ປະ​ທານ​ຄ​ະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ເຂົ້າ​ຢ້ຽມ​ຄຳ​ນັບ​ປະ​ທາ​ນາ​ທິ​ບໍ​ດີ​ກາ​ຊັກ​ສະ​ຖານ
2018-06-08 16:34:04  cri 
ວັນ​ທີ 8 ມິ​ຖຸ​ນາ​ນີ້, ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ, ທ່ານ​ລີ້​ຈ້ານ​ຊູ່ ປະ​ທານ​ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ໄດ້​ເຂົ້າ​ຢ້ຽມ​ຄຳ​ນັບ​ທ່ານ​ນາ​ຊາ​ບາ​ເຢັ​ຟ ປະ​ທາ​ນາ​ທິ​ບໍ​ດີ​ກາ​ຊັກ​ສະ​ຖານ.

ທ່ານ​ລີ້​ຈ້ານ​ຊູ່​ກ່າວ​ວ່າ, ອົງ​ການ​ນິ​ຕິ​ບັນ​ຍັດ​ສອງ​ປະ​ເທດ​ຄວນ​ຜັນ​ຂະ​ຫຍາຍ​ຄວາມ​ເຫັນ​ເປັນ​ເອ​ກະ​ພາບ​ກັນ​ລະ​ຫວ່າງ​ປະ​ມຸກ​ລັດ​ສອງ​ປະ​ເທດ, ​ສືບ​ຕໍ່ການ​ໄປ​ມາ​ຫາ​ສູ່​ກັນ​ຢ່າງ​ແໜ້ນ​ແຟ້ນ, ລົງ​ເລິກ​ການ​ແລ​ກ​ປ່ຽນ​​ບົດ​ຮຽນ​ທາງ​ການ​ປົກ​ຄອງ​ປະ​ເທດ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ ເພື່ອ​ຮັບ​ໃຊ້​ເປົ້າ​ໝາຍ​ຍຸດ​ທະ​ສາດ​ຂອງ​ປະ​ເທດ​ໃຜ​ລາວ ແລະ ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​ນາ​ຊາ​ບາ​ເຢັ​ຟ​ກ່າວ​ວ່າ, ກາ​ຊັກ​ສະ​ຖານ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ", ສະ​ໜັບ​ສະ​ໜູນ​ການ​ໂຈມ​ຕີ​ອິດ​ທິ​ກຳ​ລັງ​ກໍ່​ການ​ຮ້າຍ, ອິດ​ທິ​ກຳ​ລັງ​ແບ່ງ​ແຍກ​ດິນ​ແດນ ແລະ ອິດ​ທິ​ກຳ​ລັງ​ຫົວ​ຮຸນ​ແຮງ ພ້ອມ​ທັງ​ສະ​ໜັບ​ສະ​ໜູນ​ການ​ແລກ​ປ່ຽນ​ບົດ​ຮຽນລະ​ຫວ່າງ​ອົງ​ການ​ນິ​ຕິ​ບັນ​ຍັດ​ຂອງ​ສອງ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ