ຈີນ​ຫວັງ​ວ່າ ແລະ ສະ​ໜັບສະ​ໜູນ​ສ​ປ​ປ​ເກົາ​ຫຼີ​ແລ​ະອາ​ເມ​ລິ​ກາ​ສືບ​ຕໍ່​​ກ້າວ​ໄປ​ໜ້າ​ພ້ອມ​ກັນ​ສະ​ແດງ​ໃຫ້​ເຫັນ​ຄວາມຈິງ​ໃຈ​ເຊິ່ງ​ກັນ​ແລະ​ກັນ
2018-06-03 13:41:19  cri 

ວັນ​ທີ 2 ມິ​ຖຸ​ນາ​ນີ້, ໃນ​ເວ​ລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽ​ວ​ກັບ​ຄວາມ​ຄືບ​ໜ້າ​​ການ​ກະ​ກຽມຫຼ້າ​ສຸດ​ກ່ຽວ​ກັບ​ການ​ພົບ​ປະ​ກັນ​ລະ​ຫວ່າງ​ຜູ້​ນຳ​ສ​ປ​ປ​ເກົາ​ຫຼີ ກັບ ອາ​ເມ​ລິ​ກາ​, ທ່ານ​ນາງ​ຮ​ວ້າ​ຊຸ່ນ​ອີ໋ງ ໂຄ​ສົກ​ກະ​ຊວງ​ກາ​ນ​ຕ່າງ​ປະ​ເທດ​ຈີນ​ກ່າ​ວ​ວ່າ, ຈີນ​ຫວັງ​​ວ່າ ແລະ ສະ​ໜັບສະ​ໜູນ​ສ​ປ​ປ​ເກົາ​ຫຼີ​ແລະອາ​ເມ​ລິ​ກາ​ສືບ​ຕໍ່​ກ້າວ​ໄປ​ໜ້າ​ພ້ອມ​ກັນ ສະ​ແດງ​ຄວາມ​ຈິງ​ໃຈເຊິ່ງ​ກັນ​ແລະ​ກັນ, ຕັ້ງໜ້າ​ຊຸກ​ຍູ້ວຽກ​ງານກະ​ກຽມ​ການ​ພົບ​ປະ​​ກັນ​ລະ​ຫວ່າງ​ຜູ້​ນຳ​ສອງ​ຝ່າຍ.

ມີ​ນັກ​ຂ່າວ​ຖາມ​ວ່າ, ທ່ານ​ໂດ​ນາດ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ໄດ້​ພົບ​ປະທ່ານ​ກິມ​ເຢງ​ໂຊ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກແຮງ​ງານ​ເກົາ​ຫຼີ​ຢູ່​ທຳ​ນຽບ​ຂາວໃນ ຕອນ​ບ່າຍ​ວັນ​ທີ 1 ມິ​ຖຸ​ນາ​ນີ້, ຫຼັງ​ຈາກ​ການ​ພົບ​ປະ, ທ່ານ​ທ​ຣຳ​ປະ​ກາດ​ວ່າ​ຕົກ​ລົງ​ແລ້ວ​ທີ່ຈະ​ຈັດ​ການ​ພົບ​ປະ​​ລະ​ຫວ່າງຜູ້​ນຳ​ອາ​ເມ​ລິ​ກາ-ສ​ປ​ປ​ເກົາ​ຫຼີ​ຢູ່​ສິງ​ກະ​ໂປ​ໃນ​ວັນ​ທີ 12 ມິ​ຖຸ​ນາ​ນີ້. ຈີນ​ຕີ​ລາ​ຄາ​ແນວ​ໃດ​ຕໍ່​ເລື່ອງ​ນີ້?

ທ່ານ​ນາ​ງຮ​ວ້າ​ຊຸ່ນ​ອີ໋ງ​ກ່າວ​ວ່າ, ຈີນ​ກ່າວ​ຢ້ຳຫຼາຍ​ເທື່ອ​​ແລ້ວວ່າ, ສະ​ຖາ​ນະ​ການ​ແຫຼມ​ເກົາ​ຫຼີ​​ປະ​ຈຸ​ບັນພວມ​ຜະ​ເຊີນ​ໜ້າ​ກັບ​ໂອ​ກາດ​ທາງ​ປະ​ຫວັດ​ສາດ​ທີ່​ຫາ​ຍາກ, ແຫຼມ​ເກົາ​ຫຼີ​ບັນ​ລຸ​ເປົ້າ​ໝາຍ​ປາ​ດ​ສະ​ຈາ​ກ​ນິວ​ເຄຼຍ ແລະ ເສັ້ນ​ທາງ​ສັນ​ຕິ​ພາບ​ຖາ​ວອນ​ໃນ​ຕໍ່​ໜ້າ​ຫຼື​ບໍ່ ທີ່​ສຳ​ຄັນ​ທີ່​ສຸດ​ກໍ່​ແມ່ນ​ການ​ພົບ​ປ​ະ​ລະ​ຫວ່າງ​ຜູ້​ນຳ​ສ​ປ​ປ​ເກົາ​ຫຼີ-ອາ​ເມ​ລິ​ກາ. ຈີນ​ຫວັງ​ວ່າ ແລະ ສະ​ໜັບ​ສະ​ໜູນ​ສ​ປ​ປ​ເກົາ​ຫຼີ​ແລະ​ອາ​ເມ​ລິ​ກາ​ສືບ​ຕໍ່​​ກ້າວ​ໄປ​ໜ້າ​ພ້ອມ​ກັນ ສະ​ແດງ​ຄວາມ​ຈິງ​ໃຈເຊິ່ງ​ກັນ​ແລະ​ກັນ,ຕັ້ງໜ້າ​ຊຸກ​ຍູ້ວຽກ​ງານກະ​ກຽມ​ການ​ພົບ​ປະ​ຂອງ​​ລະ​ຫວ່າງຜູ້​ນຳ​ສອງ​ຝ່າຍ, ຍາດ​ແຍ່ງໄດ້​ຮັບ​​ຜົນ​ທີ່ສອງ​ຝ່າຍ ແລະ ປະ​ຊາ​ຄົມ​ໂລກ​ລ້ວນ​ແຕ່​ຄອງ​ຄອຍໄດ້​ຮັບ ແລະ ປະ​ກອບ​ສ່ວນ​ອັນ​ຕັ້ງ​ໜ້າ​ເພື່ອ​​ສ້າງ​ຍຸກ​ໃໝ່​ທີ່​ໃຫ້​ແຫຼມ​ເກົາ​ຫຼີ​​ປາດ​ສະ​ຈາກ​ນິວ​ເຄຼຍ, ມີ​ສັນ​ຕິ​ພາບ ແລະ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ