ສະຖານ​ທູດ​ຈີນ​ປະຈຳ​ລາວ​ ​ຊາວ​ລາວ​ເຊື້ອສາຍ​ຈີນ​ແລະຊາວ​ຈີນທີ່ດຳລົງຊີວິດ​ຢູ່​ລາວ​ຮ່ວມ​ກັນ​ສະ​ເຫຼີ​ມສະຫຼອງ​ບຸນ​ກຸດ​ຈີນ
2014-01-26 17:23:51  cri 


ຕອນ​ຄ່ຳ​ວັນ​ທີ 22 ມັງກອນ​ນີ້, ຢູ່​ສະຖານ​ທູດຈີນປະຈຳລາວ, ພະນັກງານທຸກຖ້ວນໜ້າຂອງສະຖານທູດ, ຊາວ​ລາວ​ເຊື້ອສາຍ​ຈີນ, ຊາວ​ຈີນທີ່ດຳລົງຊີວິດຢູ່​ລາວ, ນັກທຸລະກິດ​ຈີນທີ່​ລົງທຶນຢູ່​ລາວ, ນັກ​ສຶກສາຈີນ​ທີ່​ສຶກສາ​ຢູ່​ລາວ, ພ້ອມດ້ວຍພະນັກງານ​ສື່​ມວນ​ຊົນ​ຈີນ​ທີ່​ປະຈຳຢູ່​ລາວ​ແລະ​ອື່ນໆ​ໄດ້​ຮ່ວມ​ກັນ​ສະ​ເຫຼີ​ມສະຫຼອງ​ບຸນ​ກຸດ​ຈີນ​ທີ່​ເປັນ​ບຸນປະເພນີ​ຂອງ​ຈີນ.


ທ່ານ​ກ່ວນຮວາ​ປິ່ງ, ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳລາວ​ໄດ້​ສະ​ແດງ​ຄວາມ​ພອນໄຊອັນປະເສີດຕໍ່​ຊາວ​ລາວ​ເຊື້ອສາຍ​ຈີນ, ຊາວ​ຈີນ​ທີ່ດຳລົງຊີວິດຢູ່​ລາວ, ນັກທຸລະກິດ​ຈີນ​ທີ່​ລົງທຶນ​ຢູ່​ລາວ, ສື່​ມວນ​ຊົນ​ຂອງຈີນ​ປະຈຳ​ຢູ່ລາວ, ຄູ​ອາຈານ​ຈີນທີ່ສິດສອນຢູ່ລາວ ​ແລະ​ນັກ​ສຶກສາຈີນ​ທີ່​ສຶກສາ​ຢູ່​ລາວ​​ເນື່ອງໃນໂອກາດບຸນກຸດຈີນຈະວຽນມາເຖິງ, ​ໂອກາດນີ້ທ່ານກວ່ານຮວາປິ່ງໄດ້ຝາກຄວາມຫວັງອັນຈິງໃຈຕໍ່ຄົນທັງຫຼາຍແລະຫວັງ​ຢາກ​ໃຫ້​ຊາວ​ລາວ​ເຊື້ອສາຍ​ຈີນຂອງ​ວົງ​ການ​ຕ່າງ​ໆ​ຈົ່ງຮ່ວມ​ກັນ​ທຳ​ຄວາມ​ພະຍາຍາມ​ເພື່ອຮັດ​ແໜ້ນ​ການ​ພົວພັນ​ທີ່​ມີ​ໄມຕີ​ຈິດ​ມິດຕະພາບ​ລະຫວ່າງ​ຈີນ-ລາວ, ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ, ​ເພີ່​ມ​ຄວາມ​ເຂົ້າ​ໃຈ​ກັນ​ລະຫວ່າງ​ປະຊາຊົນສອງ​ປະ​ເທດ ​ແລະ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງກວ່າເກົ່າ​​ເຂົ້າ​ໃນ​ການ​ສືບ​ທອດ​ການ​ພົວພັນ​ທີ່​ມີ​ໄມຕີ​ຈິດ​ມິດຕະພາບ​ລະຫວ່າງຮຸ່ນຄົນຕ່າງໆຂອງຈີນ-ລາວ.

ທ່ານ​ກ່ວນຮວາ​ປິ່ງ​ກ່າວ​ຕື່ມ​ວ່າ, ສະຖານທູດ​ຈີນ​ປະຈຳ​ລາວ​ຈະ​ສືບ​ຕໍ່​ພະຍາ​ຍາມ​ຊຸກຍູ້ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ຈີນ-ລາວ​ໃຫ້​ກ້າວ​ເຂົ້າ​ສູ່​ລວງ​ເລິກ. ຍຶດໝັ້ນຈຸດ​ປະສົງ​ທີ່ "ຖື​ຄົນ​ເປັນກົກ, ດຳ​ເນີນວຽກ​ງານການ​ທູດ​ເພື່ອ​ປະຊາຊົນ", ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ເພື່ອ​ສ້າງ​ໂຄງການ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຢູ່​ຕ່າງປະ​ເທດ​ໃຫ້​ດີ, ພະຍາຍາມ​ໃຫ້ການ​ບໍລິການ​ທີ່​ມີ​ຄຸນ​ນະພາ​ບສູງຂຶ້ນ​ກວ່າ​ເກົ່າ, ປົກ​ປັກ​ຮັກສາ​ສິດ​ແລະ​ຜົນ​ປະ​ໂຫຍ​ດທີ່​ຊອບກົດໝາຍ​ຂອງ​ພີ່ນ້ອງ​ຮ່ວມ​ຊາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ