"ພໍ່​ເສືອ​ແມ່​ເສືອ​"ໃນໂຮງ​ອະ​ນຸ​ບານ​ເສືອ​ຫຍຸ້ງ​ນຳ​ການ​ເບິ່ງ​ແຍງ​ດູ​ແລ​ລູກ​ເສືອ
2018-06-07 16:23:42  cri 

ໄລ​ຍະ​ນີ້​ເປັນ​ໄລ​ຍະ​ທີ່​ເສືອ​ຊີ​ເບ​ເຣຍ​ຂະ​ຫຍາຍ​ພັນຫຼາຍ, ລູກ​ເສືອຫຼາຍ​ໂຕ​ເກີດ​ອອກ​ມາ​ເຮັດ​ໃຫ້​ສວນ​ປ່າ​ເສືອ​ຊີ​ເບ​ເຣຍ​ເຮີຍ​ລົງ​ຈ່ຽງ ສ​ປ ຈີນ​ມີ​ບັນ​ຍາ​ກາດ​ຟົດ​ຟື້ນຫຼາຍ. ລູກ​ເສືອ​ຈຳ​ນວນ​ໜຶ່ງ​ດຳ​ລົງ​ຊີ​ວິດ​ຢູ່​ນຳ​ແມ່, ສ່ວນ​ອີກ​ຈຳ​ນວນ​ໜຶ່ງ​ຖືກ​ສົ່ງ​ໄປ​ເບິ່ງ​ແຍງ​ດູ​ແລ​ຢູ່​ "ໂຮງ​ອະ​ນຸ​ບານ" ເນື່ອງ​ຈາກ​ແມ່​ເສືອ​ມີ​ນົມ​ໜ້ອຍ ຫຼື​ແມ່​ເສືອ​ເກີດ​ລູກ​ໃໝ່​ເທື່ອ​ທຳ​ອິດ​ນັ້ນ​ຂາດ​ປະ​ສົບ​ການ​ໃນ​ການ​ເບິ່ງ​ແຍງ​ດູ​ແລ. ເມື່ອ​ເປັນ​ແນວ​ນີ້, ພວກ​ພະ​ນັກ​ງານ​ລ້ຽງ​ສັດ​ໃນ​ສວນ​ແຫ່ງ​ນີ້ຈຶ່ງ​ຈຳ​ຕ້ອງ​ແບກ​ຫາບ​ໜ້າ​ທີ່​ເປັນ "ພໍ່​ເສືອ​ແມ່​ເສືອ"​ແລະ​ຫຍຸ້ງ​ນຳ​ວຽກ​ການ​ເບິ່ງ​ແຍງ​ລູກ​ເສືອ​ເຫຼົ່າ​ນີ້.

1  2  3  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ