ຈີນ​ເຫັນວ່າ: ການ​ຍົກ​ລະ​ດັບ​ການ​ພົ​ວ​ພັນ​​ລະ​ຫວ່າງ​ສອງ​ປະ​ເທດສອງກອງ​ທັບຈີນ-ອາ​ເມ​ລິ​ກາ​ມີ​ຜົນ​ດີ​ຕໍ່​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ໂລກ
2018-06-03 17:56:31  cri 
ໃນ​ກອງ​ປະ​ຊຸມ​ສົນ​ທະ​ນາ​ແຊງກ​ລີ​ລາລາ​ຄັ້ງ​ທີ 17 ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 2 ມິ​ຖຸ​ນາ​ນີ້, ທ່ານ ເຫີ​ເລີຍ, ຫົວໜ້າ​ຄະ​ນະ​ຜູ້​ແທນ​ຈີນ​, ຮອງ​ຫົວ​ໜ້າ​ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ການ​ທະ​ຫານ​ຂອງກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ​ກ່າວ​ວ່າ, ຫວັງ​ວ່າ​ຈີນ​ແລະ​ອາ​ເມ​ລິ​ກາ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື,ຍົກ​ລະ​ດັບ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ-ສອງກອງ​ທັບ​ໃຫ້​ສູງ​ຂຶ້ນ,ປະ​ກອບ​ສ່ວນ​ເຂົ້າ​ໃນ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ກໍ່​ຄື​ຂອງ​ໂລກ.

ທ່ານ ເຫີ​ເລີຍ ກ່າວ​ວ່າ, ການ​ພົວ​ພັນ​ລະ​ຫວ່າງກອງ​ທັບ​ຈີນ​ແລະ​ອາ​ເມ​ລິ​ກາ​ແມ່ນ​ພາກ​ສ່ວນ​ປະ​ກອບ​ທີ່​ສຳ​ຄັນ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ, ບົນ​ພື້ນ​ຖານ​ການ​ຂະ​ຫຍາຍ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທ, ການ​ພົວ​ພັນ​ລະ​ຫວ່າງ​ສອງກອງ​ທັບ​ຈີນ-ອາ​ເມ​ລິ​ກາ​ກໍ່​ໄດ້​ຂະ​ຫຍາຍ​ຕົວ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.

ໃນ​ມື້​ດັ່ງ​ກ່າວ, ທ່ານ ແຈັມ​ສ໌ ມັດ​ຕິ​ສ໌ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ໃນ​ກອງ​ປະ​ຊຸມ​ສົນ​ທະ​ນາ​ແຊງກ​ລີ​ລາວ່າ, ອາ​ເມ​ລິ​ກາ​ຈະ​ສືບ​ຕໍ່ສະ​ແຫວງ​ຫາ​ການ​ສ້າງ​ການ​ພົວ​ພັນ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ​ແລະບັງ​ເກີດ​ຜົນ​ກັບ​ຈີນ,ດຳ​ເນີນ​ການ​ຮ່ວມ​​ມື​ຕາມຄວາມ​ສາ​ມາດ​ຂອ​ງ​ຕົນ. ທ່ານຈະ​ຢ້ຽມ​ຢາມ​ຈີນ​ຕາ​ມ​ຄຳ​ເຊີນ​ໃນ​ໄລ​ຍະ​ໄວໆ​ນີ້ ເພື່ອ​ສະ​ແຫວງ​ຫາ​​ການເປີດກວ້າງ​ແລະ​ລົງ​ເລິກ​ການ​ສົນ​ທະ​ນາ​ລະ​ຫວ່າງ​ສອງ​ປະ​ເທດ.

ທ່ານ ເຫີ​ເລີຍ ກ່າວ​ຕື່ມ​ວ່າ, ກອງ​ທັບ​ຈີນ​ຍິນ​ດີ​ຕ້ອນ​ຮັບ​ທ່ານ ແຈັມ​ສ໌ ມັດ​ຕິ​ສ໌ ຢ້ຽມ​ຢາມ​ຈີນ​ຕາມ​ແຜນ​ການ. ຈີນ​ຫວັງ​ວ່າກອ​ງ​ທັບ​ຂອງ​ສ​ອງ​ປະ​ເທດເລີ່ມ​ຈາກ​ສະ​ພາບ​ການ​ລວມ​ທີ່​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ໂລກ​ແລະຂອງ​ພາກ​ພື້ນ,ຍຶດ​ໝັ້ນ​ຫຼັກ​ການ​ທີ່​ບໍ່​ປະ​ທະ​ກັນ,ບໍ່​ເປັນ​ປໍ​ລະ​ປັກ​ກັນ​,ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ ແລະ ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ,ຍົກ​ການ​ພົວ​ພັນລະ​ຫວ່າງ​ສອງ​ປະ​ເທດ-ສອງ​ກອງ​ທັບໃຫ້​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ,ປະ​ກອບ​ສ່ວນເຂົ້າ​ໃນ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ກໍ່​ຄື​ຂອງ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ