ​ໃດໆ​ເຊັ່ນ​ວ່າ ເພີ່ມ​ພາ​ສີ​ຕໍ່​ຜະ​ລິດ​ຕະ​ພັນ​ຂອງ​ຈີນ, ສັນ​ຍາ​ທີ່​ສອງ​ຝ່າຍ​ກ້າວ​ເຖິງ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ນັ້ນ​ກໍ່​ຈະ​ໂມ​ຄະໄປ. ຜົນ​ປະ​ໂຫຍດ​ຮ່ວມ​ກັນ​ແຫ່ງ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ-ອາ​ເມ​ລິ​ກາ​ກໍ່​ຈະ​ກາຍ​ເປັນ​ຟອມ​ສະ​ບູ​ໄປ​ລ້າໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ