ທີ່​ປຶກສາ​ດ້ານ​ການ​ຄ້າ​ຂອງ​ສະຖານທູດ​ຈີນ​ປະ​ຈໍາ​ຫວຽດນາມ:​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນ​ໄດ້​ສົ່ງ​ເສີມ​ການ​ຮ່ວມ​ມື​ຈີນ-ຫວຽດນາມ​ຢ່າງ​ມີ​ປະສິດທິ​ຜົນ
2014-09-17 17:11:48  cri 

ວັນ​ທີ 17 ກັນຍາ​ນີ້, ງານ​ສັງ​ສັນລະຫວ່າງທີ່​ປຶກສາ​ດ້ານ​ການ​ຄ້າ​ຂອງ​ສະຖານທູດ​ຫຼື​ສະຖານ​ກົງສຸນ​ຈີນ​ປະ​ຈໍາ​ປະ​ເທດ​ອາ​ຊຽນ ກັບນັກ​ວິ​ສາ​ຫະກິດຈີນ ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ນານ​ນິງ, ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ​ຂອງ​ຈີນ ​ໂດຍ​ມີ​ທີ່​ປຶກສາ​ດ້ານ​ການ​ຄ້າ​ຂອງ​ສະຖານທູດຈີນ​ປ​ະຈໍາລາວ, ​ຫວຽດນາມ, ກໍາປູ​ເຈຍ, ​ໄທ ​ແລະ​ປະ​ເທດ​ອື່ນໆ​ຂອງ​ອາ​ຊຽນ​ເຂົ້າ​ຮ່ວມ, ພ້ອມ​ດຽວ​ກັນ​ນັ້ນ​ກໍໄດ້​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກັບ​ຜູ້ຕາງໜ້າ​ຂອງ​ວິ​ສາ​ຫະກິດ​ຂອງ​ຈີນ​ໃນ​ບັນຫາ​ຫຼາຍ​ດ້ານ ​ເຊັ່ນ ສະພາບ​ລວມ, ນະ​ໂຍບາຍ ​ແລະ​ຄວາມ​ຕ້ອງການ​ຂອງ​ຕະຫຼາດ​ຂອງ​ປະ​ເທດ​ອາ​ຊຽນ ​ແລະ​ອື່ນໆ.

ທ່ານຊູ​ສີ​ຊົງ, ທີ່​ປຶກສາ​ດ້ານ​ການ​ຄ້າ​ຂອງ​ສະຖານທູດ​ຈີນ​ປະ​ຈໍາ​ຫວຽດນາມ​ກ່າວ​ວ່າ, ການ​ໄປມາຫາສູ່​ກັນ​ ແລະ​ການ​ຮ່ວມ​ມື​ລະຫວ່າງ​ວິ​ສາ​ຫະກິດ​ຂອງ​ຈີນ​ກັບ​ຫວຽດນາມ​ມີ​ກໍາລັງ​ບົ່​ມຊ້ອນ​ຈໍານວນ​ຫຼວງຫຼາຍ, ຫວຽດນາມ​ມີ​ວິ​ສາ​ຫະກິດ​ຫຼາຍ​ທີ່​ສຸດທີ່​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງ​ນີ້ ​ແລະ​ໄດ້​ສືບ​ຕໍ່​ຮັບ​ເໝົາຮ້ານວາງສະ​ແດງ ​ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ມຸ່ງ​ຫວັງ​ຂອງ​ວິ​ສາ​ຫະກິດຫວຽດນາມ​ໃນ​ດ້ານ​ການ​ຮ່ວມ​ມື​ກັບ​ວິ​ສາ​ຫະກິດ​ຈີນ. ພວກ​ເຮົາ​ຄວນ​ເອົາ​ໃຈ​​ໃສ່ຮູ​ບການ​ການ​ຮ່ວມ​ມື​ ​ແລະ​ສະພາບ​ແວດ​ລ້ອມ​ຂອງຕະຫຼາດ​ຫວຽດນາມໃຫ້​ຫຼາຍກວ່າ​ເກົ່າ, ​ເສີມຂະຫຍາຍ​ທ່າ​ແຮງ​ຂອງ​ຕົນ ​ແລະ​ຫຼົບ​ຫຼີກ​ຄວາມ​ສ່ຽງ.

1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ