ກຳ​ມະ​ການ​ສະ​ພາ​ປຶກ​ສາ​ການ​ເມືອງ​​ແຫ່ງ​ຊາດ​ຈີນ​ເລີ່ມ​ນັ່ງ​ຟັງ​ກອງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ໃນ​ເວ​ລາ​ໃດ?
2014-02-28 22:17:46  cri 

ແຕ່ວັນ​ທີ 17 ​ເມສາ​ຫາ​ວັນ​ທີ 29 ​ເມສາ​ປີ1959, ກອງ​ປະ​ຊຸມ​ຄະ​ນະ​ກຳມະການ​ທົ່ວ​ປະ​ເທດ​ຂອງ​ສະພາ​ປຶກສາ​ການ​ເມືອງ​ແຫ່ງ​ຊາດ​ຈີນ​ຄັ້ງ​ທີ 1 ສະ​ໄໝທີ 3 ​ໄດ້​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ. ກຳ​ມະ​ການ​ສະ​ພາ​ປຶກສາ​ການ​ເມືອງ​ແຫ່ງ​ຊາດ​ຈີນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເທື່ອ​ນີ້​ໄດ້ນັ່ງ​ຟັງ​ກອງ​ປະຊຸມ​ສະ​ພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຄັ້ງ​ທີ 1 ສະ​​ໄໝ​ທີ 2, ​ໄດ້​ຟັງ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດຖະບານ​ແລະ​ເຂົ້າ​ຮ່ວມ​ການປຶກສາ​ຫາລື. ຫຼັງ​ຈາກ​ນັ້ນ, ກຳມະການ​ສະພາ​ປຶກສາ​ການ​ເມືອງ​​ແຫ່ງ​ຊາດ​ຈີນ​ເລີ່​ມ​ນັ່ງ​ຟັງ​ກອງ​ປະຊຸມ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​.

ປີ 1966, ການວຸ້ນວາຍ​ສີບ​ປີ​​ໄດ້ີເລີ່​ມຕົ້ນ, ວຽກ​ງານ​ຂອງ​ສະພາ​ປຶກສາ​ການ​ເມືອງ​​ໄດ້​ຢຸດຕິ. ​ເດືອນ​ກໍ​ລະ​ກົດ​ປີ 1975, ກອງ​ປະຊຸມ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນສະ​ໄໝ​ທີ 4 ​ໄດ້​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ, ​ໃນ​ເວລາ​ນັ້ນ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ແລະ​ທ່ານ​ປະທານ ​ເມົາ​ເຈີ​ຕຸ​ງຕົກລົງ​ຈັດ​ກອງ​ປະຊຸມ​ສະພາ​ປຶກສາ​ການ​ເມືອງ​ສະ​​ໄໝ​ທີ 5 ​ໂດຍ​ໄວ, ​ແຕ່​ຖືກ"ກຸ່ມ​ສີ່​ຄົນ"ທຳລາຍ , ກອງ​ປະຊຸມ​ຈິ່ງ​ບໍ່​​ໄດ້​ຈັດ​ຂຶ້ນ.

ເມື່ອ​ມາ​ຮອດ​ປີ 1978, ສະພາ​ປຶກສາ​ການ​ເມືອງ​ທີ່​ຢຸດຕິ​ການ​ເ່ອນ​ໄຫວ​ເປັນ​ເວລາ 13ປີ​ນັ້ນເລີ່ມຟື້ນ​ຟູ​ວຽກ​ງານ​ແຕ່ວັນ​ທີ 24 ກຸມພາ​ຫາ​ວັນ​ທີ 8 ມີນາ​ປີ 1978, ກອງ​ປະຊຸມ​ສະພາ​ປຶກສາ​ການ​ເມືອງ​​ແຫ່ງ​ຊາດ​ຈີນ​ຄັ້ງ​ທີ 1 ສະ​ໄໝ​ທີ 5 ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ, ກຳມະການ​ສະພາ​ປຶກສາ​ການ​ເມືອງ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸ​ມ​ເທື່ອ​ນີ້​ໄດ້ນັ່ງ​ຟັງກອງ​ປະຊຸມ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຄັ້ງ​ທີ 1 ສະ​ໄໝ​ທີ 5 ທີ່​ຈັດ​ຂຶ້ນ​​ແຕ່ວັນ​ທີ 26 ກຸມພາ​ຫາ​ວັນ​ທີ 5 ມີນາ​ປີ1978​. ​ແຕ່ນັ້ນ​ມາໄດ້​ຟື້ນ​ຟູ​ການ​ກະທຳ​ທີ່​ກຳມະການ​ສະພາ​ປຶກສາ​ການ​ເມືອງ​ນັ່ງ​ຟັງ​ສະພາ​ປະຊາຊົນ​

 

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ