ສິດ​ສອບ​ຖາມ​ຂອງ​ຜູ່​ແທນ​ປະ​ຊາ​ຊົນ
2014-02-28 22:43:36  cri 
ໃນ​ເວ​ລາ​ພິ​ຈາ​ລະ​ນາ​ບົດ​ລາຍ​ງານວຽກ​ງານ​ລັດຖະບານ ບົດ​ລາຍ​ງານ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ແຫ່ງ​ຊາດ ບົດ​ລາຍ​ງານ​ງົບ​ປະ​ມານ​ການ​ເງິນ​ ບົດ​ລາຍ​ງານ​ວຽກ​ງານ​ຄະນະ​ປະຈຳ​ສະ​ພາ​ປະ​ຊາ​ຊົນ ບົດ​ລາຍ​ງານ​ວຽກ​ງານ​ຂອງ​ສານ​ປະ​ຊາ​ຊົນ​ສູງ​ສຸດ​ແລະ​ອົງການ​​ໄອ​ຍະ​ການ​ປະ​ຊາ​ຊົນ​ທີ່​ຖືກ​ຈັດ​ເຂົ້າ​ວາ​ລະ​ປະ​ຊຸມ, ​ໃນ​ກໍ​ລະ​ນີ​ຜູ່​ແທນ​ປະ​ຊາ​ຊົນ​ບໍ່​ເຂົ້າ​ໃຈ​ບັນ​ຫາ​ໃດ​ຫນຶ່ງ,ຕ້ອງ​ຊອກ​ຮູ້​ໃຫ້​ຄັກ​ແນ່, ກໍ່​ສາ​ມາດ​ຕັ້ງຄຳ​ຖາມ​ຕໍ່​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ, ​ທວງ​ໃຫ້​ພວກ​ເຂົາ​ເຈົ້າ​ອະ​ທິ​ບາຍ​ຕື່ມ, ຕອບ​ຄຳ​ຖາມ​ທີ່​ຕັ້ງ​ໄວ້.ສ່ວນ​ຍັດຕິ​ທີ່​ຜູ່​ແທນ​ຮ່ວມ​ກັນ​ນຳ​ສະ​ເຫນີ​ນັ້ນ, ມີ​ບ່ອນ​ທີ່​ບໍ່​ເຂົ້າ​ໃຈ​ກໍ່​ຕັ້ງ​ຄຳ​ຖາມ​ໄດ້, ​ແຕ່​ການ​ສອບ​ຖາມ​ຂອງ​ຜູ່​ແທນ​ຕົ້ນຕໍ​ແມ່ນ​ແນ​ໃສ່​ກໍ​ລະ​ນີ​ທີ​ຫນຶ່ງ.ການ​ຕັ້ງ​ຄຳ​ຖາມ​ແມ່ນ​ສິດ​ຂອງ​ຜູ່​ແທນ​ປະ​ຊາ​ຊົນ, ຈຸດ​ປະສົງ​ແມ່ນ​ຊອກ​ຮູ້​ສະພາບ​ການ​ແລະ​ວຽກ​ງານ​ການ​ປົກຄອງ​​ແຈ້ງກ​ວ່າ​ເກົ່າ, ​ແລະ​ພິຈາລະ​ນາ​ແລະ​ລົງ​ຄະ​ແນນ​ສຽງ​ຍິ່ງ​ດີກ​ວ່າ​ເກົ່າ.

​ເພື່ອ​​ເຮັດ​ໃຫ້​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ເອົາ​ໃຈ​ໃສ່​ນຳ​ການ​ສອບ​ຖາມ​ຂອງ​ຜູ່​ແທນ​ປະ​ຊາ​ຊົນ, ກົດ​ຫມາຍ​ວ່າ​ດ້ວຍ​ຜູ່​ແທນ​ປະ​ຊາ​ຊົນ​ໄດ້​ກຳນົດ​ເປັນ​ພິ​ເສດ​ວ່າ, ພາກ​ສ່ວນ​ທີ່​ຖືກ​ສອບ​ຖາມ​ຕ້ອງ​ແຕ່ງ​ຜູ່​ຮັບ​ຜິດ​ຊອບ​ຕອບ​ຄຳ​ຖາມ​ຢູ່​ ຫນ່ວຍ​ຜູ່​ແທນ​ຫລື​ກອງ​ປະຊຸມ​ຂອງ​ຄະນະ​ຜູ່​ແທນ, ບໍ່​ໃຫ້​​ແຕ່ງ​ພະ​ນັກ​ງານ​ທຳ​ມະ​ດາ​ຕອບ​ທົ່ວ​ທີບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ