ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ເຕືອນ​ໃຫ້​ອາ​ເມ​ຣິ​ກາ​ຢຸດ​​ສ້າງ​ເຫດ​ການ​ຢູ່​ເຂດ​ທະ​ເລ​ຈີນ​ໃຕ້
2018-06-07 15:09:16  cri 
ໂດຍ​ແນ​ໃສ່​​ເຫດ​ການ​ທີ່​ຝ່າຍ​ທະ​ຫານ​ອາ​ເມ​​ຣິກາ​​ຂີ່​ເຮືອ​ບິນ​ຖິ້ມ​ລະ​ເບີດ B-52 ບິນ​ຜ່ານ​ເຂດ​ທະ​ເລ​ຢູ່​ໃກ້​ໝູ່​ເກາະ​ນານ​ຊ່າ​ຂອງ​ຈີນ​​ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ນາງ​ຮ​ວ້າ​ຊຸນ​ຢິງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ເຕືອນ​ໃຫ້​ອາ​ເມ​ຣິກາ​ຈົ່ງ​ຢຸດ​ຕິ​ການ​ສ້າງ​ເຫດ​ການ​ຢູ່​ເຂດ​ທະ​ເລ​ຈີນ​ໃຕ້​ໃນ​ວັນ​ທີ 6 ມິ​ຖຸ​ນາ​ນີ້, ​ອາ​ເມ​ຣິ​ກາ​ໄດ້​ເຮັດ​ຕາມ​ໃຕ​ທີ່​ກໍ່​ໃຫ້​ເກີດຄວາມ​ສ່ຽງ, ການ​ກະ​ທຳ​ຂອງ​ອາ​ເມ​ລິ​ກາ​​ຈະ​ຕ້ອງ​ໄດ້​ຮັບ​ການ​ຕອບ​ໂຕ້.

ທ່ານ​ນາງ​ຮ້​ວາ​ຊຸນ​ຢີງ​ກ່າວ​ວ່າ, "ຂ້າ​ພະ​ເຈົ້າ​ຈະ​ເຕືອນ​ອາ​ເມ​ຣິ​ກາ​ຫຼາຍ​ຢ່າງ: ອັນ​ທີ​ໜຶ່ງ, ​ຢຸດ​ເຊົາ​ການ​ເສກ​ສັນ​ປັ້ນ​ແຕ່ງ​ເລື່ອງທະ​ເລ​ຈີນ​ໃຕ້​ຫັນ​ເປັນ​ 'ການ​ທະ​ຫານ', ຢ່າ​ສ້າງ​ຖ້ອຍ​ທຳ​ນອງ​ທີ່​ບໍ່​ມີ​ຫຼັກ​ຖານ​ອີກ. ສອງ, ຢຸດ​ສ້າງ​ເຫດ​ການ​ຢູ່​ເຂດ​ທະ​ເລ​ຈີນ​ໃຕ້, ຍ້ອນ​ວ່າ​ການ​ເຮັດ​ຕາມ​ໃຈ​ທີ່​ກໍ່​ໃຫ້​ເກີດຄວາມ​ສ່ຽງ, ການ​ກະ​ທຳ​ຂອງ​ອາ​ເມ​​ຣິ​ກາ​ຈະ​ຕ້ອງ​ໄດ້​ຮັບ​ການ​ຕອບ​ໂຕ້. ສາມ, ຈີນ​ຈະ​ບໍ່ຍອມ​ຖືກ​ຂົ່ມ​ຂູ່​ຍ້ອນ​ກຳ​ປັ່ນ​ແລະ​ເຮືອ​ບິນ​ທະ​ຫານ​ໃດໆ, ​​ຈີນຈະ​ໃຊ້​ມາດ​ຕະ​ການ​ຈຳ​ເປັນ​ທຸກ​ຢ່າງ​ເພື່ອ​ປົກ​ປ້ອງ​ອະ​ທິ​ປະ​ໄຕ​ແລະ​ຄວາມ​ໝັ້ນ​ຄົງ​ຂອງ​ຊາດ, ແລະ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ເຂດ​ທະ​ເລ​ຈີນ​ໃຕ້. "
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ