ເປີດ​ສູນ​ຖະ​ແຫຼງ​ຂ່າວກອງ​ປະ​ຊຸມ​ສຸດຍອດ​ຊິ່ງ​ຕາວອົງ​ການ​ຮ່ວມ​ມື​ຊຽງ​ໄຮ​
2018-06-07 15:05:26  cri 
ສູນ​ຖະ​ແຫຼງ​ຂ່າວ​ຂອງກອງ​ປະ​ຊຸມ​ສຸດຍອດ​ຊິ່ງ​ຕາວ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ໄດ້​ເປີດ​ບໍ​ລິ​ການ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 6 ມິ​ຖຸ​ນາ​ນີ້, ​ສູນ​ດັ່ງ​ກ່າວຈະ​ສະ​ໜອງ​ການ​ບໍ​ລິ​ການ​ໃຫ້​ແກ່​ນັກ​ຂ່າວ​ຈີນ​ແລະ​ຕ່າງ​ປະ​ເທດ​ທີ່​ລົງ​ທະ​ບຽນ.
ທ່ານ​​ໂຮ​ສຽວ​ຕຸ່ງ ຮອງ​ຜູ້​ຮັບ​ຜິດ​ຊອບສູ​ນ​ຖະ​ແຫຼງ​ຂ່າວ​ກ່າວ​ວ່າ, ສູນ​ຖະ​ແຫຼງ​ຂ່າວ​ໄດ້​ກວມ​ເນື້ອ​ທີ່​ປະ​ມານ 35.000 ຕາ​ແມັດ. ໃນ​ຖາ​ນະ​ເປັນ​ສະ​ຖານ​ທີ່​ຖະ​ແຫຼງ​ຂ່າວ​ຕົ້ນ​ຕໍ, ເນື້ອ​ທີ່​ເຮັດ​ວຽກ​ຂອງ​ສື່ມວນ​ຊົນ​ແມ່ນ 10500 ຕາ​ແມັດ, ສາ​ມາດ​​ໃຫ້ບໍ​ລິ​ການ​ອັນ​ຄົບ​ຖ້ວນ​​ແກ່​ນັກ​ຂ່າວ 3000 ຄົນ.

ຕາມ​ຂ່າວ​ແຈ້ງວ່າ, ໃນ​ສູນ​ຖະ​ແຫຼງ​ຂ່າວ​ດັ່ງ​ກ່າວ​ມີ​ 14 ຂົງ​ເຂດ​ຕ່າງ​ກັນ​ເຊັ່ນ: ເຂດ​ບໍ​ລິ​ການ​ສັງ​ລວມ, ເຂດ​ເຮັດ​ວຽກ​ຂອງ​ສື່ມວ​ນ​ຊົນ, ເຂດ​ຖະ​ແຫຼງ​ຂ່າວ, ຫ້ອງ​ຖ່າຍ​ທອດ​ສົດ, ຫ້ອງ​ສຳ​ພາດ​ຂ່າວ, ຈຸດ​ຖ່າຍ​ທອດ​ສົດ​ແຕ່​ຝ່າຍ​ດຽວ​ແລະ​ອື່ນໆ, ໃນ​ທຸກ​​ເຂດ​ຂອງ​ສູນ​ຖະ​ແຫຼງ​ຂ່າວ​ສາ​ມາດ​ໃຊ້​ອິນ​ເຕີ​ເນັດ​ຄວາມ​ໄວ​ສູງ​ໄດ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ