ຮອງ​ນາຍົກ​ຈີນ​ພົບ​ປະ​ກັບ​ປະທານ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ
2018-06-05 14:48:35  cri 

ທ່ານນາງ​ຊຸ່ນສຸ່ນລານ ຮອງ​ນາຍົກລັດຖະມົນຕີຈີນ ​ໄດ້​ພົບ​ປະ​ກັບ​ທ່ານ​ໂທ​ມັສ ບັສ ປະທານ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​ພ້ອມ​ດ້ວຍ​ຄະນະ ຢູ່​ນະຄອນຫຼວງປັກ​ກິ່ງ​ໃນ​ວັນ​ທີ 4 ມິຖຸນາ​ນີ້.

ທ່ານນາງ​ຊຸ່ນສຸ່ນລານ ຊີ້​ວ່າ: ຈີນ​ໃຫ້​ຄວາມ​ສຳຄັນ​ສູງ​ ທັງ​ຕັ້ງໜ້າ​ຊຸກຍູ້​ວຽກ​ງານ​ກະກຽມ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ປັກ​ກິ່ງ ​ໂດຍ​ຈະ​ຈັດຕັ້ງປະຕິບັດ​ຕາມ​ທັດສະນະ​ຈັດ​ງານ​ໂອ​ລິ​ມປິກ​ທີ່​ສີຂຽວ, ຊົມ​ໃຊ້​ຮ່ວມ​ກັນ, ​ເປີດ​ກວ້າງ ​ແລະ ປອດ​ໃສ​ຂາວ​ສະອາດ ຢ່າງຮອບດ້ານ ​ເລັ່ງສ້າງ​ສະໜາມ​ກິລາ ​ແລະ ພື້ນຖານ​ໂຄງ​ລ່າງ​ໃຫ້​ສຳ​ເລັດ​ໂດຍ​ໄວ ​ເພີ່ມ​ທະວີ​ໃນ​ການຈັດຕັ້ງການ​ແຂ່ງຂັນ ​ແລະ ​ຮັບປະກັນ​ດ້ານ​ການ​ບໍລິການ ພະຍາຍາມ​ຈັດ​ມະຫະກຳ​ກິລາ​ໂອ​ລິ​ມປິກ​ໃຫ້​ເປັນ​ການ​ແຂ່ງຂັນ​ທີ່​ໜ້າ​ຊົມ, ບໍ່​ທຳ​ມະ​ດາ ​ແລະ ລ້ຳ​ເລີດ. ຂະນະ​ດຽວ​ກັນ, ຈະ​ຖື​ໂອກາດ​ເລັ່ງພັດທະນາ​ກິລາ​ເທິງ​ຫິມມະ​ແລະ​ນ້ຳກ້າມ ຊຸກຍູ້​ກິລາ​ມວນ​ຊົນ ​ແລະ ກິລາ​ປະ​ເພດ​ການ​ແຂ່ງຂັນ​ໃຫ້​ມີ​ການ​ພັດທະນາ​ຢ່າງ​ດຸນ​ດ່ຽງ​ກັນ ​ເພື່ອ​​ເສີມ​ສ້າງ​ສຸຂະພາບ​ຂອງ​ປະຊາຊົນ.

ທ່ານ​ບັສ ​ໄດ້​ຕີ​ລາຄາ​ສູງ​ຕໍ່​ວຽກ​ງານ​ກະກຽມ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ປັກ​ກິ່ງ ​ແລະ​ຂອບ​ໃຈ​ຈີນ​ທີ່​ໄດ້​ປະກອບສ່ວນ​ຕໍ່​ກິລາ​ໂອ​ລິ​ມປິກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ