ຈຳ​ນວນຜູ້​ສູບ​ຢາ​​ຂອງນະ​ຄອນ​ຫຼວງ​ປັກ​ກິ່ງ​ຫຼຸດ​ລົງ 2 ແສນ​ຄົນ​ໃນ 3 ປີ​ຜ່ານ​ໄປ
2018-06-03 13:51:03  cri 

ນັກ​ຂ່າວ​ໄດ້​ຊາບ​ຈາກ​ຄະ​ນະ​ກຳ​ມະ​ການ​ສາ​ທາ​ລະ​ນະ​ສຸກ ແລະ ຄຸມ​ກຳ​ເນີດ​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 2 ມິ​ຖຸ​ນາ​ນີ້​ວ່າ​ນັບ​ແຕ່​ໄດ້​ປະ​ຕິ​ບັດ "​ລະ​ບຽບ​ການ​ກ່ຽວ​ກັບ​ຄວບ​ຄຸມ​ການ​ສູບ​ຢາ​ຂອງ​ນະ​ຄອນ​ຫຼວງ​ປັກ​ກິ່ງ" ​ເປັນ​ເວ​ລາ 3 ປີ​ມາ​ນີ້, ປັດ​ຈຸ​ບັນ, ອັດ​ຕາ​ສູບ​ຢາ​​ຂອງຜູ້​ໃຫຍ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​​ບັນ​ລຸ 22,3%, ຈຳ​ນວນ​ຜູ້​ສູບ​ຢາ​ໄດ້​ຫຼຸດ​ລົງ​ປະ​ມານ 2 ແສນຄົນ. ​

"ລະ​ບຽບ​ການ​ກ່ຽວ​ກັບຄວບ​ຄຸມ​ການ​ສູບ​ຢາ​​ຂອງນະ​ຄອນ​ຫຼວງ​ປັກ​ກິ່ງ" ທີ່​​ຖື​ວ່າ​ເປັນຄຳ​ສັ່ງ​ຄວບ​ຄຸມ​ການ​ສູບ​ຢາ​ທີ່​ເຂັ້ມ​ງວດທີ່​ສຸດ​ໃນ​ປະ​ຫວັດ​ສາດ​​ດັ່ງ​ກ່າວ​ແມ່ນເລິ່ມ​ປະ​ຕິ​ບັດ​ແຕ່​ວັນ​ທີ 1 ມິ​ຖຸ​ນາ​ປີ 2015, ມາ​ຮອດ​ປັດ​ຈຸ​ບັນ​ໄດ້ 3 ປີ​ແລ້ວ.​ໂດຍ​ກຳ​ນົດ​ວ່າ, ສະ​ຖານ​ທີ່​ສາ​ທາ​ລະ​ນະ​ໃນ​ຫ້ອງ​ທັງ​ໝົດ​ລ້ວນ​ແຕ່​ຫ້າມ​ສູບ​ຢາ.

ໃນ​ຂະ​ນະ​ທີ່​ສົ່ງ​ເສີມ​ການ​ເຊົາການ​ສູບ​ຢາ ແລະ ຄວບ​ຄຸມ​ການ​ສູບ​ຢາ. ວົງ​ການ​ຕ່າງໆ​ຂອງ​ປັກ​ກິ່ງ​ຍັງຕັ້ງ​ໜ້າ​ສະ​ໜັບ​ສະ​ໜູນ​ການ​ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​​ປອດ​ຄວັນ​ຢາ, ປັດ​ຈຸ​ບັນ​ຢູ່​ປັກ​ກິ່ງ​ມີ​ອາ​ສາ​ສະ​ໝັກ​ຄວບ​ຄຸມ​ການ​ສູບ​ຢາ​ເກືອບ 1 ໝື່ນ 5 ພັນ​ຄົນ. ​ນັບ​ມາ​ຮອດ​ທ້າຍ​ເດືອນ​ເມ​ສາ​ປີນີ້, ພະ​ນັກ​ງານ​​ຕິດ​ຕາມ​ດ້ານ​ອະ​ນາ​ໄມ ແລະ ສຸກ​ຂະ​ພາບ​ທຸກ​ຂັ້ນຂອງນະ​ຄອນ​ຫຼວງ​ປັກ​ກິ່ງ​ໄດ້​​ດຳ​ເນີນມກວດ​ກາ​ສະ​ຖານ​ທີ່​ຄວບ​ຄຸມ​ການ​ສູບ​ຢາ​ເກືອບ 3 ແສນ​ເທື່ອແຫ່ງ​ແລ້ວ.

ນອກ​ນີ້, ນະ​ຄອນ​ຫຼວງ​ປັກ​ກິ່ງ, ນະ​ຄອນ​ທຽນ​ສິນ ແລະ ແຂວງ​ເຮີ​ເປ​ຈະ​ຖື​ໂອ​ກາດ​ທີ່​​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ ແລະ ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປີ 2022, ຮ່ວ​ມ​ມື​ກັນ​ສ້າງ​ສະ​ພາບແວດ​ລ້ອມ​ທີ່​​ປອດ​ຄວັນ​ຢາ​ສູບ​ຢູ່ 3 ແຫ່ງ​ດັ່ງ​ກ່າວ. ປັດ​ຈຸ​ບັນ, ​ພາກ​ສ່ວນ​​ຄວບ​ຄຸມ​ພະ​ຍາດຂອງນະ​ຄອນ​ຫຼວງ​ປັກ​ກິ່ງ​,ນະ​ຄອນ​ທຽນ​ສິນ ແລະ ແຂວງ​ເຮີ​ເປ​ພວມ​ແບ່ງ​ປັນບົດ​ຮຽ​ນ​ໃນ​ການ​ຄວບ​ຄຸມ​ການ​ສູບ​ຢາ​ເຊິ່ງ​ກັນ​ແລະ​ກັນ, ຮ່ວມ​ມື​​ກັນຢ່າງ​ຮອບ​ດ້ານ​ເພື່ອ​ສ້າງ​ຕົວ​ເມືອງ​ອັນ​ສວຍ​ງາມ ແລະ ຕ້ອນ​ຮັບ​ງານ​ກິ​ລາ​ໂອ​ລິ​ມ​ປິກ, ພ້ອມ​ກັນ​ຊຸກ​ຍູ້​ການ​ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​​ປອດ​ຄວັນ​ຢາ​ສູບ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ