​ແຜນການ​ຄັດ​ເລືອກ
2014-05-19 16:57:28  cri 
ວິທີຄັດ​ເລືອກ
ຊ່ຽວຊານ​ສະ​ເໜີ + ການ​ຄັດ​ເລືອກ​ທາງ​ອິນ​ເຕີ​ເນັດ
1. ຊ່ຽວຊານ​ສະ​ເໜີ: ​ເຊື້ອ​ເຊີນ​ຊ່ຽວຊານ​ດ້ານ​ການທ່ອງທ່ຽວ, ດ້ານ​ອາຫານ​ການ​ກິນ ​ແລະ​ດ້ານການ​​ໂຄ​ສະນາ​ເຜີຍ​ແຜ່, ນຳ​ສະ​ເໜີ 20 ຕົວ​ເມືອງ​ຈາກ​ຂອບ​ເຂດ​ທົ່ວ​ປະ​ເທດ​ຈີນ​ໂດຍ​ອີງ​ຕາມ​ມາດຕະຖານ​ຄັດ​ເລືອກ.
2. ການ​ຄັດ​ເລືອກທາງ​ອິນ​ເຕີ​ເນັດ: ມີ​ບ່ອນ​ກົດ​ຢູ່​ໃນ​ເວັບ​ໄຊ​ພາສາ​ຈີນ ​ແລະ​ພາສາ​ລາວ​ຂອງ CRI online, ​ໃຫ້​ຊາວ​ເນັດ​ທົ່ວ​ໂລກ​​ເລືອກ.
 
ລາງວັນ
ຕົວ​ເມືອງ​ທີ່​ໄດ້​ຮັບ​ເລືອກ​ຫຼາຍ​ຈາກ​ອັນ​ດັບທີ​ໜຶ່ງ​ຮອດ​ອັນ​ດັບທີ​ສິບ ຈະ​ໄດ້​ຂະໜານ​ນາມ​ເປັນ "ຕົວ​ເມືອງທີ່​ມີ​ອາຫານ​ແຊບນົວ​ທີ່​ເປັນ​ແບບ​ຈີນທີ່​ສຸດ"
 
​​ໄລຍະ​ຈັດ​ກິດຈະກຳ
ກາງ​ເດືອນ​ເມສາ: ​ນຳ​ສະ​ເໜີ​​ເຜີຍ​ແຜ່​ຫົວ​ຂໍ້​ແລະ​ມາດ​ຕະຖານ​ໃນ​ການ​ຄັດ​ເລືອກ "ຕົວ​ເມືອງ​ຈີນ 2014" ​ແລະ​ໃຫ້​ຜູ້​ຊ່ຽວຊານ​ຄັດ​ເລືອກ​ໃນ​ເບື້ງ​ຕົ້ນ.
ກາງ​ເດືອນ​ພຶດສະພາ: ນຳ​ສະ​ເໜີ 20 ຕົວ​ເມືອງ​ທີ່​ມີ​ອາຫານ​ແຊບນົວ ທີ່​ຄັດ​ເລືອກ​ຈາກ​ຊ່ຽວຊານ​ໃນ​ເບື້ອງ​ຕົ້ນ, ​ເວັບ​ໄຊ​ພາສາ​ລາວ​ຂອງ CRI ຈະ​​ໂຄສະນາເຜີຍ​ແຜ່​ອາຫານ​ແຊບນົວ​ຂອງຕົວ​ເມືອງ​ຕ່າງໆ​ທີ່​ໄດ້​ເຂົ້າ​ຮ່ວມ​ການ​ຄັດ​ເລືອກເທື່ອ​ນີ້.
​ເດືອນ​ພຶ​ດສະພາ​ຫາ​ເດືອນ​ກັນຍາ: ຄະນະ​ນັກ​ຂ່າວເຂົ້າ​ໄປ​​ເກັບ​ກຳ​ຂ່າວ​ໃນ​ຕົວ​ເມືອງ​ຕ່າງໆ.
ກາງ​ເດືອນ​ພຶດສະພາ​ຫາ​ທ້າຍ​ເດືອນ​ກໍລະກົດ: ​ໄລຍະ​ຄັດ​ເລືອກ​ທາງ​ອິນ​ເຕີ​ເນັດ
ຕົ້ນ​ເດືອນ​ສິງຫາ: ​ເປີດ​ເຜີຍ​ລາຍ​ຊື່​ຕົວ​ເມືອງທີ່​ໄດ້​ຮັບ​ລາງວັນ
ທ້າຍ​ເດືອນ​ກັນຍາ: ພິທີ​ມອບ​ລາງວັນ
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ