1. ວັດທະນະທຳດ້ານອາຫານແຊບນົວທີ່ມີພື້ນຖານໜັກແໜ້ນ
ວັດທະນະທຳດ້ານອາຫານທີ່ແຊບນົວໄດ້ສ່ອງແສງໃຫ້ເຫັນປະຫວັດສາດແລະວັດທະນະທຳເປັນຢ່າງດີ, ໃນຖານະທີ່ເປັນຕົວຂອງຕົນເອງທີ່ສືບທອດວັດທະນະທຳ, ຕົວເມືອງຕ່າງໆຄວນສືບທອດແລະສົ່ງເສີມວັດທະນະທຳດ້ານອາຫານແບບດັ້ງເດີມ. ວັດທະນະທຳອາຫານທີ່ມີພື້ນຖານອັນໜັກແໜ້ນນັ້ນ, ບາງທີບໍ່ໄດ້ຖືກບັນທຶກໄວ້ໃນປຶ້ມປະຫວັດສາດທັງໝົດ, ບາງທີອາດຈະສືບທອດກັນໄວ້ດ້ວຍອາຫານເຍື່ອງໃດເຍື່ອງໜຶ່ງ, ຂະໜົມຊະນິດໜຶ່ງ ຫຼື ເຂົ້າຊະນິດໜຶ່ງ, ປະຫວັດສາດໄດ້ຖືກສືບທອດຢູ່ໃນສີ ແລະກິ່ນຫອມຂອງອາຫານ.
2. ອາຫານທີ່ເປັນເຄື່ອງໝາຍທີ່ມີເອກະລັກພິເສດ
ຮີດຄອງປະເພນີ ແລະວັດທະນະທຳພື້ນເມືອງຂອງຕົວເມືອງໜຶ່ງ ລ້ວນແຕ່ຈະສ່ອງແສງໃຫ້ເຫັນຢູ່ທຸກແຫ່ງຫົນຂອງຕົວເມືອງ, ໃນນັ້ນ ອາຫານຈະແມ່ນເຄື່ອງໝາຍທີ່ບັນທຶກວັດທະນະທຳຂອງຕົວເມືອງໜຶ່ງຢ່າງຈະແຈ້ງ. ເມື່ອໄປຮອດຕົວເມືອງໃດໜຶ່ງ, ກ່ອນອື່ນໝົດ ຕ້ອງຊິມອາຫານທີ່ມີເອກະລັກພິເສດຂອງເມືອງນັ້ນ, ຜ່ານຈາກອາຫານດັ້ງເດີມເຍື່ອງໜຶ່ງ, ຈະເຮັດໃຫ້ສະພາບລວມຂອງຕົວເມືອງນັ້ນຝັງໄວ້ຢູ່ໃນໃຈໂດຍກົງ. ອາຫານສາມາດກາຍເປັນເຄື່ອງໝາຍທີ່ມີເອກະລັກພິເສດຂອງຕົວເມືອງໜຶ່ງ, ພ້ອມທັງເປັນຕົວແທນທີ່ໂດດເດັ່ນຂອງຕົວເມືອງໜຶ່ງ.
3. ທັດສະນະຄະຕິດ້ານອາຫານທີ່ກົມກຽວກັນແລະມີການປະດິດສ້າງ
ທັດສະນະຄະຕິທີ່ມີຫຼາກຫຼາຍຮູບແບບໄດ້ກາຍເປັນຄວາມຄິດທີ່ຊີ້ນຳອັນສຳຄັນໃນການພັດທະນາຕົວເມືອງ. ທັດສະນະຄະຕິແບບນີ້ ບໍ່ພຽງແຕ່ຈະເປັນການກະທົບໃສ່ອາຫານດັ້ງເດີມຂອງຕົວເມືອງໜຶ່ງເທົ່ານັ້ນ, ຍັງຈະນຳເອົາການແລກປ່ຽນແລະການປະດິດສ້າງມາໃຫ້ແກ່ວັດທະນະທຳອາຫານ. ການສືບທອດ, ຮັກສາ, ປ່ຽນແປງ ແລະພັດທະນາ ຈິ່ງແມ່ນວັດທະນະທຳອາຫານທີ່ກົມກຽວກັນຂອງຕົວເມືອງໜຶ່ງ ພາຍໃຕ້ທັດສະນະຄະຕິທີ່ມີຫຼາກຫຼາຍຮູບແບບ.
4. ອຸດສາຫະກຳອາຫານທີ່ພັດທະນາຢ່າງວ່ອງໄວ
ການພັດທະນາເສດຖະກິດແມ່ນສາຍເລືອກຂອງການພັດທະນາຕົວເມືອງ, ອຸດສາຫະກຳອາຫານຂອງຕົວເມືອງທີ່ມີຊື່ສຽງດ້ວຍອາຫານນັ້ນ, ແຮ່ງຄວນຊັກຈູງການພັດທະນາເສດຖະກິດຂອງຕົວເມືອງ. ສະພາບການພັດທະນາອຸດສາຫະກຳອາຫານ ກໍໄດ້ສ່ອງແສງໃຫ້ເຫັນທ່າທີຂອງຕົວເມືອງໜຶ່ງຕໍ່ວັດທະນະທຳອາຫານ. ຕົວເມືອງທີ່ມີຊື່ສຽງດ້ານອາຫານ ຄວນດຳເນີນການດັດສົມມະຫາພາກໃນດ້ານຕະຫຼາດ ແລະມີນະໂຍບາຍສົ່ງເສີມຊຸກຍູ້ໄປພ້ອມ, ເຮັດໃຫ້ອຸດສາຫະກຳອາຫານໄດ້ຮັບການພັດທະນາຢ່າງປອດໃສແລະຟົດຟື້ນ.