ທ່ານ​ສີ​ຈິ້ນ​ຜິ​ງ​ເນັ້ນ​ໜັກ​ວ່າ:ຍຶດໝັ້ນ​ຄວາມ​ໝັ້ນ​ໃຈ​ຕໍ່​ເສັ້ນທາງ​ທີ່​ເລືອກ​ໄວ້ເພື່ອກໍ່ສ້າງທາ​ລະນະ​ລັດ​ປະຊາຊົນ​ຈີນ​ໃຫ້​ຈະ​ເລີ​ນ​ຮຸ່ງ​ເຮືອງຍິ່ງໆ​ຂຶ້ນ
2014-10-01 13:59:11  cri 

ຕອນ​ຄ່ຳ​ວັນ​ທີ 30 ກັນຍາຜ່ານ​ມາ​ນີ້, ລັດຖະບານ​ຈີນ​ໄດ້​ຈັດ​ງານ​ລ້ຽງ​ຮັບຮອງ​, ​ເພື່ອ​ສະ​ເຫຼີ​ມສະຫຼອງວັນສ້າງ​ຕັ້ງ​ສາທາລະນະ​ລັດ​ປະຊາຊົນ​ຈີນ​ຄົບຮອບ 65 ປີ ທີ່​ນະຄອນຫຼວງ​ປັກ​ກິ່ງ. ທ່ານ​ສີ​ຈິ້ນ​ຜິ​ງ, ທ່ານ​ຫຼີ​ເຄີ້ສຽງ, ທ່ານ​ຈ່າງ​ເຕີ​ຈ່ຽງ, ທ່ານ​ອີ​ເຈິ້ງ​ເຊິ່ງ, ທ່ານ​ຫຼິວຢຸນຊານ, ທ່ານ​ຫວາງ​ສີ​ຊານ, ທ່ານ​ຈ່າງ​ຈ່າວ​ລີ້​ແລະ​ຜູ້ນຳ​ຈີນທ່ານ​ອື່ນໆ​ພ້ອມ​ທັງ​ບຸກຄົນ​ທັງ​ພາຍ​ໃນ​ແລະ​ຕ່າງປະ​ເທດ​ລວມ 3 ພັນ​ກວ່າ​ທ່ານ​ໄດ້​ເຕົ້າ​​ໂຮ່ມກັນ​ເພື່ອ​ສະຫຼອງ​ວັນຊາດ​ຈີນ​ທີ່​ວຽນມາ​ເຖິງ.

​​ໂອກາດ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ຫ່ວນຄືນ​ການ​ພັດທະນາ​ແລະ​ການ​ປ່ຽນ​ແປ​ງຂອງສາທາລະນະ​ລັດ​ປະຊາ​ຊົນ​ຈີນ​​ໃນ 65 ປີທີ່​ຜ່ານ​ມາ. ທ່ານ​ກ່າວ​ວ່າ, ​ເມື່ອ​ໄດ້ທຳຄວາມ​ພະຍາຍາມ​ຢ່າງ​ບໍ່​ລົດ​ລະມາ​ເປັນ​ເວລາ 65 ປີ, ກຳລັງ​ແຮງ​ສັງ​ລວມ​ແຫ່ງ​ຊາດ​ຂອງ​ຈີນ​ໄດ້​ມີ​ການ​ພັດທະນາ​​ແບບ​ກ້າວ​ກະ​ໂດດ​ຄັ້ງ​ປະຫວັດສາດ; ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຈີນ​ໄດ້​ບັນລຸ​ລະດັບ​ທີ່​ອີ່ມ​ໜຳ​ສຳລານ​ໂດຍ​ລວມ; ​​ໃນ​ເວທີ​ສາກົນ, ຈີນ​ປະຕິບັດ​ນະ​ໂຍບາຍການ​ຕ່າງປະ​ເທດ​ແບບສັນຕິພາບ ທີ່​ຕັ້ງ​ຕົນ​ເປັນ​ເອກະລາດ​ ​, ​ໄດ້​ປົກ​ປັກ​ຮັກສາ​ສັນຕິພາບ​ຂອງ​ໂລກ​ແລະ​ຊຸກ​ຍູ້ການ​ພັດທະນາ​ຮ່ວມ​ກັນ​ດ້ວຍ​ການ​ກະທຳ​ຕົວຈິງ.

ທ່ານ​ສີ​ຈິ້ນ​ຜິ​ງຊີ້​ອອກ​ວ່າ, ​ເປົ້າ​ໝາຍ​ສູ້​ຊົນ​ໃດໆ​ລ້ວນ​ແຕ່​ຈະບໍ່​ສາມາດ​ບັນລຸ​ຜົນ​ເປັນ​ຈິງ​​ໄດ້ຢ່າງ​ງ່າຍດາຍ, ​ເສັ້ນທາງ​ທີ່​ກ້າວ​ໄປ​ໜ້າ​ບໍ່​ອາດ​ຈະເດີນ​ແມ່ນ​ແລ່ນ​ສະດວກ​ຕະຫຼອດ​ໄປ. ພວກ​ເຮົາ​ຕ້ອງ​ກຽມພ້ອມ​ເພື່ອ​ດຳ​ເນີນ​ການ​ສູ້​ຊົນ​ອັນຍິ່ງ​ໃຫຍ່​ທີ່​ມີ​ຈຸດ​ພິ​ເສດ​ດ້ານ​ປະຫວັດສາດ​ອັນ​ໃໝ່. ປະຊາຊົນ​ຈີນ​ຍ່ອມ​ຈະ​ເອົາ​ຊະນະ​ຄວາມ​ຫຍຸ້ງຍາກ​ລຳບາກ​ທຸກ​ປະການ​ທີ່ສາມາດ​ຄາດ​ໄວ້​​ແລະບໍ່​ສາມາດ​ທີ່​ຈະ​ຄາດ​ໄວ້, ​ເພື່ອກໍ່​ສ້າງ​ທາ​ລະນະ​ລັດ​ປະຊາຊົນ​ຈີນ​ໃຫ້​​ຮຸ່ງ​ເຮືອງ​ຍິ່ງໆ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ