ບ້ານ​ເຜົ່າ​ຕົ້ງຂອງ​ຈີນ​ຈັດ​"ງານ​ລ້ຽງ​ຮ້ອຍ​ຄອບຄົວ"​ໃນ​ຍາມບຸນ​ກຸດ​ຈີນ​ເພື່ອ​ລ້ຽງ​ນັກ​ທ່ອງ​ທ່ຽງ​ພາຍ​ໃນ​ແລະ​ຕ່າງປະ​ເທດ
2014-02-05 16:04:50  cri 

ວັນ​ທີ 4 ກຸມພາ​ນີ້ ຄື​ວັນ​ທີ 5 ​ເດືອນ​ຈຽນ​ຕາມ​ຈັນທະຄະ​ຕິ​ຈີນ, ​ເມືອງ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຕົ້ງຊານ​ຈ່ຽງ​ເຂດ​ກວາງຊີ​ທີ່​​ເປັນ "ບ້ານ​ເຜົ່າ​ຕົ້ງຂອງ​ຈີນ" ​ໄດ້​ຈັດ"ງານ​ລ້ຽງ​ຮ້ອຍ​ຄອບຄົວ"ທີ່​ມີ​ເອກະລັກ​ພິ​ເສດ​ຂອງເຜົ່າ​ຕົ້ງ ​ເຊິ່ງ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ອງ​ພາຍ​ໃນ​ແລະ​ຕ່າງປະ​ເທດ​ມາ​ສໍາ​ຜັດ​ບຸນ​ກຸດ​ຈີນ​ທີ່​ມີ​ເອກະລັກ​ພິ​ເສດ.

"ງານ​ລ້ຽງ​ຮ້ອຍ​ຄອບຄົວ"​ແມ່ນ​ປະ​ເພນີ​ການ​ກິນດື່ມ​ແບບ​ພິ​ເສດ​ຂອງ​ເຜົ່າ​ຕົ້ງ, ກໍ​ເອີ້ນ​ວ່າ"ງານ​ລ້ຽງ​ລວມໝູ່"ຫລື"ງານ​ລ້ຽງ​ໂຕະ​ຍາວ", ​ແມ່ນ​ງານ​ລ້ຽງ​ຕ້ອນຮັບ​ແຂກ​ລວມໝູ່​ຂອງ​ເຜົ່າ​ຕົ້ງ, ​ແມ່ນ​ພິທີ​ສູງ​ສຸດ​ໃນ​ການ​ຕ້ອນຮັບ​ແຂກ​ຂອງ​ເຜົ່າ​ຕົ້ງ. "ງານ​ລ້ຽງ​ຮ້ອຍ​ຄອບຄົວ"​ຈັດ​ຂຶ້ນ​ໃນ​ບຸນ​ທີ່​ສໍາຄັນ, "ງານ​ລ້ຽງ​ຮ້ອຍ​ຄອບຄົວ"ທີ່​ຈັດ​ຂຶ້ນ​ໃນ​ບຸນ​ກຸດ​ຈີນ​ຄຶກຄື້ນ​ທີ່​ສຸດ. ​ໃນ​ເມືອງ​ຊານ​ຈ່ຽງ, ປະຊາຊົນ​ເຜົ່າ​ຕົ້ງ​ໄດ້​ເຮັດ​ໃຫ້"ງານ​ລ້ຽງ​ຮ້ອຍ​ຄອບຄົວ"​ມີ​ຊື່​ສຽງ​ໃນ​ດ້ານ​ການທ່ອງ​ທ່ຽວ ​ແລະ​ກາຍ​ເປັນ​ຈຸດ​ເດັ່ນ​​ໃນ​ການ​ເພີ່ມ​ລາຍ​ໄດ້​ຂອງ​ຊາວກະສິກອນ, ມາ​ຮອດ​ປັດຈຸບັນ, ​ໄດ້​ຕ້ອນຮັບ​​ນັກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ຫລາຍ​ທ້ອງ​ຖິ່ນ​ພາຍ​ໃນ​ປະ​ເທດ​ຈີນ ​ແລະ​ນັກ​ທ່​ອງທ່ຽວ​ທີ່​ມາ​ຈາກ​ຕ່າງປະ​ເທດ ​ເຊັ່ນ ​ຝຣັ່ງ, ຍີ່ປຸ່ນ, ​ໄທ, ​ມາ​ເລ​ເຊຍ, ອິນ​ເດຍ ​ແລະ​ອື່ນໆ.

1 2 3 4 5
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ