ສູນ​ຂ່າວ​ຂອງກອງ​ປະ​ຊຸມ​ສຸດຍອດ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ຊິ່ງ​ຕາວ​ຈະ​ເປີດ​ບໍ​ລິ​ການ​ຢ່າງ​ເປັນ​ທາງ​ການ​
2018-06-04 16:38:01  cri 
ສູນ​ຂ່າວ​ຂອງກອງ​ປະ​ຊຸມ​ສຸດຍອດ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ຊິ່ງ​ຕາວ​ຈະ​ເປີດ​ບໍ​ລິ​ການ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 6 ມິ​ຖຸ​ນາ​ນີ້​ເພື່ອ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ນັກ​ຂ່າວ​​ທັງພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ທີ່​ຂຶ້ນ​ທະ​ບຽນ.

ທ່ານ​ໂຮ​ສຽວ​ຕຸ່ງ ຮອງ​ຫົວ​ໜ້າ​ຮັບ​ຜິດ​ຊອບ​ວຽກ​ງານສູນ​ຂ່າວ​ຂອງກອງ​ປະ​ຊຸມ​ສຸດຍອດ​ອົງ​ການ​ຮ່ວມ​ມື​ຊຽງ​ໄ​ຮ້ຊິ່ງ​ຕາວ​ເປີດ​ເຜີຍ​ວ່າ: ເນື້ອ​ທີ່​ການ​ກໍ່​ສ້າງ​ຂອງ​ສູນ​ຂ່າວ​ປະ​ມານ 35.000 ຕາ​ແມັດ. ສູນ​ຂ່າວ​ໄດ້​ສ້າງ​ໃຫ້​ມີ 29 ໜ່ວຍ​ງານ​ເພື່ອ​ຕອບ​ສະ​ໜອງ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ເປັນ​ຕົ້ນ​ແມ່ນ: ສູນ​ແຈກ​ບັດ​ນັກ​ຂ່າວ,ບ່ອນ​ສອບ​ຖາມ,ເຂດ​ປະ​ຕິ​ບັດ​ງານ​ສາ​ທາ​ລະ​ນະ, ຫ້ອງ​ຖະ​ແຫຼງ​ຂ່າວ, ການ​ສຳ​ພາດ​ຂ່າວກອງ​ປະ​ຊຸມ, ການ​ຮັບ​ປະ​ກັນ​ດ້ານ​ໂທ​ລະ​ຄົມ​ແລະ​ອື່ນໆ ເຊິ່ງ​ມີ​ໜ້າ​ທີ່​ບົດ​ບາດ​​ຮັບ​ປະ​ກັນ​ແບບ​ຄົບ​ວົງ​ຈອນ​ເຊັ່ນ ​ການ​ຕ້ອນ​ຮັບ​ນັກ​ຂ່າວ,ການ​ເກັບ​ກຳ​ຂ່າວ,ການ​ສື່​ສານ​ໂທ​ລະ​ຄົມ,ຄົມ​ມະ​ນາ​ຄົມ, ການ​ປິ່ນ​ປົວ, ກາ​ນ​ຮັກ​ສາ​ຄວາມ​ປອດ​ໄພ​ແລະ​ອື່ນໆ
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ