ລົດ​ໂດຍ​ສານ​ຄັນ​ໜຶ່ງ​ຢູ່​ເຂດ​ກັ​ສ​ເມຍ​ທີ່​ປາ​ກິ​ສະ​ຖານ​ຄວບ​ຄຸມ​​ຕົກ​ເຫວເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 10 ຄົນ
2018-06-04 10:56:37  cri 
ສື່ມ​ວນ​ຊົນ​ປາ​ກິ​ສ​ະ​ຖາ​ນ​ລາຍ​ງານ​ວ່າ, ວັນ​ທີ 3 ມິ​ຖຸ​ນາ​ນີ້, ລົດ​ໂດຍ​ສານ​ຄັນ​ໜຶ່ງ​ທີ່​ບັນ​ທຸກ​ຜູ້​ໂດຍ​ສານປະ​ມານ 20 ຄົນ​ໄດ້​ຕົກ​ລົງ​ເຫວ​ຢູ່​ເຂດ​ກັ​ສ​ເມຍ​ທີ່​ປາ​ກິ​ສະ​ຖານ​ຄວບ​ຄຸມ ແລະ ຢ່າງ​ໜ້ອຍ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 10 ຄົນ ແລະ ​ບາດ​ເຈັບ 6 ຄົນ. ຂ່າວ​ແຈ້ງ​ຕື່ມ​ວ່າ, ສາ​ເຫດ​ໃນ​ການ​ເກີດ​ອຸ​ບັດ​ເຫດ​ຄັ້ງ​ນີ້, ຍ້ອນ​ວ່າ​ຜູ້​ຂັບ​ລົດ​ບໍ່​ສາ​ມາດ​ຄວບ​ຄຸມ​ລົດ​ໄດ້​ຢູ່​ບ່ອນ​ທາງ​ໂຄ້ງ​ເທິງ​ພູ, ຈິ່ງ​ເຮັດ​ໃຫ້​ລົດ​ຕົກ​ເຫວ​ທັນ​ທີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ