ຈີນ​ໄດ້​ວາງ​ມາດ​ຕະ​ການ​ຫຼາຍ​ຢ່າງ​ເພື່ອ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ
2018-06-10 12:17:39  cri 
ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ກ່າວ​ໃນ​ວັນ​ທີ 10 ມິ​ຖຸ​ນາ​ນີ້​ວ່າ, ເພື່ອ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ, ໃນ​ສາມ​ປີ​ຕໍ່​ໜ້າ, ຈີນ​ຈະ​ຝຶກ​ອົບ​ຮົມ​​ເຈົ້າ​ໜ້າ​ທີ່​ປະ​ຕິ​ບັດ​ກົດ​ໝາຍ 2000 ຄົນ​, ແລະ​ສະ​ໜອງ​ໂອ​ກາດ​ຝຶກ​ອົບ​ຮົມ​ຊັບ​ພະ​ຍາ​ກອນ​ມະ​ນຸດ 3000 ​ຄົນ​ໃຫ້​ແກ່​ບັນ​ດາ​ຝ່າຍ​ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ, ສະ​ໜັບ​ສະ​ໜູນ​ການ​ສ້າງ​ເຂດ​ໂຕ​ແບບ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ​ຈີນ-ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ຢູ່​ນະ​ຄອ​ນ​ຊິ່ງ​ຕາວ, ສ້າງ "ຄະ​ນະ​ກຳ​ມະ​ການ​ບໍ​ລິ​ການ​ກົດ​ໝາຍ​ຈີນ-ອົງ​ການ​ຮ່ວມ​ມື​ຊຽງ​ໄຮ", ສ້າງ​ໂຄງ​ການ​ປ່ອຍ​ເງິນ​ກູ້​ສະ​ເພາະ​ທີ່​ມີ​ມູນ​ຄ່າ​ເທົ່າ​ກັບ​ເງິນຢວນ​ຈີນ 30 ຕື້ຢວນ​ພາຍ​ໃຕ້​ຂອບ​ສະ​ຫະ​ພັນ​ທະ​ນາ​ຄານ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ, ແລະ​ສະ​ໜອງ​ການ​ບໍ​ລິ​ການ​​ທາງອຸ​ຕຸ​ນິ​ຍົມ​ໃຫ້​ແກ່​ບັນ​ດາ​ຝ່າຍ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ