ຄະນະ​ຜູ້​ແທນຈີນ​ເຂົ້າຮ່ວມກອງ​ປະຊຸມ​ນະ​ໂຍບາຍ​ຄວາມ​ໝັ້ນຄົງ ​ເວທີ​ປຶກສາ​ຫາລື​ພາກ​ພື້ນ​ອາ​ຊຽນຄັ້ງທີ 15
2018-06-04 16:47:49  cri 
ວັນ​ທີ 4 ມິຖຸນາ​ນີ້, ທ່ານ​ເຫີ​ເຫຼີຍ ຮອງ​ຫົວໜ້າ​ສ​ະຖາ​ບັນ​ວິທະຍາສາດ​ການ​ທະຫານ​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນຈີນ ພ້ອມ​ດ້ວຍ​ຄະນະ​​ໄດ້ເຂົ້າຮ່ວມ​ກອງ​ປະຊຸມ​ນະ​ໂຍບາຍ​ຄວາມ​ໝັ້ນຄົງ ​ເວທີ​ປຶກສາ​ຫາລື​ພາກ​ພື້ນ​ອາ​ຊຽນຄັ້ງທີ 15 ທີ່​ຈັດ​ຂຶ້ນຢູ່​ສິງກະ​ໂປ ​ແລະ ກ່າວ​ປາ​ໄສ​ໂດຍ​ມີ​ຫົວ​ຂໍ້​ວ່າ "ລະບຽບ​​ພາກ​ພື້ນ​ບົນ​ພື້ນຖານ​ກະຕິ​ກາ". ຜູ້​ແທນ​ຂອງ​ປະ​ເທດ​ສະມາຊິກ​ເວທີ​ປຶກສາ​ຫາລື​ອາ​ຊຽນ ​ແລະ ອົງການ​ຈັດຕັ້ງ​ໃນ​ພາກ​ພື້ນ ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ​ດັ່ງກ່າວ ​ເພື່ອ​ແລກປ່ຽນຄວາມ​ເ​ຫັນ​ກ່ຽວ​ກັບ​ຫົວ​ຂໍ້​ຕ່າງໆ ​ເຊັ່ນ ​ໂຄງ​ສ້າງ​ຄວາມ​ໝັ້ນຄົງພາກ​ພື້ນ, ​ເຕັກ​ໂນ​ໂລ​ຊີ​ໃໝ່ ​ແລະ​ສິ່ງ​ທ້າ​ທາຍ​ຕໍ່​ຄວາມ​ໝັ້ນຄົງ​-ການ​ປ້ອງ​ກັນປະ​ເທດ​ໃນ​ພາກ​ພື້ນ​ອາຊີ​ປາຊີ​ຟິກພວມ​ປະ​ເຊີນ ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ