​ຜົນງານ​ຂອງປະ​ເທດ​ຈີນ​ໃໝ່: ​ແຜນການ 5 ປີ​ຄັ້ງ​ທຳ​ອິດ
2014-10-07 16:10:48  cri 
ໃນ​ລະດູ​ໃບ​ໄມ້​ປົ່ງປີ 1951, ຄະນະ​ກຳມະການການ​ເງິນ​ແລະ​ເສດຖະກິດສູນ​ກາງ​ໄດ້​ເລີ່​ມລົງມືທົດ​ລອງ​ວາງ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ 5​ ປີ​ຄັ້ງທຳ​ອິດ​, ​ໄດ້​ໃຊ້​ເວລາ 4 ປີ, ​ແລະ​ໄດ້ດັດ​ແກ້ 5 ​ເທື່ອ. ​ໃນ​ເດືອນ​ກໍລະກົດ​ປີ 1955, ກອງ​ປະຊຸມ​ເທື່ອ​ທີ 2 ຂອງສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 1 ​ໄດ້​ພິຈາລະນາ​ຢ່າງ​ເປັນ​ທາງ​ການ​ແລະ​ໄດ້​ຮັບ​ການ​ຮັບຮອງ. ທິດ​ທາງ​ຊີ້​ນຳ​ຂອງ​ແຜນການ 5​ ປີ​ຄັ້ງ​ທຳ​ອິດ​ແມ່ນ, ສຸມ​ກຳລັງສຳຄັນ​ເພື່ອ​ພັດທະນາ​ອຸດສາຫະກຳ​ໜັກ,ສ້າງ​ພື້ນຖານ​​ໄລຍະ​ເບື້ອງ​ຕົ້ນ​ຂອງ​ການ​ຫັນ​ເປັນ​ແບບ​ອຸດ​ສາ​ຫະກຳຂອງ​ຊາດ​ແລະ​ການ​ຫັນ​ເປັນ​ທັນ​ສະ​​​ໄໝ​ຂອງ​ການ​ປ້ອງ​ກັນ​ປະ​ເທດ; ພັດທະນາ​ຂະ​ແໜງ​ການ​ຄົມມະນາຄົມ​ຂົນ​ສົ່ງ, ອຸດສາຫະກຳ​ເບົາ, ກະສິກຳ​ແລະ​ການ​ຄ້າ​ຢ່າງ​ສົມ​ຄູ່​ກັນ; ອົບຮົມ​ບົ່ມ​ສ້າງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ໃນ​ການ​ສ້າງສາ​ຢ່າງ​ສົມ​ຄູ່​ກັນ; ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂະ​ແໜງ​ກະສິກຳ​ແລະ​ຫັດຖະກຳ​ຢ່າງ​ມີ​ບາດກ້າວ; ສືບ​ຕໍ່​ດັດ​​ແປງອຸດສາຫະກຳ​ການ​ຄ້າທຶນ​ນິຍົມ; ຮັບປະກັນ​ໃຫ້​ພາກສ່ວນ​ສັງຄົມ​ນິຍົມ​ມີ​ອັດຕາ​ເພີ່ມ​ຂຶ້ນ​ຢ່າງ​ໜັກ​​ແໜ້ນ​ໃນ​ເສດຖະກິດ​ແຫ່ງ​ຊາດ,ພ້ອມ​ກັນ​ນັ້ນ,​ເສີມ​ຂະຫຍາຍ​ບົດບາດ​ຂອງ​ກະສິກຳ​ສ່ວນ​ບຸກຄົນ, ຫັດຖະກຳ​ແລະ​ອຸດສາຫະກຳ​ການ​ຄ້າ​ທຶນ​ນິຍົມ​ຢ່າງ​ຖືກຕ້ອງ; ຮັບປະກັນການຍົກ​ລະດັບ​ຊີວິດ​ການ​ເປັນ​ຢູ່​ດ້ານ​ວັດຖຸ​ແລະ​ວັດທະນະທຳ​ຂອງ​ປະຊາຊົນ​ໃຫ້ສູງ​ຂຶ້ນ​ເປັນ​ກ້າວໆ​ບົນ​ພື້ນຖານ​ພັດທະນາ​ການ​ຜະລິດ. ໜ້າ​ທີ່​ພື້ນຖານ​ແມ່ນ,ພາຍ​ໃນ 5 ປີ,ຈະ​ສ້າງ​ພາກສ່ວນ​ອຸດສາຫະກຳ​ໃໝ່​ງວດ​ໜຶ່ງ​ທີ່​ມີ​ຂະໜາດ​ໃຫຍ່​ຫຼວງ​ແລະມີ​ເຕັກນິກ​ທີ່​ກ້າວໜ້າ,ພ້ອມ​ກັນ​ນັ້ນ,ຕ້ອງ​ນຳ​ໃຊ້​ເຕັກນິກ​ທີ່​ທັນ​ສະ​ໄໝ​ແລະ​ກ້າວໜ້າ​ເປີດ​ກວ້າງ​ແລະ​ດັດ​ແປງ​ພາກສ່ວນ​ອຸດສາ​ຫະກຳ​ເກົ່າ; ຕ້ອງ​ນຳ​ໃຊ້​ຢ່າງ​ສົມ​ເຫດ​ສົມ​ຜົນ​ແລະ​ດັດ​ສ້າງ​ພື້ນຖານ​ອຸດ​ສາ​ຫະກຳ​ທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ, ນະຄອນ​ຊຽງ​ໄຮ​ແລະ​ເມືອງ​ແຄມ​ທະ​ເລ​ອື່ນໆ​ທີ່​ໄດ້​ມີ​ຢູ່​ແລ້ວ,ພ້ອມ​ກັນ​ນັ້ນ,​ຈະ​ເລີ່​ມສ້າງ​ພື້ນຖານ​ອຸດສາຫະກຳ​ໃໝ່​ຈຳນວນ​ໜຶ່ງ​ຢູ່​​​ເຂດ​ທີ່​ບໍ່​ຕິດ​ກັບ​ທະ​ເລ. ການວາງ​ແຜນການ 5 ປີ​ຄັ້ງ​ທຳ​ອິດອອກ​ມາ​ນັ້ນ,ທັງ​ໄດ້​ຖອດ​ຖອນ​ບົດຮຽນ​ດ້ານ​ການ​ສ້າງສາ​ນຳ​ອະດີດສະຫະພາບ​ໂຊ​ວຽດ,ທັງ​ໄດ້​ສອດຄ່ອງ​ກັບ​ສະພາບ​ຕົວ​ຈິງ​ຂອງ​ຈີນ. ຜ່ານ​ການ​ບາກ​ບັ່ນ​ສູ້​ຊົນ​ເປັນ​ເວລາ 5 ປີ​ຂອງ​ທົ່ວ​ພັກ​ແລະ​ປະຊາຊົນ​ທົ່ວ​ປະ​​ເທດ, ​ເມື່ອ​ຮອດ​ທ້າຍ​ປີ 1957,​ແຜນການ 5 ປີ​ຄັ້ງ​ທຳ​ອິດ​​ໄດ້​ຮັບຜົນສຳ​ເລັດ​ຢ່າງ​ຫຼວງ​ຫຼາຍ​ໂດຍ​ເກີນຄາ​ດໝາຍ,​ແລະຈໍ່​ຕົວ​ເປັນ​ກະ​ແສ​ອຸດສາຫະກຳ​ທີ່​ນຳ​ເຂົ້າ​ຫຼາຍ​ທີ່​ສຸດ, ມີ​ປະສິດທິ​ຜົນ​ດີ​ທີ່​ສຸດ​ແລະ​ມີ​ບົດບາດ​ໃຫຍ່​ທີ່​ສຸດຂອງ​ຈີນ​ນັບ​ແຕ່​ສະ​ໄໝ​​ໃໝ່​ເປັນ​ຕົ້ນ​ມາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ