ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ​ເຂົ້າ​ຮ່ວມ​ການ​ພົບ​ປະ​ທາງ​ການ​ລະ​ຫວ່າງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດກຸ່ມ​ປະ​ເທດບ​ຣິກ​ສ
2018-06-05 10:44:07  cri 
ວັນ​ທີ 4 ມິ​ຖຸ​ນາ​ນີ້, ທ່ານ​ວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ເຂົ້​າ​ຮ່ວມ​ການ​ພົບ​ປະ​ທາງ​ການ​ລະ​ຫວ່າງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ກຸ່ມ​ປະ​ເທດບ​ຣິ​ກ​ສ໌​ຢູ່​ອາ​ຟ​ຣິ​ກາ​ໃຕ້ ໂດຍ​ມີ​ທ່ານ​ລິນ​ດີ​ເວ ຊີ​ຊູ​ລູ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ຟ​ຣິ​ກາ​ໃຕ້​ເປັນ​ປະ​ທານ​ການ​ພົບ​ປະ, ທ່ານ​ເຊີ​ເກ ລາ​ຟ​ຣົ​ຟ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ, ທ່ານ​ຊູ​ສ​ມາ ສວາ​ຣາ​ຈ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອິນ​ເດຍ ແລະ ທ່ານ​ມາ​ກົ​ສ ການ​ວາວ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ເບ​ຣ​ຊິນ​ເຂົ້າ​ຮ່ວມ.

ທ່ານ​ວາງ​ຢີ້​ກ່າວວ່າ, ໂລກ​ປັດ​ຈຸ​ບັນ​ພວມ​ຜະ​ເຊີນ​ກັບ​ການ​ປ່ຽນ​ແປງ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ຮອບ​ຮ້ອຍ​ປີ. ພາຍ​ໃຕ້​ເບື້ອງຫຼັງ​ດັ່ງ​ກ່າວ, ກຸ່ມ​ປະ​ເທດບ​ຣິກ​ສ໌​ຄວນ​ຖື​ເອົາ​ການ​ສ້າງ "ທົດ​ສະ​ວັດ​ສີ​ຄຳ" ທີ​ 2 ເປັນ​ໂອ​ກາດ ເພື່ອ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ 5 ປະ​ເທດໃຫ້ຫຼາຍກວ່າ​ເກົ່າ ແລະ ມີ​ການ​ປະ​ກອບ​ສ່ວນຫຼາຍກວ່າ​ເກົ່າ​ຕໍ່​ສັນ​ຕິ​ພາບ ແລະ ການ​ພັດ​ທະ​ນາ​ຂອງ​ໂລກ.

ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ບັນ​ດາ​ປະ​ເທດບ​ຣິກ​ສ​ໄດ້​ຕັ້ງ​ໜ້າ​ຕີ​ລາ​ຄາ​ຕໍ່​ຄວາມ​ຄືບ​ໜ້າ​ອັນ​ໃຫຍ່ຫຼວງ​ແຫ່ງ​ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ເທດບ​ຣິ​ກ​ສໃນ 10 ປີ​ມາ​ນີ້ ແລະ ສະ​ແດງ​ຄວາມ​ຊົມ​ເຊີຍ​ສູງ​ຕໍ່​ຈີນ​ທີ່​ໄດ້​ປະ​ກອບ​ສ່ວນ​ສຳ​ຄັນ​ ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ເທດ​ບ​ຣິກ​ສ໌​ໃນ​ຖາ​ນະ​ເປັນ​ປະ​ເທດ​ປະ​ທານ​ໝູນ​ວຽນ​ໃນ​ປີ​ຜ່ານ​ມາ ໂດຍ​ກ່າວ​ວ່າ, ພາຍ​ໃຕ້​ເບື້ອງຫຼັງ​ທີ່​ສະ​ຖາ​ນະ​ການ​ສາ​ກົນ​ເກີດ​ມີ​ການ​ປ່ຽນ​ແປງ​ຢ່າງ​ສັບ​ສົນ​ໃນ​ປັດ​ຈຸ​ບັນ, ປະ​ເທດບ​ຣິກ​ສ໌​ຄວນ​ເພີ່ມ​ທະ​ວີ​ການ​ປະ​ສານ​ງານ ແລະ ຮ່ວມ​ມື​ກັນ, ລົງ​ເລິກ​ການ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ, ຮ່ວມ​ກັນ​ຍຶດ​ໝັ້ນ​ລັດ​ທິຫຼາຍ​ຝ່າຍ, ຄັດ​ຄ້ານ​ລັດ​ທິ​ຝ່າຍ​ດຽວ ແລະ ລັດ​ທິ​ປົກ​ປ້ອງ ພ້ອມ​ທັງ​ປົກ​ປ້ອງຫຼັກ​ການ​ພື້ນ​ຖານ​ແຫ່ງ​ການ​ພົວ​ພັນ​ສາ​ກົນ.

ການ​ພົບ​ປະ​ຄັ້ງ​ນີ້​ເປັນ​​ການກະ​ກຽມ​ໃຫ້​ແກ່ກອງ​ປະ​ຊຸມ​ສຸດຍອດ​ກຸ່ມ​ປະ​ເທດບ​ຣິ​ກ​ສ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ຈອນ​ເນ​ສບວກ​ໃນ​ເດືອນ​ກໍ​ລະ​ກົດ​ໜ້າ​ນີ້ ແລະ ​ຍັງ​ໄດ້​ເຜີຍ​ແຜ່ "​ບົດຖະ​ແຫຼງ​ຂ່າວ​​" ຫຼັງ​ການ​ພົບ​ປະ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ