ກ່ຽວ​ກັບ​ກິດຈະກຳຄັ້ງ​ນີ້:
2014-05-19 16:55:54  cri 
​ໄລຍະຄັດ​ເລືອກ​ຂອງກິດຈະກຳ​​ເລືອກ​ທາ​ງອິນ​ເຕີ​ເນັດ​ຂອງ "ຕົວ​ເມືອງ​ຈີນ​ປະຈຳ​ປີ 2014 - ຕົວ​ເມືອງ​ທີ່​ມີ​ຊື່​ສຽງ​ໃນ​ດ້ານ​ອາຫານ​ການ​ກິນ​ທີ່​​\ນຳ​ສະ​ເໜີ​ໂດຍ​​ຊາວ​ເນັດ​ທົ່ວ​ໂລກ" ​​ເຊິ່ງ​ເລີ່​ມ​ແຕ່ 14 ​ໂມງ​​ຂອງ​ວັນ​ທີ 20 ພຶດສະພາ 2014 ຮອດ 14 ​ໂມງ​​ຂອງ​ວັນ​ທີ 31 ກໍລະກົດ 2014. ​ໃນ​ໄລຍະ​ນີ້, CRI ຍັງ​ຈະ​ຮ່ວມ​ກັບ​ສື່​ມວນ​ຊົນ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ​ແລະ​ຕ່າງປະ​ເທດ​ລົງ​ໄປ​ເກັບກຳ​ຂ່າວ​ໃນ​ຕົວ​ເມືອງ​ຕ່າງໆ, ພະຍາຍາມ​ເຜີຍ​ແຜ່​ອາຫານ​ຂອງ​ຕົວ​ເມືອງ​ຕ່າງໆ​ສູ່​ຊາວ​ເນັດ​ທົ່ວ​ໂລກ. ທ້າຍ​ເດືອນ​ກັນຍາ​ປີ​ນີ້, CRI ຍັງ​ຈະ​ຈັດ​ພິທີ​ມອບ​ລາງວັນ, ​​ໂດຍ​ຈະ​ເຊື້ອເຊີນ​ທູຕານຸທູດ​ຕ່າງປະ​ເທດ​ປະຈຳ​ຈີນ ​ແລະນັກ​ຂ່າວ​ຕ່າງປະ​ເທດ ​ເພື່ອ​ໂຄສະນາ​​ເຜີຍ​ແຜ່ "ຕົວ​ເມືອງ​ທີ່​ມີ​ອາຫານ​​ແຊບນົວ​ທີ່​ເປັນຈີນທີ່​ສຸດ".
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ