ຈີນ ແລະ ກຽກ​ກິດ​ສະ​ຖານ​ຈະ​ສ້າງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ
2018-06-07 14:39:57  cri 

ວັນ​ທີ 6 ມິ​ຖຸ​ນາ​ນີ້, ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ປັກ​ກິ່ງ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ ຊູ​ຣອນ​ໄບ ຊິນ​ເບ​ຄົ​ຟ ປະ​ທາ​ນາ​ທິ​ບໍ​ດີ​ກຽກ​ກິດ​ສະ​ຖານ. ປະ​ມຸກ​ລັດ​ສອງ​ປະ​ເທດ​ໄດ້​ເປັນ​ເອ​ກະ​ພາບ​ກັນ​ເຫັນ​ດີ​ສ້າງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ ແລະ ​ຂຽນ​ໜ້າ​ໃໝ່​​ໃນ​ປຶ້ມ​ປະ​ຫວັດ​ສາດແຫ່ງ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ.

ທ່າ​ນ​ສີ​ຈິ້ນ​ຜິງ​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອ​ນ​ຮັບ​ຕໍ່​ທ່ານ​ຊິນ​ເບ​ຄົ​ຟ​​ທີ່ມາ​ຢ້ຽມ​ຢາມ​ຈີນ​ທາງ​ລັດ​ຖະ​ກິດ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ຊິງ​ຕາວ​ຂອງ​ອົງ​ກາ​ນ​ຮ່ວມ​ມື​ຊຽງ​ໄຮ ໂດຍ​ທ່ານ​ກ່າວວ່າ, ກຽກ​ກິດ​ສະ​ຖານ​ເປັນ​ໜຶ່ງ​ໃນ​ປະ​ເທດ​ທີ່​ສະ​ໜັບ​ສະ​ໜູນ ແລະ ເຂົ້າ​ຮ່ວມ​ການ​ສ້າງ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ກ່ອນ​ໝູ່. ຈີ​ນ​ຍິນ​ດີ​ຮ່ວມ​ກັບ​ກຽກ​ກິດ​ສະ​ຖານ​ຂະ​ຫຍາຍ​ຄວາມ​ຄິດ ແລະ ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ເພື່ອ​ຊຸກ​ຍູ້​ໃຫ້​ການ​ຮ່ວມ​ມື​ລະ​ຫວ່າງ​ສອ​ງ​ຝ່າຍ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ. ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ກຽກ​ກິດ​ສະ​​ຖານ​ໄດ້​ສະ​ໜັບ​ສະ​ໜູນ​ຈີ​ນ​ຢ່າງ​ແຂງ​ແຮງ​ໃນ​ເວ​ລາ​ຈີນ​ເປັນ​ປະ​ເທດ​ປະ​ທານ​ໝູນ​ວຽນ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ ແລະ ກ່າວ​ວ່າ, ຈີນ​ຍິນ​ດີ​ພະ​ຍາ​ຍາມ​ຮ່ວມ​ກັບ​ກຽກ​ກິດ​ສະ​ຖານ ເພື່ອ​ຊຸກ​ຍູ້​ໃຫ້​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ຂະ​ຫຍາຍ​ໄປ​ຕາມ​ວົງ​ໂຄ​ຈອນ​ທີ່​ປອດ​ໃສ ແລະ ໜັກ​ແໜ້ນ.

ທ່​ານຊິນ​ເບ​ຄົ​ຟ ກ່າວ​ວ່າ, ກຽກ​ກິດ​ສະ​ຖານ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຜົນ​ສຳ​ເລັດ​ຂອງ​ຈີນ​ໃນ​ດ້ານ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ແລະ ຂອບ​ໃຈ​ປະ​ເທດຈີນ​ທີ່​ໄດ້​ໃຫ້​ການ​ຊ່ວຍເຫຼືອ​ແກ່​ກຽກ​ກິດ​ສະ​ຖານ. ກຽກ​ກິດ​ສະ​ຖານ​ຈະ​ຍຶດ​ໝັ້ນ​ນະ​ໂຍ​ບາຍ​ຈີນ​ດຽວ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຍິນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຈີນ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ​ການ​ຄ້າ, ວັດ​ທະ​ນະ​ທຳ ແລະ ອື່ນໆ, ປະ​ສານ​ງານ​ກັນ​ໂຈມ​ຕີອິດ​ທິ​ກຳ​ລັງ​ກໍ່​ການ​ຮ້າຍ, ອິດ​ທິ​ກຳ​ລັງ​ແບ່ງ​ແຍກ​ດິນ​ແດນ ແລະ ອິດ​ທິ​ກຳ​ລັງ​ຫົວ​ຮຸນ​ແຮງ, ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ຄວາມ​ໝັ້ນ​ຄົງ​ຂອງ​ພາກ​ພື້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ