ຈີ​ນ​ກ່າວ​ວ່າ: ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຂອງ​ປາ​ກີ​ສະ​ຖານ​ຈະ​ບໍ່​ປ່ຽນ​ແປງ​ທ່າ​ອ່ຽງ​ພັດ​ທະ​ນາ​ການ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້າ​ນ​ລະ​ຫວ່າງ​ຈີນ​ແລະ​ປາ​ກີ​ສະ​ຖານ
2018-06-05 14:20:14  cri 
ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 4 ມິ​ຖຸ​ນາ​ນີ້, ທ່ານ​ນາງ​ຮ້​ວາ​ຊຸ່ນ​ຢີງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນໄດ້​ສະ​ແດງ​ຄວາມ​ເຫັນ​ກ່ຽວ​ກັບ​ປາ​ກີ​ສະ​ຖານ​ຈະ​ຈັດ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ໃນ​ໄວໆ​ນີ້​ວ່າ, ບໍ່​ວ່າ​ຜົນ​ການ​ເລືອກ​ຕັ້ງ​ຈະ​ເປັນ​ແນວ​ໃດ, ທ່າ​ອ່ຽງ​ຂະ​ຫຍາຍ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຈີນ-ປາ​ກີ​ສະ​ຖານ​ທີ່​ດີ​ງາມ​ຈະ​ບໍ່​ມີ​ການ​ປ່ຽນ​ແປງ.

ມີ​ນັກ​ຂ່າວ​ຖາມ​ວ່າ, ວັນ​ສຸກ​ອາ​ທິດ​ແລ້ວ​ນີ້, ລັດ​ຖະ​ບານ​ຊົ່ວ​ຄາວ​ຊຸດໃໝ່​ປາ​ກີ​ສະ​ຖານ​ດຳ​ລົງ​ຕຳ​ແໜ່ງ, ແລະ​ປະ​ກາດ​ຈະ​ຈັດ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ໃນ​ວັນ​ທີ 25 ກໍ​ລະ​ກົດ​ໜ້າ​ນີ້, ຈີນ​ມີ​ຄວາມ​ເຫັນ​ຫຍັງ​ຕໍ່​ເລື່ອງ​ນີ້?

ທ່ານ​ນາງ​ຮ້​ວາ​ຊຸ່ນ​ຢີງ ກ່າວ​ວ່າ, ຈີນ​ໄດ້​ເອົາ​ໃຈ​ໃສ່​ນຳ​ບັນ​ຫາ​ດັ່ງ​ກ່າວ, ແລະ​ຫວັງ​ໃຫ້​ປາ​ກີ​ສະ​ຖານ​​ເຮັດ​ສຳ​ເລັດ​ຂະ​ບວນ​ການ​ການ​ເມືອງ​ສຳ​ຄັນ​ດັ່ງ​ກ່າວ​ຢ່າງ​ສະ​ດວກ​ແລະ​ໝັ້ນ​ທ່ຽງ. ເຊື່ອ​ວ່າ​ບໍ່​ວ່າ​ມີ​ຜົນ​ການ​ເລືອກ​ອອກ​ມາ​ແບບ​ໃດ​ກໍ​ຕາມ, ທ່າ​ອ່ຽງ​ດີ​ງາມ​​ຕໍ່ການ​ຂະ​ຫຍາ​ຍ​ສາຍ​ພົວ​ພັນ​ຄູ່​ຮ່ວມ​​ມືຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ຈີນ-ປາ​ກີ​ສະ​ຖານ​ຈະ​ບໍ່​ມີ​ການ​ປ່ຽນ​ແປງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ