ຮອງ​​ຫົວ​ໜ້າ​ສະ​ຖາ​ບັນ​ການ​ເມືອງການ​ປົກ​ຄອງ​ແຫ່ງ​ຊາດ​ລາວ​ກ່າວ​ວ່າ:ລາວ​ສາ​ມາດ​ຖອດ​ຖອນບົດ​ຮຽນຫຼາຍ​ຢ່າງ​​ຈາກການ​ປະ​ຕິ​ຮູບ​ແລະ​ເປີ​ດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ
2018-06-05 15:46:28  cri 

ເວ​ທີ​ປຶກ​ສາ​ຫາ​ລື​ວ້ານ​ໂຊ້​ຄັ້ງ​ທີ 19 ທີ່​ມີ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ເປັນ​ເຈົ້າ​ພາບ​ໄດ້​ຈັດ​ຂຶ້ນ​ຢູ່​ບ້ານ​ສຽວ​ກາງ​ເມືອງ​ເຟິ້ງ​ຢາງ​ແຂວງ​ອ່າ​ນ​​ຮຸ່ຍ ເຊິ່ງ​ເປັນ​ແຫຼ່ງ​ກຳ​ເນີດ​ການ​ປະ​ຕິ​ຮູບ​ຊົນ​ນະ​ບົດ​ຂອງ​ຈີນ​ໃນ​ວັນ​ທີ 2 ມິ​ຖຸ​ນາ​ນີ້. ທ່ານ ​ສະ​ໝຸດ​ທອງ​ ​ສົມພາ​ນິດ ຮອງ​​ຫົວ​ໜ້າ​ສະ​ຖາ​ບັນ​ການ​ເມືອງ​ແລະ​ການ​ປົກ​ຄອງ​ແຫ່ງ​ຊາດ​ລາວ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ນີ້​ໄດ້​ໃຫ້​​ສຳ​ພາດ​ຕໍ່​ນັກ​ຂ່າວ CRI ວ່າ: ລາວ​ສາ​ມາດ​ຖອດ​ຖອນ​ບົດ​ຮຽນ​ຫຼາຍ​ຢ່າງຈາກ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ກໍ​ຄື​​ການ​ສ້າງສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ.

ທ່ານ​ສະ​ໝຸດ​ທອງ ສົມ​ພາ​ນິດ​ຖ່າຍ​ຮູບ​ຮ່ວມ​ກັບ​ນັກ​ຂ່າວ CRI

ປີ​ນີ້​ແມ່ນ​ປີ​ຄົບ​ຮອບ 40 ປີ​ແຫ່ງ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ. ທ່ານ​ສະ​ໝຸດ​ທອງ​ທີ່​ເຄີຍ​ມາ​ຢ້ຽມ​ຢາມ​ຈີນຫຼາຍ​ເທື່ອ​ແລ້ວ​ຢືນ​ຢັນ​ວ່າ ຕົນ​ກໍ​ເປັນ​ສັກ​ຂີ​ພິ​ຍານ​ຜູ້​ໜຶ່ງ​ຂອງ​ການ​ປ່ຽນ​ແປງ​ຢ່າງ​ໃຫຍ່ຫຼວງ​ຂອງ​ຈີນ. ຕະຫຼອດ​ໄລ​ຍະ 40 ປີ​ແຫ່ງ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ມາ​ນີ້, ຈີນ​ໄດ້​ຂະ​ຫຍາຍ​ຕົວ​ກາຍ​ເປັນ​ກຸ່ມ​ເສດ​ຖະ​ກິດ​ໃຫຍ່​ອັນ​ດັບ​ສອງ​ຂອງ​ໂລກ, ​ລະ​ດັບຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຈີນ​ໄດ້​ຍົກ​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ປັດ​ຈຸ​ບັນ, ລາວ​ກຳ​ລັງ​ພະ​ຍາ​ຍາມ​ສູ້​ຊົນ​ເພື່ອ​ບັນ​ລຸ​ເປົ້າ​ໝາຍຫຼຸດ​ພົ້ນ​ຈາກ​ຄວາມ​ດ້ອຍ​ພັດ​ທະ​ນາ​ຮອດ​ປີ 2020, ຜົນ​ສຳ​ເລັດ​ດ້ານ​ການ​ພັດ​ທະ​ນາ​ຂອງ​ຈີນ​​ເປັນ​ບົດ​ຮຽນ​ທີ່​ປະ​ເສີດຫຼາຍ​ຢ່າງ​ສຳ​ລັບ​ປະ​ເທດ​ລາວ​ເພື່ອ​ຖອດ​ຖອນ​ຮ່ຳ​ຮຽນ​ນຳ. ທ່ານ​ກ່າວ​ວ່າ:
"ປະ​ເທດ​ລາວ​ເຂົາ​ເບິ່ງ​ປະ​ເທດ​ຈີນ​ໃນ​ການ​ຂະ​ຫຍາຍ​ຕົວ,ການ​ປະ​ຕິ​ຮູບ​ແລະ​ການ​ເປີດ​ປະ​ຕູ​ສູ່​ໂລກ​ພາຍນອກ​ກໍ​ຄື​ການ​ສ້າງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ກໍ​ເຮັດ​ໃຫ້​ພວກ​ເຮົາ​ຖອດ​ໄດ້​ບົດ​ຮຽນຫຼາຍ​ຢ່າງ. ແຕ່​ລະ​ປີພວກ​ເຮົາ​ກໍ​ມີ​ພະ​ນັກ​ງານ​ການ​ນຳ​ມາ​ຖອດ​ຖອນ​ບົດ​ຮຽນ​ຢູ່​ຈີນ​ບໍ່​ຕ່ຳ​ກວ່າ 2 ຫາ 3 ຊຸດ ຢູ່ຫຼາຍ​ແຂວງ,​ຈາກ​ນັ້ນ​ກໍ​ນຳ​ເມື່ອເບິ່ງວ່າ​ອັນ​ໃດ​ມັນ​ສອດ​ຄ່ອງ​ກັບ​ເງື່ອນ​ໄຂ​ຂອງ​ລາວ,ພວກ​ເຮົາ​ກໍ​ປະ​ຕິ​ບັດ,ຄັນ​ຊັ້ນ ບົດ​ຮຽນ​ຂອງ​​ປະ​ເທດຈີນ​ກໍ​ສ້າງ​ເງື່ອນ​ໄຂ​ໃຫ້​ລາວ​​ພວກ​ເຮົາເຂົ້າ​ໃຈ​ບັນ​ຫາຫຼາຍ​ຂຶ້ນ,ລາວ​ກໍ​ຍັງ​ຍືນ​ຍົງ​ສັງ​ຄົມ​ນິ​ຍົມ,ຕ້ອງ​ສ້າງ​ອຸດ​ສາ​ຫະ​ກຳ​ໃຫ້ຫຼາຍ​ຂຶ້ນ,ສະ​ແດງວ່າ​ເຮົາ​ກໍ​ໄດ້​ບົດ​ຮຽນ​ໃນ​ການ​ດຶງ​ດູດ​ການ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ,ສ້າງ​ເພື່ອນ​ມິດ​ຢູ່​ໃນ​ໂລກ​ນີ້ໃຫ້ຫຼາຍ,ອັນ​ນີ້​ກໍ​ແມ່ນ​ບົດ​ຮຽນ​ມີ່​ໄດ້​ຈາກ​ ສ​ປ ຈີ​ນ."

ທ່ານ​ສະ​ໝຸດ​ທອງ​ເຫັນ​ວ່າ:​ຂະ​ແໜງການ​ຜະ​ລິດ​ຂອງ​ຈີນ​ກໍຜົນ​ສຳ​ເລັດ​​ດ້ານ​ໜຶ່ງ​ຂອງ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ. ແຕ່​ກ່ອນ,ສິນ​ຄ້າ​ທີ່​ຈີນ​ຜະ​ລິດ​ເຮັດ​ໃຫ້​ຄົນ​ຮູ້​ສຶກວ່າ​ເປັນ​ສິນ​ຄ້າ​ຄຸນ​ນະ​ພາບ​ຕ່ຳ,ລາ​ຄາ​ຖືກ, ແຕ່​ປັດ​ຈຸ​ບັນ,ຄຳ​ວ່າ "ຈີນ​ຜະ​ລິດ"​ໄດ້​ກາຍ​ເປັນ​ຄຳ​ແທນ​ນາ​ມ​ໃຫ້​ແກ່​ສິນ​ຄ້າ​ທີ່​ມີ​ນະ​ວັດ​ຕະ​ກຳ​ແລະ​ຂາຍ​ດິບ​ຂາຍ​ດີ. ທ່ານ​ສະ​ໝຸດ​ທອງ​ຍັງ​ໄດ້​ຍົກ​ໃຫ້​ເຫັນ​ເປັນ​ພິ​ເສດ​ວ່າ ​ສິນ​ຄ້າ​ຍີ່​ຫໍ້​ຈີນ 2 ຢ່າງ​ຄື ລົດBYDແລະ​ມື​ຖືຫົວ​ເຫວີຍໄດ້​ຮັບ​ຄວາມ​ນິ​ຍົມຫຼາຍ​ຢູ່​ລາວ. ທ່ານ​ກ່າວ​ວ່າ:

"ມີ​ບໍ​ລິ​ສັດ​ຜະ​ລິດ​ລົດBYD,ເຊິ່ງ​ລາວ​ກໍ​ໄດ້​ໃຊ້ຫຼາຍ,ເພິ່ນ​ເຮັດຫຼາຍ​ຊະ​ນິດ,ມີ​ຮອດ​ລົດ​ໄຟ​ຟ້າ,ປະ​ຢັດ​ພະ​ລັງ​ງານ,ບໍ່​ໃຊ້​ພະ​ລັງ​ງານ​ນ້ຳ​ມັນ,ນີ້​ແມ່ນ​ຄວາມ​ປະ​ທັບ​ໃຈ​ທີ່​ໄດ້​ເຫັນ.ໄດ້​ຍິນ​ວ່າ​ມີ​ຫົວ​ເຫວີຍ,ບໍ​ລິ​ສັດ​ນີ້​ໄດ້​ຂາຍ​ໂທ​ລະ​ສັບ​ຢູ່​ລາວ​ທົ່ວ​ໄປ,ຖື​ວ່າ​ໄດ້​ຮັບ​ຄວ​າມ​ນິ​ຍົມ​ສູງ​ໃນ​ປັດ​ຈຸ​ບັນ.ແຕ່​ກ່ອນ​ຫົວ​ເຫວີຍ​ບໍ່​ໄດ້​ຮັບ​ຄວາມ​ນິ​ຍົມ, ພາຍຫຼັງ​ມາ​ຫົວ​ເຫວີຍ​ໄດ້​ສ້າງ​ນະ​ວັດ​ຕະ​ກຳ​ໃໝ່​ຂຶ້ນ​​ມີຫຼາຍ​ແນວ​ໃຊ້​ໃນ​ໂທ​ລະ​ສັບ ການ​ຖ່າຍ​ຮູບ​ແຈ້​ງ​ມີ​ສີ​ສັນຫຼາຍກວ່າIPhone, ຊຳ​ຊົງ,ລາ​ຄາ​ກໍ​ບໍ່​ແພງ,ຄົນ​ລາວ​ນິ​ຍົມ​ໃຊ້​ຫົວ​ເຫວີຍຫຼາຍ​ຂຶ້ນ."

ທ່ານ​​ສະ​ໝຸດ​ທອງ​ເຫັນ​ວ່າ: ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ​ບໍ່​ພຽງ​ແຕ່​ໄດ້​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ຈີນ​ເທົ່າ​ນັ້ນ ຍັງ​ໄດ້​ນຳ​ເອົາ​ຜົນ​ປະ​ໂຫຍດ​ມາ​ສູ່​ໂລກ​ໂດຍ​ສະ​ເພາະ​ປະ​ເທດ​ລາວ​ທີ່​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ມີ​ພູ​ຜາ​ແມ່​ນ້ຳ​ຕິດ​ຈອດ​ກັນ. ທ່ານ​ກ່າວ​ວ່າ: "ລາວ​ເປັນ​ເພື່ອນ​ມິດ​,ເພື່ອນ​ຮ່ວມ​ງານ​ຂອງ​ປະ​ເທດ​ຈີນ,ຄັນ​ປະ​ເທດ​ຈີນ​ກ້າວ​ໜ້າ ພວກ​ເຮົາ​ກໍ​ມີ​ທີ່​ເພິ່ງ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ,ແລ​ະ​ກໍ​ຈະ​ສ້າງ​ໃຫ້​ໄດ້​ສັນ​ຕິ​ພາບ.ເສດ​ຖະ​ກິດ​ພວກ​ເຮົາ​ກໍ​ຕິດ​ພັນ​ກັບ​ເສດ​ຖະ​ກິດ​ຈີນ,ຄັນວ່າ​ຈີນ​ຮັ່ງ​ມີ​ຂຶ້ນ,ລາວ​ເຮົາ​ກໍ​ຊິ​ມີ​ຜົນ​ປະ​ໂຫຍດ,ໂດຍ​ສະ​ເພາະ​ຄູ່​ມື້​ກໍ​ເຫັນ​ແລ້ວ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ລາວ​ຈີນ,ໂດຍ​ສະ​ເພາະ​ແມ່ນ​ກາ​ນ​ສ້າງ​ເສັ້ນ​ທາງ​ລົດ​ໄຟ​ເພື່​ອ​ເຊື່ອມ​ຕໍ່​ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ​ກໍ​ຄາດ​ວ່າ​ເມື່ອ​ຮອດ​ປີ2021ນີ້​ທາງ​ລົດ​ໄຟ​ແລ້ວ​ກັນ​ການ​ພົວ​ພັນ​ລາວ​ຈີນ​ກໍ​ຊິຫຼາຍ​ຂຶ້ນ,ການ​ຂົນ​ສົ່ງ​ຜ່ານ​ລາວ​ຜ່ານ​ໄທ​ກໍ​ຊິຫຼາຍ​ຂຶ້ນ,​ ການ​ເດີນ​ທາງ​ທ່ອງ​ທ່ຽວ​ກໍ​ຊິຫຼາຍ​ຂຶ້ນ​ກໍ​ເຮັດ​ໃຫ້​ເສດ​ຖະ​ກິດ​ລາວ​ກໍ​ຕ້ອງ​ຂະ​ຫຍາຍ​ຕົວ."

1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ