ສິດ​ສຳ​ຫລວດ​ພິ​ຈາ​ລະ​ນາ​ຂອງ​ຜູ່​ແທນ​ສະ​ພາ​ປະ​ຊາ​ຊົນ
2014-02-28 22:18:42  cri 

ການ​ສຳ​ຫລວດ​ພິ​ຈາ​ລະ​ນາ​ກໍ່​ແມ່ນ​ອ່ານ ອະພິປາຍ ຄົ້ນຄວ້າ​ແລະ​ກວດກາ​ຍັດຕິ​ແລະ​ບົດ​ລາຍ​ງານ​ທຸກ​ສະ​ບັບ​ທີ່​ຖືກ​ຈັດ​ເຂົ້າ​ວາ​ລະ​ປະ​ຊຸມ,​ເມື່ອ​​ໄດ້​ພິ​ຈາ​ລະ​ນາ​ແລ້ວ​ກໍ່​ສະ​ເຫນີ​ຄວາມ​ເຫັນ​ຢືນ​ຢັນ ຢັບ​ຢັ້ງ​ຫລື​ດັດ​ແກ້. ການ​ພິຈາລະນາ​ແມ່ນ​ປະຖົມ​ປັດ​ໄຈ​ທີ່​ຜູ່​ແທນ​ປະ​ຊາ​ຊົນ​ນຳ​ໃຊ້​ສິດ​ລົງ​ຄະ​ແນນ​ສຽງ, ຖ້າ​ບໍ່​ໄດ້​ພິຈາລະນາ​ກໍ່​ລົງ​ຄະ​ແນນ​ສຽງ,ການ​ລົງ​ຄະ​ແນນ​ສຽງ​ຈະ​ບໍ່​ມີ​ຜົນ​ສັກ ສິດ;ການ​ພິ​ຈາ​ລະ​ນາ​ກໍ່​ແມ່ນ​ວິທີ​ຕິດຕາມ​ສຳຄັນ​ອັນ​ຫນຶ່ງ​,​ແມ່ນ​ກວດກາ​ວຽກ​ງານ​ຂອງ​ລັດຖະ​ບານ​ແລະ​ອົງການ​ລັດ,ຖ້າວ່າ​ບໍ່ພໍ​ໃຈ​ນຳ​ວຽກ​ງານ​ຂອງ​ພວກ​ເຂົາ​ເຈົ້າ, ມີ​ຄວາມ​ເຫັນ​ຕ່າງ​ກັນ, ມີ​ຂໍ້​ສະ​ເຫ​ນີຂອງ​ຕົນ​ເອງ​ໄດ້​ໃນ​ເວລາ​ພິຈາ ລະນາ, ກໍ່​ຈະ​ສະ​ເຫ​ນີຂໍ້​ສະ​ເຫ​ນີ ຄຳ​ຕິຕຽນ​ແລະ​ຄວາມ​ເຫັນ;ການ​ພິຈາລະນາ​ກໍ່​ວິທີ​ສຳຄັນ​ທີ່​ຜູ່​ແທນ​ປະ​ຊາ​ຊົນ​ສ່ອງ​ແສງ​ຄວາມ​ເຫັນ​ຂອງ​ປະຊາຊົນ​ແລະ​ສະ​ແດງ​ຄວາມ​ເຫັນ​ຂອງ​ຕົນ​ເອງ.ຕໍ່ບັນຫາ​ໃດ​ຫນຶ່ງ ​ແຜນການ​ໃດ​ຫນຶ່ງ​ຫລື​ວຽກ​ງານ​ໃດ​ຫນຶ່ງ, ​ໃນ​ເວລາ​ພິຈາລະນາ​ຈະ​ສະ​ເຫ​ນີຄວາມ​ເຫັນ​ຂອງ​ຕົນ​ແລະ​ແຜນການ​ຂອງ​ຕົນ​ເພື່ອແກ້​ໄຂ​ບັນຫາ​ເຫລົ່າ​ນີ້​.

ອີງ​ຕາມ​ການ​ກຳນົດ​ຂອງ​ກົດ​ຫມາຍ​ວ່າ​ດ້ວຍ​ຜູ່​ແທນ​ປະ​ຊາ​ຊົນ, ການ​ພິ​ຈາ​ລະ​ນາ​ແມ່ນ​ວຽກ​ງານ​ສຳຄັນ​ລາຍ​ຫນຶ່ງ​ຂອງ​ຜູ່​ແທນ​ປະ​ຊາ​ຊົນ​ໃນ​ໄລຍະ​ກອງ​ປະຊຸມ​ສະ​ພາ​ປະ​ຊາ​ຊົນ, ກໍ່​ແມ່ນ​ສິດ​ສຳຄັນ​ອັນ​ຫນຶ່ງ​ຂອງ​ບັນດາ​ຜູ່​ແທນ. ​ເບິ່ງ​ຈາກ​ພຶດຕິ​ກຳ​ທີ່​ຜ່ານ​ມາ, ວຽກ​ງານ​ພິ​ຈາ​ລະ​ນາ​ມັກ​ເກີດ​ມີ​ສອງ​ບັນຫາ​ຄື: ຫນຶ່ງ​ບໍ່​ເຂົ້າ​ໃຈ​ລັກ​ສະ​ນະ​ແລະ​ຄວາມ​ສຳຄັນ​ຂອງ​ວຽກ​ງານ​ພິ​ຈາ​ລະ​ນາ.ຜູ່​ແທນ​ບາງ​ຄົນ​ຖື​ການ​ພິ​ຈາະລນາ​ບົດ​ລາຍ​ງານ​ໃນ​ວາ​ລະ​ປະ​ຊຸມ​ເປັນ​ການ​ຮ່ຳຮ​ຽນ​ເອ​ກະ​ສານ​ຂອງຂັ້ນ​ເທິງ, ນີ້​ໄດ້​ເສຍ​ຄວາມ​ຫມາຍ​ເດີມ​ຂອງ​ການ​ພິ​ຈາ​ລະ​ນາ; ສອງ​,ຕໍ່​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງຄົມ​ແຫ່ງ​ຊາດ ​ແຜນ​ງົບ​ປະ​ມານ​ແລະ​ງົບ​ບັນຊີ​ການ​ເງິນ,ການ​ພິ​ຈາ​ລະ​ນາ​ແມ່ນ​ບໍ່​ພຽງ​ພໍ​ເປັນ​ພິ​ເສດ, ​ເຫັນ​ວ່າ, ບົດ​ລາຍ​ງານ​ທີ່​ນຳ​ສະ​ເຫ​ນີ​ໂດຍ​ພາກ​ສ່ວນ​ຂອງ​ລັດ​ຖະ​ບານ​ຈະ​ບໍ່​ມີ​ຄວາມຜິດ, ສະນັ້ນ​ໃນ​ເວລາ​ພິ​ຈາ​ລະ​ນາ​ມັກ​ເວົ້າ​ລ້ວນໆ​ໄປ,​ແລ້ວ​ປ່ອນ​ບັດ​​ໄວ້ວາງ​ໃຈ​ໄດ້.​

ໃນ​ຫລາຍ​ປີ​ມາ​ນີ້, ວຽກ​ງານ​ພິ​ຈາ​ລະ​ນາ​ສະ​ເພາະ​ຢ່າງ​ຍິ່ງ​ວຽກ​ງານ​ພິ​ຈາ​ລະ​ນາ​ເຖິງ​ການ​ເງິນ​ເສດ​ຖະ​ກິດ​ກໍ່​ມີ​ການ​ປ່ຽນ​ແປງ​ໃນ​ລະດັບ​ໃດ​ຫນຶ່ງ, ສະພາ​ປະ​ຊາ​ຊົນ​ທ້ອງ​ຖີ່ນ​ຫລາຍ​ແຫ່ງ​ໄດ້​ສ້າງ​ຂໍ້​ບັນ​ຍັດ​ທ້ອງ​ຖີ່​ນກ່ຽວ​ກັບ​ການ​ພິຈາ ລະນາ​ການ​ເງິນ, ​ໃນ​ໄລຍະ​ກອງ​ປະ​ຊຸມ​ສະພາ​ປະ​ຊາ​ຊົນ​ໄດ້​ຕັ້ງ​ຄະນະ​ກຳມະການ​ພິຈາລະນາ​ກວດກາ​ງົບປະມານ​ການ​ເງິນ.​ເດືອນ​ທັນວາ​ປີ 1998, ກອງ​ປະຊຸມ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່​ງຊາດ​ຈີນ​ຄັ້ງທີ 6 ສະ​ໄຫມ​ທີ 9 ​ຍັງ​ໄດ້​ຜ່ານ​ຂໍ້​ຕົກລົງ​ກ່ຽວ​ກັບ​​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ສ້າງ ຕັ້ງ​ກຳມາ​ທິ​ການ​ວຽກ​ງານ​ງົບປະມານ,ຕັ້ງອົງການ​ສະ​ເພາະ​ກິດ​ພິຈາລະນາ​ແລະ​ກວດກາ​​ງົບ​ປະ​ມານ​ການ​ເງິນ, ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ວຽກ​ງານ​ພິຈາລະ ນາໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ໂດຍ​ທົ່ວ​ໄປ​ແລ້ວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ