​ງານ​ມະຫາ​ກໍາ​ກິລາ​ໂອລິ​ມປິກ​ຊາວ​ໜຸ່ມ​ລະດູ​ຮ້ອນ​ຄັ້ງທີ 2 ປິດ​ສາກ​ລົງ​ຢ່າງ​ຈົບງາມ
2014-08-29 15:35:45  cri 

ຕອນ​ຄໍ່າວັນ​ທີ 28 ສິງຫາ​ນີ້, ​ງານ​ມະຫາ​ກໍາ​ກິລາ​ໂອລິ​ມປິກ​ຊາວ​ໜຸ່ມ​ລະດູ​ຮ້ອນ​ຄັ້ງທີ 2​ ​ໄດ້​ປິດ​ສາກ​ລົງ​ຢູ່​ນະຄອນ​ນານ​ກິ່ງ​ຂອງ​ຈີນ.

ທ່ານ​ຫຼີ​ເຄິ້ສຽງ, ນາຍົກລັດຖະມົນຕີຈີນ​ໄດ້​ເຂົ້າ​ຮ່ວມ​ພິທີປິດ​ງານ​ມະຫາ​ກໍາ​ກິ​ລາ​ຄັ້ງ​ນີ້. ທ່ານ​​ໂທ​ມາສ ບາ​ສ, ປະທານ​ຄະນະ​ກໍາ​ມະ​ການ​ໂອ​ລິ​ມປິກ​ສາກົນ​ໄດ້​ກ່າວ​ຄໍາ​ປາ​ໄສ​ແລະ​ປະກາດປິດ​ງານ​ມະຫານ​ກໍາ​ກິລາ​ໂອ​ລິ​​ມປິກ​ຊາວ​ໜຸ່ມ​ຄັ້ງ​ນີ້​. ​ໃນ​ເວລາ​ກ່າວ​ຄໍາ​ປາ​ໄສ, ທ່ານ​ບາ​ສໄດ້ສະ​ແດ​ງຄວາມ​ຂອບ​ໃຈ​ຕໍ່​ລັດຖະບານຈີນ, ຄະນະ​ກໍາມະການ​ຈັດ​ງານ​ມະຫາກໍາ​ກິລາ​​ໂອ​ລິ​ມປິກ​ຊາວ​ໜຸ່ມ​ນານ​ກິ່ງ​ ແລະ​ອາສາ​ສະໝັກ.

​ໃນ​ພິທີປິດ​ງານ​ມະຫາ​ກໍາ​ກິລາ​ຄັ້ງ​ນີ້ ​ໄດ້​ມີ​ການສະ​ແດງ​ສິລະ​ປະວັດ​ທະນະ​ທໍາ, ນັກ​ຮ້ອງ​ເພັງ​ຊາວ​ໜຸ່ມ​ຈີນ​ຫຼາຍ​ຄົນ​ໄດ້​ສະ​ແດງ​ການ​ຮ້ອງ​ເພັງ, ນັກ​ສະ​ແດງ​ແລະ​ອາສາ​ສະໝັກ 2000 ກວ່າຄົນ​ກໍ​ໄດ້​ເຂົ້າ​ຮ່ວມ​ການສະ​ແດງ​ຄັ້ງ​ນີ້.

ງານ​ມະຫາ​ກໍາ​ກິລາ​ໂອລິ​ມປິກ​ຊາວ​ໜຸ່ມ​ລະດູ​ຮ້ອນ​ຄັ້ງທີ 3 ຈະ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ບູນົວ​ສ​ໄອ​ເຣັດສຂອງ​ອາກຊັງ​ຕິນ​ໃນ​ປີ 2018.

1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ