ທ່ານໂດນັນ ທຣຳ ປະທານາທິບໍດີອາເມຣິກາທີ່ອອກຈາກກອງປະຊຸມສຸດຍອດກຸ່ມ 7 ປະເທດລ່ວງໜ້າໄດ້ເດີນທາງໄປເຖິງສິງກະໂປໃນຕອນຄຳວັນທີ 10 ມິຖຸນານີ້, ເພື່ອກຽມເຂົ້າຮ່ວມການພົບປະລະຫວ່າງຜູ້ນຳ ສປປ ເກົາຫຼີແລະອາເມຣິກາທີ່ຈະຈັດຂຶ້ນໃນວັນທີ 12 ມິຖຸນານີ້.
ວັນທີ 10 ພຶດສະພາຜ່ານມາ, ທ່ານທຣຳເປີດເຜີຍໂດຍຜ່ານສື່ Twitter ວ່າ, ຈະພົບປະກັບທ່ານກິມເຈິງອຸນຢູ່ສິງກະໂປໃນວັນທີ 12 ມິຖຸນາ. ຫຼັງຈາກນັ້ນ, ທ່ານທຣຳໄດ້ສົ່ງສານໄປຍັງທ່ານກິມເຈິງອຸນວ່າຕົກລົງຍົກເລີກການພົບປະຄັ້ງນີ້. ແຕ່ໃນວັນທີ 1 ມິຖຸນານີ້, ທ່ານທຣຳປະກາດອີກຄັ້ງໃໝ່ວ່າ, ການພົບປະຈະຈັດຂຶ້ນຢູ່ສິງກະໂປຕາມກຳນົດເວລາ.