ນາຍົກ​ອິສຣາ​ແອນ​ຢ້ຽມຢາມ​ເອີຣົບ​ເພື່ອ​ສະກັດ​ກັ້ນ​ແຜນການ​ນິວ​ເຄລຍອີຣານ
2018-06-04 14:29:31  cri 

ທ່ານ​​ເບນຈາ​ມິນ ​ເນ​ທັນ​ຢາ​ຮູ ນາຍົກລັດຖະມົນຕີອິສຣາ​ແອນ ກ່າວ​ໃນ​ກອງ​ປະຊຸມ​ຄະ​ນະ​ລັດຖະບານ​ສະ​ໄໝ​ສາມັນ​ໃນ​ວັນ​ທີ 3 ມິຖຸນາ​ນີ້​ວ່າ: ຕົນ​ຈະ​ຢ້ຽມຢາມ​ເອີຣົບ ທັງ​ຈະ​ປຶກສາ​ຫາລື​ກັບ​ຜູ້ນຳ​ຂອງ​ເຢຍລະ​ມັນ, ຝຣັ່ງ ​ແລະ ອັງກິດ ​ກ່ຽວ​ກັບ​ການຈະ​ເຮັດ​ແນວ​ໃດ​ເພື່ອສືບ​ຕໍ່​ສະກັດ​ກັ້ນ​ແຜນການ​ນິວ​ເຄລຍອີຣານ.

ທ່ານ​ເນ​ທັນ​ຢາ​ຮູ ກ່າວ​​ວ່າ: ຕົນ​ຈະ​ເດີນທາງ​ຢ້ຽມຢາມ​ເອີຣົບ​ໃນ​ວັນ​ທີ 4 ມິຖຸນາ​ນີ້ ​ເພື່ອ​ພົບ​ປະ​ກັບ​ທ່ານ​ນາງ​ແອ​ງ​ເຈີ​ລາ ​​ເມີ​​ແຄວ ນາຍົກລັດຖະມົນຕີ​ເຢຍລະ​ມັນ, ທ່ານ​ແອ​ມມາ​ນູ​ແອນ ມາຄຣົງ ປະທານາທິບໍດີ​ຝຣັ່ງ ​ແລະ ທ່ານ​ນາງ​ເທ​ເຣຊາ ​ເມ ນາຍົກລັດຖະມົນຕີອັງກິດ ​ເພື່ອ​ປຶກສາ​ຫາລື​ສະຖານະ​ການ​ຢູ່​ເຂດ​ຕາ​ເວັນ​ອອກ​ກາງ ​ແຕ່​ຈຸດ​ສຳຄັນ​ຄືບັນຫາ​ອີຣານ. ອິສຣາ​ແອນ​ຈະ​ເນັ້ນໜັກຕໍ່ 3 ປະ​ເທດ​ດັ່ງກ່າວ​ວ່າ ຈະ​ບໍ່ອະນຸມັດ​ໃຫ້​ອີຣານມີ​ອາວຸດ​ນິວ​ເຄລຍ​ໄວ້​ໃນ​ການຄອບ​ຄອງ ນອກ​ນີ້, ການ​ທີ່​ສະກັດ​ກັ້ນບໍ່​ໃຫ້​ອີຣານ​ແຜ່​ຂະຫຍາຍ​ອິດ​ທິພົນ​ຂອງ​ຕົນ​​ໃນເຂດ​ຕາ​ເວັນ​ອອກ​ກາງ ​ໂດຍ​ສະ​ເພາະ​ຢູ່​ຊີຣີ ກໍ​ຈະ​ເປັນ​ຈຸດ​ສຳຄັນ​ເຊັ່ນ​ດຽວ​ກັນ​ໃນ​ການ​ພົບ​ປະລະ​ຫວ່າງ​ຕົນ​ກັບ​ຜູ້ນຳ 3 ປະ​ເທດ​ດັ່ງກ່າວ ອິນ​ສະຣາ​ແອນ​ຈະ​ສືບ​ຕໍ່​ໂຈມ​ຕີ​ກຳລັງ​ທະຫານ​ຂອງ​ອີຣານທີ່​ປະຈຳຢູ່​ຊີຣີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ