ທ່ານສີຈິ້ນຜິງກ່າວວ່າ: ຄວນສ້າງປະຊາຄົມຮ່ວມຊາຕາກຳອົງການຮ່ວມມືຊຽງໄຮດ້ວຍ "ຈິດໃຈຊຽງໄຮ"
2018-06-10 11:58:11  cri 

ວັນທີ 10 ມິຖຸນານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນກ່າວວ່າ: "ຈິດໃຈຊຽງໄຮ" ແມ່ນຊັບສົມບັດຮ່ວມຂອງອົງການຮ່ວມມືຊຽງໄຮ, ອົງການຮ່ວມມືຊຽງໄຮແມ່ນບ້ານເມືອງຮ່ວມຂອງບັນດາປະເທດສະມາຊິກ.

ທ່ານຮຽກຮ້ອງໃຫ້ບັນດາຜູ້ນຳປະເທດສະມາຊິກສືບຕໍ່ຮ່ວມແຮງຮ່ວມໃຈເພື່ອສ້າງປະຊາຄົມຮ່ວມຊາຕາກຳອົງການຮ່ວມມືຊຽງໄຮ້ພາຍໃຕ້ການນຳພາຂອງ "ຈິດໃຈຊຽງໄຮ", ຮ່ວມຈິດຮ່ວມໃຈດຳເນີນການຮ່ວມມືດ້ວຍຄວາມຈິງໃຈ ເພື່ອສ້າງປະຊາຄົມຮ່ວມຊາຕາກຳອົງການຮ່ວມມືຊຽງໄຮ, ຊຸກຍູ້ການສ້າງການພົວພັນສາກົນແບບໃໝ່ ແລະຮ່ວມກັນກ້າວໄປສູ່ໂລກທີ່ມີສັນຕິພາບຖາວອນ, ມີຄວາມໝັ້ນຄົງທົ່ວໄປ, ມີຄວາມຈະເລີນຮຸ່ງເຮືອງຮ່ວມກັນ, ມີການເປີດກວ້າງແລະເຊື່ອມໂຍງເຂົ້າກັນ, ມີຄວາມສະອາດແລະດີງາມ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ