ກອງ​ປະ​ຊຸມ​ຊາວ​ຈີນ​ຕ່າງ​ດ້າວ​ທົ່ວ​ໂລກ​ເພື່ອ​ສົ່ງ​ເສີມ​ການ​ທ້ອນ​ໂຮມ​ຈີນ​ເຂົ້າ​ເປັນ​ເອ​ກະ​ພາບ​ໂດຍ​ສັນ​ຕິ​ໄຂ​ຂຶ້ນ​ຢູ່​ປາ​ນາ​ມາ
2018-06-04 10:43:18  cri 
ຂ່າວ​ສານ​ຊິນ​ຮ​ວາ​ລາຍ​ງານ​ວ່າ: ກອງ​ປະ​ຊຸມ​ຊາວ​ຈີນ​ຕ່າງ​ດ້າວ​ທົ່ວ​ໂລກ​ເພື່ອ​ສົ່ງ​ເສີມ​ການ​ທ້ອນ​ໂຮມ​ຈີນ​ເຂົ້າ​ເປັນ​ເອ​ກະ​ພາບ​ໂດຍ​ສັນ​ຕິ​ໄຂ​ຂຶ້ນ​ຢູ່ນະ​ຄອນຫຼວງ​ປາ​ນາ​ມາ ສາ​ທາ​ລະ​ນະ​ລັດ​ປາ​ນາ​ມາ​ໃນ​ວັນ​ທີ 2 ມິ​ຖຸ​ນາ​ນີ້​ໂດຍ​ທ່ານ​ວ້ານ​ກ່າງ ຮອງ​ປະ​ທານ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ,ຮອງ​ປະ​ທານ​ສະ​ມາ​ຄົມ​ສົ່ງ​ເສີມການ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເຂົ້າເປັນ​ເອ​ກະ​ພາບ​ໂດຍ​ສັນ​ຕິ​ຈີນ, ທ່ານ​ເວີ້ຍ​​ຊຽງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ປາ​ນາ​ມາ,​ພາກ​ສ່ວນ​ແລະອົງ​ການ​ຈັດ​ຕັ້ງ​ທີ່​ກ່ຽວ​ຂ້ອງ​ຂອງ​ແຜ່ນ​ດິນ​ໃຫຍ່​ຈີນ, ເຂດ​ຮົງ​ກົງ,ມາ​ກາວ​ແລະ​ໄຕ້​ຫວັນ​ຈີນ,ຜູ້​ຮັບ​ຜິ​ດ​ຊອບ​ສະ​ມາ​ຄົມ​ສົ່ງ​ເສີມ​ການ​ທ້ອນ​ໂຮມ​ຈີນ​ເຂົ້າ​ເປັນ​ເອ​ກະ​ພາບ​ຂອງ 30 ກວ່າ​ປະ​ເທດ​ໃນ​ໂລກພ້ອມ​ດ້ວຍ​ຜູ້​ຕາງ​ໜ້າ​ຊາວ​ຈີນ​ຕ່າງ​ດ້າວ​ຢູ່​ປາ​ນາ​ມາ​ແລະ​ອື່ນໆ​​ເກືອບ 800 ທ່ານໄດ້​ເຂົ້າ​ຮ່ວມ.

ໂອ​ກາດ​ປະ​ກອບ​ຄຳ​ເຫັນ​ໃນ​ກອງ​ປະ​ຊຸມ, ທ່ານ​ວ້ານ​ກ່າງ​ຊີ້​ໃຫ້​ເຫັນ​ວ່າ: ກອງ​ປະ​ຊຸມ​ຄັ້ງ​ນີ້​ເປັນ​ກອງ​ປະ​ຊຸມ​ຍິ່ງ​ໃຫຍ່​ທີ່​ຊາວ​ຈີນ​ຕ່າງ​ດ້າວ​ທົ່ວ​ໂລກ​ຄັດ​ຄ້ານ​ການ​ແ​ບ່ງ​ແຍກ​ດິນ​ແດນແລະ​ສົ່ງ​ເສີມ​ການ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເຂົ້າ​ເປັນ​ເອ​ກະ​ພາບ​ຄັ້ງ​ທຳ​ອິດຫຼັງ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ. ​ໃນ​ບົດ​ລາຍ​ງານ​ຂອງກອງ​ປະ​ຊຸມ​ໃຫຍ່​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້ນ​ຜິງ​ໄດ້ກຳ​ນົດ​ເອົາ​ການ​ຍຶດ​ຖື​ "ປະ​ເທດ​ດຽວ ​ສອງ​ລະ​ບອບ"​ແລະ​ຊຸກ​ຍູ້​ຄວາມ​ເປັນ​ເອ​ກະ​ພາບ​ຂອງ​ປະ​ເທດ​ຊາດ​ເປັນ​​ໜຶ່ງ​ໃນ​ບັນ​ດາຍຸດ​ທະ​ສາດ​ພື້ນ​ຖານ​ແຫ່ງ​ການ​ຍຶດ​ໝັ້ນ​ແລ​ະ​ພັດ​ທະ​ນາ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່. ທ່ານ​ໃຫ້​ກຳ​ລັງ​ໃຈ​ແກ່​ລູກຫຼານ​ຊາດ​ຈີນ​ທັງ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ຈົ່ງ​ພະ​ຍາ​ຍາມ​ຕໍ່​ໄປ​ເພື່ອ​ປະ​ກອບ​ສ່ວນ​ໃໝ່​ໃຫຍ່ຫຼວງກວ່າ​ເກົ່າ​ເຂົ້າ​ໃນ​ການ​ບັນ​ລຸ​ເປົ້າ​ໝາຍ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເຂົ້າ​ເປັນ​ເອ​ກະ​ພາບ​ແລະ​ຟື້ນ​ຟູ​ຄວາມ​ຈະ​ເລີ​ນ​ຮຸ່ງ​ເຮືອງ​ທີ່​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊາດ​ຈີນ​ຄືນ​ໃໝ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ