ການ​ສະ​ຖາ​ປະ​ນາ​ຂອງ​ສາ​ທາ​ລະ ນະ​ລັດ​ປະ​ຊາ​ຊົນ​ຈີນ
2014-09-25 16:07:47  cri 
ວັນ​ທີ 21 ຫາ​ວັນ​ທີ 30 ກັນຍາ 1949, ກອງ​ປະຊຸມ​ຄົບ​ຄະນະ​ຂອງ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ຈີນ​ຊຸດ​ທີ 1 ​ໄດ້​ຈັດ​ຂຶ້ນ​ຢູ່​ຫໍ​ຮວຍ​ເຢິນທຳນຽບຈົ່ງ​ນານ​ໄຮນະຄອນ​ເປີ​ຍຜິ​ງ(ນະຄອນຫຼວງ​ປັກ​ກິ່ງ​ໃນ​ປັດຈຸບັນ) ​ໂດຍ​ມີ​ຜູ້ຕາງໜ້າ​ຂອງ​ພັກ​ກອມ​ມູນິດ​ຈີນ, ບັນດາ​ພັກ​ຝ່າຍ​ປະຊາທິປະ​ໄຕ, ບຸກຄົນທີ່​ເຄື່ອນ​ໄຫວ​ເພື່ອ​ປະຊາທິປະ​ໄຕ​ທີ່​ບໍ່​ສັງ​ກັດ​ພັກ​ຝ່າຍ​ໃດ, ບັນດາ​ຄະນະ​ຈັດ​ຕັ້ງ​ປະຊາຊົນ​ພ້ອມ​ດ້ວຍຜູ້ຕາງໜ້າ​ຈາກ​ວົງ​ການ​ຕ່າງໆ​ໃນ​ສັງຄົມ, ຊົນ​ເຜົ່າ​ສ່ວນ​ໜ້ອຍ​ແລະຊາວ​ຈີນ​ຕ່າງ​ດ້າວ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ.

ກອງ​ປະຊຸມ​ໄດ້​ຮັບຮອງ​ເອົາ​ໂຄງການ​ການ​​ເມືອງ​ຮ່ວມ​ຂອງ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​​ແຫ່ງ​ຊາດຈີນ ​ແລະ ກົດໝາຍ​ການຈັດ​ຕັ້ງ​ຂອງ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​​ແຫ່ງ​ຊາດຈີນ, ກົດໝາຍ​ການຈັດ​ຕັ້ງ​ຂອງ​ລັດຖະບານ​ປະຊາຊົນ​ສູນ​ກາງ​ສາທາລະນະ​ລັດ​ປະຊາຊົນ​ຈີນ, ​ໄດ້​ຜ່ານ​ຮັບຮອງ​ມະຕິ​ຕົກ​ລົງ​ສຳຄັນ 4 ປະການ​ວ່າ​ດ້ວຍ​ນະຄອນຫຼວງ​, ​ທຸງຊາດ,​ເພງ​ຊາດ​ແລະການ​ໃຊ້​ສັງກາດ, ​ໄດ້​​ເລືອກ​ຕັ້ງ​ຄະນະ​ກຳມະການຂອງ​ສະພາ​ປຶກສາ​ການ​​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ແລະ​ຄະນະ​ກຳມະການ​ລັດຖະບານ​ປະຊາຊົນ​ສູນ​ກາງ​ສາທາລະນະ​ລັດ​ປະຊາຊົນ​ຈີນ, ​ເລືອກ​ຕັ້ງທ່າ​ນ​ເໝົາ​ເຈີ​ຕຸ່ງ​ເປັນ​ປະທານ​ລັດຖະບານ​ປະຊາຊົນ​ສູນ​ກາງ.

ກອງ​ປະຊຸມ​ຄົບ​ຄະນະ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 30 ກັນຍາ​ໄດ້​ເປັນ​ເອກະ​ພາບ​ກັນ​ຮັບຮອງ​ເອົາ​ຖະ​ແຫຼ​ງການ​ກອງ​ປະຊຸມ​ຄົບ​ຄະນະ​ຂອງ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​​ແຫ່ງ​ຊາດຈີນຊຸດ​ທີ 1 ​​​ເຊິ່ງປະກາດ​ຢ່າງ​ເຄັ່ງຂຶມ​ຕໍ່​ທົ່ວ​ໂລກ​ວ່າ "ສາທາລະນະ​ລັດ​ປະຊາຊົນ​ຈີນ​ໄດ້​ສະຖາປະນາ​ຂຶ້ນ,ປະຊາຊົນ​ຈີນ​ໄດ້​ມີ​ລັດຖະບານ​ສູນ​ກາງ​ເປັນ​ຂອງ​ຕົນ​ເອງ."

ວັນ​ທີ 1 ຕຸລາ, ພິທີ​ສະ​ເຫຼີ​ມສະຫຼອງ​ການ​ສ້າງ​ຕັ້ງລັດຖະບານ​ປະຊາຊົນ​ສູນ​ກາງ​ສາທາລະນະ​ລັດ​ປະຊາຊົນ​ຈີນ​ໄດ້​ຈັ​ດຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ, ທ່ານ​​ເໝົາ​ເຈີ​ຕຸ່ງ ປະທານ​ລັດຖະບານ​ປະຊາ​ຊົນ​ສູນ​ກາງ​​ໄດ້​ກ່າວ​ປະກາດ​ຢ່າງ​ເຄັ່ງຂຶມ​ຢູ່​ຫໍ​ທຽນອ່ານ​ເມີນ​ວ່າ "ມື້​ນີ້ ລັດຖະບານ​ປະຊາຊົນ​ສູງ​ກາງ​ສາທາລະນະ​ລັດ​ປ​ະຊາ​ຊົນ​ຈີນ​ສ້າງ​ຕັ້ງ​ຂຶ້ນ​ແລ້ວ."

ການ​ສະຖາປະນາ​ຂຶ້ນ​ຂອງ​ສາທາລະນະ​ລັດ​ປະຊາຊົນ​ຈີນ​ເປັນ​ຂີດ​ໝາຍ​​ແຫ່ງ​ການ​ສຳ​ເລັດ​ໜ້າ​ທີ່​ພື້ນຖານ​ໃນ​ປະຫວັດ​ສາດ​​ເພື່ອ​ຍາດ​ແຍ່ງ​ຄວາມ​ເປັນ​ເອກະລາດ​ຂອງ​ຊາດ​ແລະ​ການ​ປົດ​ປ່ອຍປະ​ຊາ​ຊົນ​ຢ່າງ​ມີ​ໄຊ ​ເຊິ່ງ​ເປັນ​​ເປົ້າ​ໝາຍ​ທີ່ຜູ້ຮັກ​ຊາດ​ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ປະຕິວັດ​ຈຳນວນ​ຫຼວງ​ຫຼາຍ​​ໄດ້ບາກ​ບັ່ນ​ສູ້​ຊົນມາ​ແຕ່​​ປີ 1840 ​ເປັນ​ຕົ້ນ​ມາ, ​ແລະ​ເປັນ​ການ​ເລີ່​ມອອກ​ເດີນທາງ​ໃໝ່​​ແຫ່ງ​ການພະຍາຍາມ​ສູ້​ຊົນ​ເພື່ອສຳ​ລັດ​ໜ້າ​ທີ່​ພື້ນຖານ​ທີ່​ບັນລຸ​ໃຫ້​ປະ​ເທດ​ມີ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ແລະ​ຮັ່ງມີ​ເຂັ້ມ​ແຂງ, ປະຊາຊົນຮັ່ງ​ມີຜາ​ສຸກຮ່ວມ​ກັນ ​ເຊິ່ງມີ​ຄວາມ​ໝາຍ​ຄວາມ​ສຳຄັນ​ທີ່​ເລິກ​ເຊິ່ງຍາວ​ໄກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ