ທ່ານຫຼີເຄີ້ສຽງພົບປະກັບຜູ້ນຳຂອງປະເທດເອີຣົບຈຳນວນໜຶ່ງ  ນາຍົກຈີນ ຮົງກາລີ ແຊັກບີປະກາດວ່າຈະຮ່ວມມື ກໍ່ສ້າງທາງລົດໄຟຮົງກາລີ-ແຊັກບີ
2013-11-27 14:57:08  cri 

ຕາມຂ່າວCRI: ວັນທີ 26 ພະຈິກນີ້, ການພົບປະລະຫວ່າງຜູ້ນຳຈີນ​ -​ ປະ​ເທດ​​ເອີຣົບກາງ​​ແລະຕາ​ເວັນ​ອອກ​ແລະພິທີ​ໄຂ​ເວທີ​ປຶກສາ​ຫາລື​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ - ປະ​ເທດ​ເອີຣົບກາງ​ຕາ​ເວັນ​ອອກ​ຄັ້ງ​ທີ 3 ​ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ​ບູກາ​ແຣັດຂອງຣູມາ​ນີ, ທ່ານ​ຫຼີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນຈະ​ເຂົ້າ​ຮ່ວມ​ສອງກອງ​ປະຊຸມ​ສອງ​​ນີ້. ທ່ານ​ກ່າວ​ວ່າ, ຄອງ​ຄອຍການ​ຮ່ວມ​​ກັບ​ຜູ້ນຳ​ຕ່າງໆ​ຂອງ 16 ປະ​ເທດ​ເພື່ອປຶກສາ​ຫາລື​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ໃນ​ໄລຍະ​ຕໍ່ໜ້າ​ນີ້, ​​ແລະ​ທຳ​ການແລກປ່ຽນ​ຢ່າງ​ເລິກ​ເຊິ່ງກັບ​ບຸກຄົນ​ຂອງ​ວົງ​ການ​ຕ່າງໆ.

ທ່ານ​ຫຼີ​ເຄີ້ສຽງ​ກັບ​ທ່ານ​ວິຄ​ໂທ ວີ​ໂອ​ເລ ​ໂພນ​ທາ, ນາຍົກລັດຖະມົນຕີຣູມານີ​ໄດ້​ຈັດການ​ພົບ​ປະເຈລະຈາ​ຢ່າງ​ເປັນ​ທາງ​ການຢູ່​ນະຄອນຫຼວງ​ບູກາ​ແຣັດ, ​ແລະ​ໄດ້​ພົບ​ປະ​ກັບ​ນາຍົກລັດຖະມົນຕີຂອງບົສນີ​ເຮີ​ເຊ​ໂກ​ວິນາ, ​ໂກຼອາຊີ, ລີ​ຕົວ​ນີ​​ແລະປະ​ເທດ​ອື່ນໆ​ທັງ​ໝົດ 6 ປະ​ເທດ.


​ໃນ​ມື້​ດຽວ​ກັນ, ນາຍົກລັດຖະມົນຕີຂອງຈີນ, ຮົງ​ກາລີ​ແລະ​ແຊັກ​ບີ​ປະກາດ​ຮ່ວມ​ກັນ​ວ່າ, ຈະ​ຮ່ວມ​ມື​ກໍ່ສ້າງ​ທາງ​ລົດ​ໄຟ​ຮົງ​ກາລີ​ແຊັກ​ບີ​ທີ່​ເຮັດ​ໃຫ້​ນະຄອນຫຼວງ​ແບນ​ກຼາດຂອງ​ແຊັກ​ບີຕິດ​ຕໍ່​ກັບນະຄອນຫຼວງ​ບູດາ​ແປັດສ໌, ​ແລະສ້າງ​ໜ່ວຍ​ງານ​ຮ່ວມ​ເພື່ອ​ປະຕິບັດ​​ແລະ​ຊຸກຍູ້​ວຽກ​ງານ​ໃນ​ດ້ານ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ