ຜົນງານຂອງປະເທດຈີນໃໝ່: ປົດປ່ອຍຕິເບດໂດຍສັນຕິ
2014-10-06 15:53:43  cri 

 

ພິທີເຊັນສັນຍາໃນວັນທີ 23 ພຶດສະພາ 1951

        ຕັ້ງແຕ່ບູຮານນະການມານີ້ ເຂດຕິເບດກໍແມ່ນພາກສ່ວນໜຶ່ງຂອງຈີນ. ນັບແຕ່ສົງຄາມຝິ່ນເມື່ອປີ 1840 ເປັນຕົ້ນມາ, ເຂດຕິເບດ ໄດ້ຖືກປະເທດລັດທິ ຈັກກະພັດຮຸກຮານ. ກ່ອນເຂດຕິເບດໄດ້ຮັບການປົດປ່ອຍໂດຍສັນຕິ, ສິດອຳນາດຂອງອົງການປົກຄອງທ້ອງຖິ່ນເຂດຕິເບດ ແມ່ນຕົກຢູ່ ໃນມືຂອງອິດທິ ກຳລັງ​ແບ່ງ​ແຍກ​ທີ່​ນິຍົມ​ອັງກິດ. ​ເພື່ອ​ທັບ​ມ້າງ​ກົນອຸບາຍ​ຂອງ​ລັດທິ​ຈັກກະ​ພັດ​ທີ່​ຢາກ​ໃຫ້​ຕິ​ເບ​ດ​ເປັນ​ເອກະລາດ, ​ແລະ​ສຳ​ເລັດ​ການ​ປົດ​ປ່ອຍ​ແຜ່ນດິນ​ໃຫຍ່​ທົ່ວ​ປະ​ເທດ, ​ໃນຕົ້ນ​ເດືອນ​ມັງກອນ​ປີ 1950, ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ຕົກລົງ​ນະ​ໂຍບາຍ​ທີ່​ຈະ​ເຄື່ອນ​ທັບ​ໄປ​ຕິ​ເບ​ດ. ພ້ອມ​ກັນນັ້ນ​ ​ເພື່ອຫຼີກ​ເວັ້ນບໍ່​ແຕະຕ້ອງ​ຈິດ​ໃຈ​ຂອງ​ຊາວ​ເຜົ່າ​ຕິ​ເບ​ດ, ​ແລະ​ສ້າງ​ຜົນ​ປະ​ໂຫຍ​ດຕໍ່​ຄວາມ​ສາມັກຄີ​ຊາດ, ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ກຳນົດ​ທິດ​ທາງ​ທີ່​ຈະ​ຍາດ​ແຍ່ງ​ການ​ປົດ​ປ່ອຍ​ຕິ​ເບ​ດ​ໂດຍ​ສັນຕິ. ​ແຕ່​ວ່າ ອົງການ​ປົກຄອງ​ທ້ອງ​ຖິ່ນ​ທີ່​ຖືກ​ອິດ​ທິກຳລັງ​ແບ່ງ​ແຍກ​ຄວບ​ຄຸມ​ນັ້ນ ​ໄດ້​ຖ່ວງ​ດຶງ​ເວລາ​ໃນ​ການ​ເຈລະຈາ, ​ແລະ​ຢາກ​ຈະ​ກີດຂວາງ​ບໍ່​ໃຫ້​ກອງທັບ​ປົດ​ປ່ອຍ​ປະຊາຊົນ​ເຂົ້າຕິ​ເບ​ດດ້ວຍ​ກຳລັງ​ອາວຸດ. ​ເດືອນ​ຕຸລາ, ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ ​ໄດ້​ປົດ​ປ່ອຍ​ເມືອງ​ຊ່າງ​ຕູ່, ອັນ​ໄດ້​ໂຈມ​ຕີ​ອິດ​ທິກຳລັງ​ແບ່ງ​ແຍກ​ຢ່າງ​ໜັກໜ່ວງ, ​ແລະ​ໄດ້​ເປີດ​ປະຕູ​​ໃຫ້​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ເຂົ້າຕິ​ເບ​ດ, ​ແລະ​ໄດ້​ປູ​ທາງ​ໃຫ້​ແກ່​ການ​ແກ້​ໄຂ​ບັນ​ຫາ​ຕິ​ເບ​ດ​ໂດຍ​ສັນຕິ. ​ເດືອນ​ເມສາ​ປີ 1951, ອົງການ​ປົກຄອງ​ທ້ອງ​ຖິ່ນ​ຂອງ​ຕິ​ເບ​ດ ​ໄດ້​ສົ່ງ​ຄະນະ​ຜູ້​ແທນ​ເດີນທາງ​ໄປ​ນະຄອນຫຼວງປັກ​ກິ່ງ. ວັນ​ທີ 23 ພຶດສະພາ, ​ໄດ້​ເຊັນ "ສັນຍາ​ວ່າ​ດ້ວຍ​ວິ​ທີ​ປົດ​ປ່ອຍ​ຕິ​ເບດ​ໂດຍ​ສັນຕິ​ລະຫວ່າງ​ລັດຖະບານ​ປະຊາຊົນ​ສູນ​ກາງ​ກັບ​ອົງການ​ປົກຄອງ​ຕິ​ເບ​ດ" ຢ່າງ​ເປັນ​ທາງ​ການ. ວັນ​ທີ 24 ຕຸລາ, ພະ​ດາ​ໄລລາ​ມະ​ອົງ​ທີ 14 ​ໄດ້​ສົ່ງ​ໂທລະ​ເລກ​ໄປ​ຍັງ​ທ່ານ​ປະທານ​ເມົາ​ເຊຕຸ​ງ, ​ໂດຍ​ກ່າວ​ວ່າ, ສະໜັບສະໜູນ​ສັນຍາ​ດັ່ງກ່າວ, ​ແລະ​ຈະ​ຢູ່​ໃຕ້​ການ​ນຳພາ​ຂອງ​ລັດຖະບານ​ປະຊາຊົນ​ສູນ​ກາງ, ຕັ້ງໜ້າ​ຊ່ອຍ​ເຫຼືອກອງ​ທະຫານ​ທີ່​ເຂົ້າຕິ​ເບ​ດ, ບູລະນະ​ການ​ປ້ອງ​ກັນ​ປະ​ເທດ, ຂັບ​ໄລ່​ອິດ​ທິກຳລັງ​ຂອງ​ລັດທິ​ຈັກກະ​ພັດ​ຢູ່​ຕິ​ເບ​ດ, ຮັກສາ​ຄວາມ​ເປັນ​ເອກະ​ພາບ​ດ້ານ​ດິນ​ແດນ​ແລະ​ອະທິປະ​ໄຕ​ຂອງ​ປະ​ເທດ​ຊາດ. ​ເຂດ​ຕິ​ເບ​ດຈຶ່ງ​ໄດ້​ຮັບ​ການ​ປົດ​ປ່ອຍ​ໂດຍ​ສັນຕິ, ອັນ​ເປັນ​ການ​ສ້າງ​ພື້ນຖານ​ໃຫ້​ແກ່​ການ​ຍົກ​ເລີກ​ລະບອບ​ຂ້າ​ທາດ​ກະສິກຳ​ສັກດິນາ​ຢູ່​ຕິ​ເບ​ດ ​ແລະ​ບັນລຸ​ການ​ກຳ​ເນີ​ດຄືນ​ໃໝ່​ຂອງ​ຊົນ​ເຜົ່າ​ຕິ​ເບ​ດ. ຈາກ​ນັ້ນ ​ເຂດ​ຕິ​ເບ​ດ​ໄດ້​ເຂົ້າສູ່​ໄລຍະ​ພັດທະນາ​ທີ່​ໃໝ່​ອ່ຽມ​ໃນ​ປະຫວັດສາດ. ນີ້​ແມ່ນ​ໄຊ​ຊະນະ​ທີ່​ຍິ່ງ​ໃຫຍ່​ຂອງ​ນະ​ໂຍບາຍ​ຊົນ​ເຜົ່າ​ຂອງ​ພັກ​ກອມ​ມູນິດ​ຈີນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ