ທ່​ານ​ສີ​ຈິ້ນ​ຜິງ: ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ໄດ້​ປະ​ຕິ​ບັດ​ຕາມ​ "ຈິດ​ໃຈ​ຊຽງ​ໄຮ" ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ
2018-06-10 12:10:54  cri 
ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ກ່າວ​ໃນ​ວັນ​ທີ 10 ມິ​ຖຸ​ນາ​ນີ້​ວ່າ, ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​​ສາ​ມາດ​ຮັກ​ສາ​ພະ​ລັງ​ຊີ​ວິດແລະ​ພະ​ລັງ​ແຮງ​ຮ່ວມ​ມື​ທີ່​ເຂັ້ມ​ແຂງ​ຕະ​ຫຼອດ​ມາ, ສາ​ເຫດ​ຕົ້ນ​ຕໍ​ກໍ​ຍ້ອນ​ວ່າ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ໄດ້​ສະ​ເໜີ​​ແບບ​ປະ​ດິດ​ສ້າງແລະ​ປະ​ຕິ​ບັດ​ຕາມ "ຈິດ​ໃຈ​ຊຽງ​ໄຮ" ຕະ​ຫຼອດ​ມາ, "ຈິດ​ໃຈ​ຊຽງ​ໄຮ" ມີ​ຈຸດ​ຢືນ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ຕ່າງ​ຝ່າ​ຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ສະ​ເໝີ​ພາບ, ປຶກ​ສາ​ຫາ​ລື​​ກັນ, ເຄົາ​ລົບ​ນັບ​ຖື​ອາ​ລິ​ຍະ​ທຳ​ຕ່າງໆ​ແລະ​ສະ​ແຫວງ​ຫາ​ການ​ພັດ​ທະ​ນາ​ຮ່ວມ​ກັນ. ທ່ານ​ເຫັນ​ວ່າ, ຈິດ​ໃຈ​ນີ້​ໄດ້ປະ​ຖິ້ມ​ທັດ​ສະ​ນະ​ເກົ່າ​ແກ່​ຕ່າງໆ​ເຊັ່ນ: ການ​ປະ​ທະ​ກັນ​ລະ​ຫວ່າງ​ອາ​ລິ​ຍະ​ທຳ, ແນວ​ຄິດ​ສົງ​ຄາມ​ເຢັນ, ​ແນວ​ຄິດ​ການ​ແຂ່ງ​ຂັນ​ແບບ​ຕ້ອງ​ມີ​ຝ່າຍ​ໄດ້​ຝ່າຍ​ເສຍ​ແລະ​ອື່ນໆ, ໄດ້​ເປີດ​ໜ້າ​ໃໝ່​ຂອງ​ປະ​ຫວັດ​ສາດ​ການ​ພົວ​ພັນ​ສາ​ກົນ​ແລະ​ໄດ້​ເປັນ​ທີ່ຍອມ​ຮັບ​ຈາກ​ປະ​ຊາ​ຄົມ​ໂລກ​ນັບ​ມືິ້​ນັບ​ກວ້າງ​ຂວາງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ