ໄທ​ກຽມ​​ສົ່ງ​ຖົ່ວ​ລຽນ​ຂຶ້ນ​ສູ່​ອະ​ວະ​ກາດ
2018-06-06 14:57:49  cri 
ອົງ​ການ​ພັດ​ທະ​ນາ​ວິ​ຊາ​ຂໍ້​ມູນ​ຂ່າວ​ສານເທ​ສະ​ໜ່ວຍ​ໂລກ​ ແລະ ເຕັກ​ນິກ​ອະ​ວະ​ກາດໄທ ຫຼື GISTDA ເປີດ​ເຜີຍ​ເມື່ອ​ມໍ່ໆ​ມາ​ນີ້​ວ່າ: ໄທ​ກຽມ​​ສົ່ງ​ຖົ່ວ​ລຽນ​ອົບ​ແຫ້ງ​ຂຶ້ນ​ສູ່​ອະ​ວະ​ກາດ​ເປັນ​ເວ​ລາ 5 ນາ​ທີ ໂດຍ​ຜ່ານ​ຍານ​ອະ​ວະ​ກາດ​ຂອງ​ບໍ​ລິ​ສັດ​ອາ​ເມ​ຣິ​ກາ. ຫຼັງ​ຈາກ​ນັ້ນ, ນັກ​ຄົ້ນ​ຄວ້າ​ຈະ​ຄົ້ນ​ຄວ້າ​ວ່າ, ພາຍຫຼັງ​ຂຶ້ນ​ສູ່​ອະ​ວະ​ກາດ​ແລ້ວ, ເນື້ອ​ຂອງ​ຖົ່ວ​ລຽນ​ຈະ​ເກີດ​ມີ​ການ​ປ່ຽນ​ແປງຫຼື​ບໍ່.

ໄທ​ບໍ່​ເຄີຍ​ສົ່ງ​ນັກ​ບິນ​ອະ​ວະ​ກາດ​ຂຶ້ນ​ສູ່​ອະ​ວະ​ກາດ, ແຕ່​ພວມ​ຢາກ​ສົ່ງ​ອາ​ຫານ​ໄທ​ຂຶ້ນ​ສູ່​ອະ​ວະ​ກາດ. ວັນ​ທີ 1 ມິ​ຖຸ​ນາ​ນີ້,  ສຳ​ນັກ​ຂ່າວ BBC ຂອງ​ອັງ​ກິດ​ໄດ້​ນຳ​ເອົາ​ຄວາມ​ເວົ້າ​ຂອງ​ໂຄ​ສົກ GISTDA ມາ​ລາຍ​ງານ​ວ່າ, "ຈຸດ​ປະ​ສົງ​ຂອງ​ພວກ​ເຮົາ​ແມ່ນ​ຢາກ​ໃຫ້​ນັກ​ບິນ​ອະ​ວະ​ກາດ​ສາ​ມາດ​ກິນ​ອາ​ຫານ​ໄທ​ຢູ່​ອະ​ວະ​ກາດ". ຖົ່ວ​ລຽນ​ເປັນ​ຂັ້ນ​ຕອນ​ທຳ​ອິດ​ທີ່​ໄທ​ຢາກ​ສົ່ງ​ອາ​ຫານ​ໄທ​ຂຶ້ນ​ສູ່​ອະ​ວ​ະ​ກາດ. ຖ້າ​ສຳ​ເລັດ​ຜົນ​ແລ້ວ, ໄທ​ຍັງ​ກຽມ​ຈະ​ສົ່ງ​ຜັດ​ໝີ່​ໄທ, ​ເຂົ້າ​ໜຽວ​​ໝາກ​ມ່ວງ ແລະ ອາ​ຫານ​ໄທ​ອື່ນໆ​ຂຶ້​ນ​ສູ່​ອະ​ວະ​ກາດ​ເຊັ່ນ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ