ທ່ານ​ສີຈິ້ນ​ຜິງ​: ຕ້ອງ​ຮັບ​ຮູ້​ແລະ​ກຳ​ກັບ​ສະ​ຖາ​ນະ​ການ​ລວມ​ຂອງ​ໂລກ​ແລະ​ກະ​ແສ​​ແຫ່ງ​ຍຸກ​ສະ​ໄໝ​ຢ່າງ​ຖືກ​ຕ້ອງ
2018-06-10 12:07:27  cri 
ໃນ​ກອງ​ປະ​ຊຸມສຸດຍອດ​ຊິ່ງ​ຕາວ​ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້ທີ່​ໄຂ​ຂຶ້ນ​ໃນ​ວັນ​ທີ 10 ມິ​ຖຸ​ນານີ້, ທ່ານ​ສີຈິ້ນ​ຜິງ ປະ​ທານ​ປະ​ເທດ ສ​ປ ຈີນ​ເນັ້ນ​ວ່າ, ຕ້ອງ​ຮັບ​ຮູ້​ແລະ​ກຳ​ກັບ​ສະ​ຖາ​ນະ​ການ​ລວມ​​ແຫ່ງໂລກ​ແລະ​ກະ​ແສ​ຂອງ​ຍຸກ​ສະ​ໄໝ​ຢ່າງ​ຖືກ​ຕ້ອງ ໂດຍ​ກ່າວ​ວ່າ, ເຖິງວ່າ​ໃນ​ໂລກ​ປັດ​ຈຸ​ບັນ, ຍັງ​ມີ​ລັດ​ທິ​ເຈົ້າ​ອຳ​ນາດ​ແລະ​ການ​ເມືອງ​ມະ​ຫາ​ອຳ​ນາດ​ຊົງ​ຕົວ​ຢູ່​ກໍ່​ຕາມ, ແຕ່​ພວກ​ເຮົາ​ບໍ່​ຄວນ​ປະ​ໝາດ​ຫາງ​ສຽງ​ທີ່​ຊຸກ​ຍູ້​ໃຫ້​ລະ​ບຽບ​ການ​ສາ​ກົນ​ຂະ​ຫຍາຍ​ໄປ​ສູ່​ຄວາມ​ຍຸດ​ຕິ​ທຳ​ແລະ​ສົມ​ເຫດ​ສົມ​ຜົນ, ການ​ພົວ​ພັນ​ສາ​ກົນ​ຫັນ​ເປັນ​ປະ​ຊາ​ທິ​ປະ​ໄຕ​ໄດ້​ກາຍ​ເ​ປັນ​ກະ​ແສ​ແຫ່ງ​ຍຸກ​ສະ​ໄໝ​ທີ່​ຫຼີກ​ລ່ຽງ​ບໍ່​ໄດ້; ເຖິງວ່າ​ການ​ຂົ່ມ​ຂູ່​ຈາກ​ຂົງ​ເຂດ​ດັ້ງ​ເດີມ​ແລະ​ຂົງ​ເຂດ​ທີ່​ບໍ່​ແມ່ນ​ດັ້ງ​ເດີມ​ໄດ້​ເກີດ​ຂຶ້ນ​ເລື້ອຍໆ​ກໍ່​ຕ​ຈາມ, ແຕ່​ກຳ​ລັງ​ທີ່​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ຍ່ອມ​ຈະ​ເອົາ​ຊະ​ນະ​ກຳ​ລັງ​ທີ່​ທຳ​ລາຍ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ​ແລະ​ສະ​ຖຽນ​ລະ​ພາບ​ເປັນ​ສິ່ງ​ທີ່​ຄົນ​ເຮົາ​ປາ​ຖະ​ນາ​ຫາ; ເຖິງວ່າ​ລັດ​ທິ​ຝ່າຍ​ດຽວ, ລັດ​ທິ​ປົກ​ປ້ອງ​ການ​ຄ້າ, ແນວ​ຄິດ​ທີ່​ຝືນ​ກັບ​​ຂະ​ບວນ​ໂລ​ກາ​ພິ​ວັດ​ເກີດ​ຂຶ້ນ​ເລື້ອຍໆ, ແຕ່​ໜ່ວຍ​ໂລກ​ທີ່​ເໝືອນ​ດັ່ງ​ບ້ານ​ແຫ່ງ​ໜຶ່ງ​ນັ້ນ​ໄດ້​ຕົກ​ລົງ​ແລ້ວ​ວ່າ​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດ​ຕ່າງໆ​ນັບ​ມື້​ນັບ​ເຊື່ອມ​ໂຍງ​ເຂົ້າ​ກັນ, ມີ​ຊາ​ຕາ​ກຳ​ເຊື່ອມ​ຈອດ​ກັນ, ການ​ຮ່ວມ​ມື​ແລະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ​ແມ່ນ​ທ່າ​ອຽງ​ທີ່​ຕ້ອງ​ເປັນ​ໄປ; ເຖິງວ່າ ການ​ປະ​ທະ​ກັນ​ດ້ານ​ວັດ​ທະ​ນະ​ທຳ​ແລະ​ແນວ​ຄິດອື່ນໆ​ມັກ​ຈະ​​ປາ​ກົດ​ຕົວ​​ອອກເປັນ​ຄັ້ງ​ຄາວ​ກໍ່​ຕາມ, ແຕ່​ຄວາມ​ຫຼາກ​ຫຼາຍ​ດ້ານ​ວັດ​ທະ​ນະ​ທຳ​ແມ່ນ​ພະ​ລັງ​ແຮງ​ທີ່​ບໍ່​ສິ້ນ​ສຸດ​ທີ່​ພ​າ​ໃຫ້​ມວນ​ມະ​ນຸດ​ກ້າວ​ໄປ​ໜ້າ​ເລື້ອຍໆ, ວັດ​ທະ​ນະ​ທຳ​ທີ່​ຕ່າງ​ກັນ​ແລກ​ປ່ຽນ​ແລະ​ຕ່າງ​ຖອດ​ຖອນ​ເຊິ່ງ​ກັນ​ແລະ​ກັນ​ແມ່ນ​ຄວາມ​ປາ​ຖະ​ໜາ​ຮ່ວມ​ຂອງ​ປະ​ຊາ​ຊົນ​ປະ​ເທດ​ຕ່າງໆ​ໃນ​ໂລກນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ