ຈີນ​ຫວັງ​ໃຫ້​ຝ່າຍ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​​ສືບ​ຕໍ່​ຮັກ​ສາ​ແລະ​ປະ​ຕິ​ບັດ​ສັນ​ຍາ​ຮອບ​ດ້ານ​ກ່ຽວ​ກັບ​ບັນ​ຫາ​ນິ​ວ​ເຄຼຍ​ອີ​ຣານ
2018-06-07 15:08:30  cri 
ຕາມ​ຂ່າວ CRI: ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 6 ມິ​ຖຸ​ນາ​ນີ້, ທ່ານນາງ​ຮ​ວ້າ​ຊຸ່ນ​ຢີງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ພາຍ​ໃຕ້​ສະ​ຖາ​ນະ​ການ​ໃນ​ປັດ​ຈຸ​ບັນ, ຈີນ​ຫວັງ​ໃຫ້​ຝ່າຍ​ຕ່າງ​ໆ​ທີ່​ກ່ຽວ​ຂ້ອງ​ກັບ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ​ສ​າ​ມາດ​ເບິ່ງ​ຈາກສະ​ພາບ​ລວມ​ແລະ​ຍາວ​ໄກ, ສືບ​ຕໍ່​ຮັກ​ສາ​ແລະ​ປະ​ຕິ​ບັດ​ຕາມ​ສັນ​ຍາ​ຮອບ​ດ້ານ​ກ່ຽວກັບ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ.

ຂ່າວ​ແຈ້ງວ່າ, ຜູ້​ນຳ​ອີ​ຣານ​ກ່າວ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້​ວ່າ, ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ອີ​ຣານ​ກຽມ​ຈະ​ຍົກ​ສູງ​ຄວາມ​ສາ​ມາດເສີມ​ສະ​ມັດ​ຕະ​ພາບ​ຢູ​ເລ​ນຽມ. ອີ​ຣານ​ໄດ້​ສົ່ງ​ເອ​ກະ​ສານໃຫ້​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ​ກ່ຽວ​ກັບ​ເລື່ອງ​ນີ້​ແລ້ວ. ໃນ​ເວ​ລາ​ຕອບ​ຄຳ​ຖາມ​ທີ່​ກ່ຽວ​ຂ້ອງ, ທ່ານ​ນາງ​ຮ້​ວາ​ຊຸ່ນ​ຢິງ​ກ່າວ​ວ່າ,

"ພາຍ​ໃຕ້​ສະ​ຖາ​ນະ​ການ​ໃນ​ປັ​ດ​ຈຸ​ບັນ, ຈີນ​ຫວັງ​ໃຫ້​ຝ່າຍ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ສາ​ມາດ​ເບິ່ງ​ສະ​ພາບ​ລວມ​ແລະ​ຍາວ​ໄກ, ສືບ​ຕໍ່​ຮັກ​ສາແລະ​ປະ​ຕິ​ບັດ​ສັນ​ຍາ​ຮອບ​ດ້ານ, ປະ​ຕິ​ບັດ​ພັນ​ທະ​ຂອງ​ຕົນ​ທີ່​ສັນ​ຍາ​ກຳ​ນົດ​ໄວ້​ຢ່າງ​ຮອບ​ດ້ານ​ແລະ​ສົມ​ດຸນ. ນີ້​ມີ​ຜົນ​ດີ​ຕໍ່​ການ​ຮັກ​ສາ​ລະ​ບົບ​ບໍ່​ແຜ່ຂະ​ຫຍາຍ​ອາ​ວຸດ​ນິວ​ເຄຼຍ​ສາ​ກົນ​ແລະ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ເຂດ​ຕາ​ເວັນ​ອອກ​ກາງ, ​ຊຶ່ງສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​​ລວມ​ຂອງ​ປະ​ຊາ​ຄົມ​ໂລກ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ