​ ປະ​ມຸກ​ລັດ​ຈີນ-ຣັດ​ເຊຍ​ມີ​ຄວາມເຫັນ​​ເປັນ​ເອກະ​ພາບກັນ​ໃນ​ການ​ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ການຂະ​ຫຍາຍ​ຕົວ​ໃຫຍ່ຫຼວງກວ່າ​ເກົ່າ​ໃນລະ​ດັບ​ສູງ

2018-06-09 13:32:55  cri 


ວັນ​ທີ 8 ມິ​ຖຸ​ນາ​ນີ້, ທ່ານ​ສີ​ຈິ້ນ​ຜິງ, ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ວະ​ລາ​ດີ​ເມຍ ປູ​ຕິນ, ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ. ປະ​ມຸກ​ລັດ​ສອງ​ປະ​ເທດ​ໄດ້​ມີ​ຄວາມເຫັນ​ເປັນ​ເອ​ກະ​ພາບກັນ​ວ່າ, ຍຶດຖື​ທັດ​ສະ​ນະຄະ​ຕິ​ທີ່​ມີ​ໄມ​ຕີ​ຈິດມິດ​ຕະ​ພາບ​ໃນ​ທຸກ​ເຊັ່ນ​ຄົນ​ແລະ​ນ້ຳ​ໃຈ​​ປະ​ສານ​ສົມ​ທົບ​ທາງ​ຍຸດ​ທະ​ສາດ, ບຸກ​ເບີກ​ແລະ​ລົງ​ເລິກ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ, ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ລ​ະ​ຫວ່າງ​ຈີນ​ກັບ​ຣັດ​ເຊຍ​ໄດ້​ຮັບ​ການຂະ​ຫຍາຍ​ຕົວ​ຢ່າງ​ໃຫຍ່ຫຼວງກວ່າ​ເກົ່າ​ໃນລະ​ດັບ​ສູງ.



ທ່ານ​ສີ​ຈິ້ນ​ຜິງ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ອີກ​ເທື່ອ​ໜຶ່ງ​ຕໍ່​ທ່ານ​ວະ​ລາ​ດີ​ເມຍ ປູ​ຕິນ​ທີ່​ເລີ່ມ​ດຳ​ລົງຕຳ​ແໜ່ງເປັນ​ປະ​ທາ​ນາ​ທິ​ບໍ​ດີ​ອີກ​ວາ​ລະ​ໜຶ່ງ, ແລະ​ເລືອກ​ຈີນ​ເປັນ​ປະ​ເທດ​ທຳ​ອິດທີ່​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດໃນວາ​ລະ​​ຕຳ​ແໜ່ງ​ໃໝ່. ທ່ານ​ສີ​ຈິ້ນ​ຜິງ​​ຊີ້​ອອກວ່າ, ການ​ພົວ​ພັນ​ຄູ່​ປະ​ສານ​ງານ​ຍຸດ​ທະ​ສາດ​ຮອບ​ດ້ານ​ຈີນ​ຣັດ​ເຊຍ​ມີ​ຄວາມ​ສຸກງອມ, ໜັກ​ແໜ້ນ​ແລະໝັ້ນ​ຄົງ. ຈີນ​ຍິນ​ດີພະ​ຍາ​ຍາມ​ຮ່ວມມ​​ກັບ​ຣັດ​ເຊຍ, ປັ​ປ​ປຸງແລະ​ຍົກ​ລະ​ດັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ບຸກ​ເບີກ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ, ລົງ​ເລິກ​ການ​ແລກ​ປ່ຽນ​ແລະ​ການຖອດ​ຖອນ​ບົດ​ຮຽນ​ເຊິ່ງ​ກັນ​ແລະ​ກັນ​ດ້ານ​ວັດ​ທະ​ນະ​ທຳ, ຮັດ​ແໜ້ນ​ການ​ປະ​ສານ​ສົມ​ທົບ​ສາ​ກົນ, ເຮັດ​ໃຫ້​ທັດ​ສະ​ນະຄະ​ຕິ​ທີ່​ມີ​​ໄມ​ຕີ​ຈິດ​ມິດ​ຕະ​ພາບໃນ​ທຸກ​ເຊັ່ນ​ຄົນ​ລະ​ຫວ່າງ​ຈີນ​ກັບ​ຣັດ​ເຊຍໄດ້​ຮັບ​ການ​ສືບ​ທອດ​ຕະ​ຫຼອດໄປ​, ສ້າງ​ຄວາມ​ສຸກ​ໃຫ້​ປະ​ຊາ​ຊົນ​ສອງ​ຊາດ. ຈີນ​ຍິນ​ດີ​ຮ່ວມ​ກັນ​ກັບ​ປະ​ເທດ​ສະ​ມາ​ຊິກ​ຕ່າງໆ​ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮເຊິ່ງ​ລວມ​ທັງ​ຣັດ​ເຊຍ, ຖື​ກອງ​ປະ​ຊຸມ​ສຸດຍອດ​ຊິ່ງ​ຕາວເປັນ​ໂອ​ກາດ​ໃ​ໝ່, ສົ່ງ​ເສີມ"ນ້ຳ​ໃຈ​ຊຽງ​ໄຮ"ຕື່ມ​ອີກເພື່ອຮັບ​ປະ​ກັນ​ໃຫ້​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້ສືບ​ຕໍ່​ພັດະ​ນາ​ຢ່າງ​ປອດ​ໃສ​ແລະ​ໜັກ​ແໜ້ນ.


ທ່ານ ວະ​ລາ​ດີ​ເມຍ ປູ​ຕິນ​ກ່າວ​ວ່າ, ການ​ລົງ​ເລິກ​ການ​ພົວ​ພັນ​ຄູ່​​ປະ​ສານ​ງານຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ຣັດ​ເຊຍ​ກັບ​ຈີນ​ແມ່ນ​ທິດ​ທາງ​ບູ​ລິ​ມະ​ສິດ​ດ້ານ​ການ​ຕ່າງ​ປະ​ເທດ​ຂອງ​ຣັດ​ເຊຍ. ຣັດ​ເຊຍ​ກັບ​ຈີນ​ໄດ້​​ພິ​ຈາ​ລະ​ນາ​ແລະ​ຜົນ​ປະ​ໂຫຍແກນ​ກາງ​ແລະ​ຄວາມ​ເອົາ​ໃຈ​ໃສ່​ທີ່​ສຳ​ຄັນ​ເຊິ່ງ​ກັນ​ແລະ​ກັນ. ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ໄດ້​ບັນ​ລຸ​ເຖິງ​ລະ​ດັບ​ດີ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ, ເຊິ່ງ​ໄດ້ກາຍ​ເປັນ​ແບບ​ຢ່າງ​ທີ່​ດີ​ແຫ່ງ​ການ​ພົວ​ພັນ​ລະ​ຫວ່າງ​ປະ​ເທດ​ກັບ​ປະ​ເທດ​ໃນ​ໂລກ​​ປັດ​ຈຸ​ບັນ​, ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ສຳ​ຄັນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ​ແລະ​ສະ​ຖຽນ​ລະ​ພາບ​ສາ​ກົນ. ຮັດ​ເຊຍ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ, ການ​ລົງ​ທຶນ, ພະ​ລັງ​ງານ​ແລະ​ພື້ນ​ຖານ​ໂຄງ​ລ່າງ​ກັບ​ຈີນ.



ປະ​ມຸກ​ລັດ​ທັງສອງ​ປະ​ເທດ​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ຈາກ​ຜູ້​ຮັບ​ຜິດ​ຊອບ​ຂອງ​ຄະ​ນະ​ກຳ​ມາ​ທິການ​ການ​ຮ່ວມ​ມື​ໃນ​​ຂົງ​ເຂດຕ່າງໆ​ລະ​ຫວ່າງ​ສອງ​ປະ​ເທດ​ແລະ​ລັດ​ຖະ​ມົ​ນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ທັງ​ສອງ​ປະ​ເທດ, ແລະ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ສະ​ຖາ​ນະ​ການ​​ແຫຼມ​ເກົາ​ຫູີ, ບັນ​ຫາ​ນິວ​ເຄຼຍ​ອີ​ຣານແລະ​ບັນ​ຫາ​ອື່ນໆ​ທີ່​ສົນ​ໃຈ​ຮ່ວມ​ກັນ.



ພາຍ​ຫຼັງ​ການ​ພົບ​ປະ​ເຈ​ລະ​ຈາ, ປະ​ມຸກ​ລັດ​ສອງ​ປະ​ເທດ​ຮ່ວມ​ກັນ​ລົງ​ນາມ​ໃນ "ຖະ​ແຫຼງ​ການ​ຮ່ວມ​ລະ​ຫວ່າງ​ ສາ​ທາ​ລະ​ນະ​ລັດປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນຈີນ​ກັບ ສະ​ຫະ​ພັນ​ຣັດ​ເຊຍ", ເປັນ​ສັກ​ຂີ​ພິ​ຍານ​ໃຫ້​ແກ່​ການ​ລົງ​ນາມ​ໃນ​ເອ​ກະ​ສານການ​ຮ່ວມ​ມື​ສອງ​ຝ່າຍ​ຫຼາຍ​ສະ​ບັບ, ແລະ​ໄດ້​ພົບ​ປະ​ກັບ​ນັກ​ຂ່າວ​ຈີນ​ແລະ​ຕ່າງ​ປະ​ເທດ​ຮ່ວ​ມ​ກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ