ຈັດກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລືວ້ານ​ໂຊ້ວ​​ຢູ່​ຕ່າງ​ປະ​ເທດຄັ້ງ​ທຳ​ອິດ
2018-06-03 17:55:05  cri 
ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ວ້ານ​ໂຊ້ວ​ຄັ້ງ​ທີ 20 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ເນ​ໂຣ​ບີ​ປະ​ເທດ​ເຄັນ​ຢາ​ໃນ​ວັນ​ທີ 2 ມິ​ຖຸ​ນາ​ນີ້ ເຊິ່ງ​ເປັນ​ຄັ້ງ​ທຳ​ອິດ​ທີ່​ຈັດ​ກອງ​ປະ​ຊຸມ​ຢູ່​ຕ່າງ​ປະ​ເທດ​.

ກອງ​ປະ​ຊຸມ​ຄັ້ງ​ນີ້​ມີຫົວ​ຂໍ້​ຕົ້ນ​ຕໍ "ການ​ຮ່ວມ​ມື​ຈີນ-ອາ​ຟ​ຣິ​ກາ​ພາຍ​ໃຕ້​ຂອບ​ການ​ຮ່ວມ​ມື​ໃຕ້-ໃຕ້​ໃນ​ຍຸກ​ໃໝ່", ສຸມ​ໃສ່ "ການ​ຮ່ວມ​ມື​ສາ​ກົນ​ຂອງ​ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ ແລະ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ອາ​ຟ​ຣິ​ກາ" "ການ​ສ້າງ​ຄວາມ​ສາ​ມາດ​ດ້ານ​ການ​ພັດ​ທະ​ນາ​ແລະ​ການ​ຮ່ວມ​ມື​ຈີນ-ອາ​ຟ​ຣິ​ກາ"ແລະ​ຫົວ​ຂໍ້​ອື່ນໆ.

ເວ​ທີ​ປຶກ​ສາ​ຫາ​ລື​ວ້ານ​ໂຊ້ວ​ແມ່ນ​ເວ​ທີ​ແລກ​ປ່ຽນ​ແລະ​ສົນ​ທະ​ນາ​ສາ​ກົນ​ທີ່​ຄະ​ນະ​ພົວ​ພັນຕ່າງ​ປະ​ເທດ​ຂອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ເປັນ​ເຈົ້າ​ພາບ​ຈັດ​ຂຶ້ນ​ໃນ​ປີ 2016 ໂດຍ​ມີ​ຈຸດ​ປະ​ສົງ​ເພື່ອ​ເຊີນ​ຊວນພັກ​ການ​ເມືອງ-ນັກ​ການ​ເມືອງ​ແລະ​ນັກ​ວິ​ຊາ​ການ​ສະ​ພາ​ຜູ້​ຊົງ​ຄຸນ​ວຸດ​ທິຂອງ​ບັນ​ດາ​ປະ​ເທດ​ດຳ​ເນີນ​ການ​ຄົ້ນ​ຄວ້າ​ປຶກ​ສາ​ຫາ​ລື​ແລະ​ການ​ເຈ​ລະ​ຈາ​​ກັນໂດຍ​ປິ່ນ​ອ້ອມ​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ມວນ​ມະ​ນຸດ,ສ້າງ​ໂລກ​ທີ່​ສວຍ​ງາມ,ການ​ຮ່ວມ​ມື​ໃຕ້-ໃຕ້​ແບບ​ໃໝ່,ການ​ເມືອງ​ແລະການ​ປົກ​ຄອງ​ປະ​ເທດ​ຂອງ​ພັກ​ການ​ເມືອງ​ແລະ​ຫົວ​ຂໍ້​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ